"ເຖິງຈະເລືອກຜິດຄັ້ງດຽວບາງຄັ້ງກໍ່ໝົດໂອກາດ ທີ່ຈະກັບໄປແກ້ໄຂໄດ້ ເສຍເງິນ ເສຍເວລາ ລວມໄປເຖິງ
ຄອບຄົວທີ່ອົບອຸ່ນຂອງເຮົາໄປດ້ວຍ ທ່ານ...ອາດຈະບໍ່ໄດ້ສຳຜັດກັບມັນເລີຍທັ້ງຊີວິດ"
"ເມື່ອເຮົາຕ້ອງການເງິນ ເຮົາຕ້ອງຮຽນຮູ້ເລື່ອງເງິນ ເມື່ອເຮົາຕ້ອງການເວລາເຮົາຕ້ອງຮຽນຮູ້ວ່າຈະໄດ້ມາຢ່າງ
ໃດ? ສຳຄັນທີ່ສຸດເຮົາຕ້ອງຮູ້ວ່າຕອນນີ້ເຮົາຕິດຢູ່ກັບດັກສິ່ງໃດ ແລະຈະອອກຈາກກັບດັກນີ້ໄປໄດ້ຢ່າງໃດ"
ມີຄົນຫຼາຍຄົນໃຊ້ຊີວິດດ້ວຍຄວາມຍາກລຳບາກ ຕ້ອງເລ່ງລີບ ຕ້ອງສູ້ ຕ້ອງກົດດັນ ກັບທຸກໆວັນໂດຍບໍ່ຮູ້ເລີຍວ່າວັນໃດຈະໄດ້ຢຸດພັກຈັກເທື່ອໃນຊີວິດ
ເມື່ອທຸກຄົນລ້ວນແລ້ວແຕ່ມີ "ຄວາມໄຝ່ຝັນ" ມີຄວາມຕ້ອງການທີ່ຈະມີຊີວິດທີ່ມີຄຸນນະພາບທີ່ດີ ຢາກມີຄອບ
ຄົວທີ່ອົບອຸ່ນ ຢາກມີຄວາມໝັ້ນຄົງທາງດ້ານການເງິນ ຢາກມີບ້ານຫຼັງງາມໆໃນຝັນ ຢາກມີລົດຄັນຫລູໆເອົາໄວ້
ຂັບຂີ່ໄປມາ ເພື່ອອຳນວຍຄວາມສະດວກແລະປອດໄຟ ຢາກໄປທ່ອງທ່ຽວສະຖານທີ່ທີ່ຢາກຈະໄປແລະອື່ນໆ
ແຕ່...ຄົນສ່ວນໄຫຍ່ແລ້ວ 90% ເປັນເຊັ່ນນີ້ ໃນທຸກໆເຊົ້າຂອງວັນໄໝ່ທີ່ຕື່ນຂື້ນມາແລ້ວພົບວ່າເຮົາຍັງຕ້ອງດຳ
ເນີນຊີວິດໃນຮູບແບບທີ່ເໜືອນໆກັບທຸກໆວັນທີ່ຜ່ານມາ ຄືຕ້ອງຕື່ນແຕ່ເຊົ້າອອກຈາກບ້ານປະເຊີນກັບບັນຫາ
ຈາລະຈອນ ເພື່ອໄປໃຫ້ ທັນເວລາແລ້ວເຮັດວຽກງານຕາມໜ້າທີ່ຮັບຜິດຊອບທີ່ໄດ້ຮັບມອບໝາຍໃຫ້
ພົບເຈີກັບຄວາມຄຽດຕ່າງໆໃນການເຮັດວຽກຕອນແລງລໍຄອຍໂມງເລີກງານຕ້ອງປະເຊີນກັບບັນຫາຈາລະ
ຈອນອີກຄັ້ງ ກັບເຖິງບ້ານແລ້ວກໍ່ຫຼັບໄປດ້ວຍຄວາມເມື່ອຍເພຍ ແລະ ຕຽມພົບກັບວັນໄໝ່ທີ່ດຳເນີນຊີວິດໃນ
ຮູບແບບເດີມໆ ເປັນວົງຈອນຊ້ຳແລ້ວຊ້ຳອີກທຸກວັນ ເຮົາເຄີຍສັງເກດຕົວເຮົາເອງແດ່ຫຼືບໍວ່າເຮົາທຳສິ່ງເຫຼົ່ານີ້
ເພື່ອຫຍັງ? ເພື່ອຈະສາມາດດຳເນີນຊີວິດຜ່ານໄປ ໄດ້ວັນໆໜຶ່ງເທົ່ານັ້ນເອງບໍ?
ຮູບແບບເດີມໆ ເປັນວົງຈອນຊ້ຳແລ້ວຊ້ຳອີກທຸກວັນ ເຮົາເຄີຍສັງເກດຕົວເຮົາເອງແດ່ຫຼືບໍວ່າເຮົາທຳສິ່ງເຫຼົ່ານີ້
ເພື່ອຫຍັງ? ເພື່ອຈະສາມາດດຳເນີນຊີວິດຜ່ານໄປ ໄດ້ວັນໆໜຶ່ງເທົ່ານັ້ນເອງບໍ?
ເຮົາຕ້ອງການຊີວິດທີ່ເປັນແບບນີ້ແທ້ຫຼືບໍ? ເຊື່ອວ່າຄົນເຮົາເກີດມາທຸກຄົນລ້ວນແຕ່ມີຄວາມຝັນ ຍາກຈະມີຊີ
ວິດທີ່ດີກ່ວາ ທີ່ເຮົາເປັນຢູ່ໃນທຸກວັນນີ້ຢ່າງແນ່ນອນ ແລ້ວເປັນຫຍັງບໍ່ລອງຫາທາງປ່ຽນຊີວິດ ຂອງເຮົາເອງໄປ
ສູ່ຮູບແບບການໃຊ້ຊີວິດແບບໄໝ່ ໃນແບບທີ່ເຮົາຢາກຈະເປັນ ຫາກຕ້ອງການເລີ່ມຕົ້ນ ສ້າງຄວາມສຳເລັດໃຫ້
ກັບຊີວິດ ດ້ວຍເສັ້ນທາງທີ່ສາມາດສ້າງຄວາມຝັນຂອງເຮົາໄດ້ ພາຍໃນໄລຍະ ເວລາທີ່ບໍ່ຍາວເກີນໄປ
ນີ້ຄືວົງຈອນຊີວິດຂອງຄົນສ່ວນຫຼວງຫຼາຍ ຕ້ອງໃຊ້ຊິວິດດ້ວຍຄວາມກົດດັນ ກັບຄ່າຄອງຊີບສູງຂື້ນທຸກໆປີວິດທີ່ດີກ່ວາ ທີ່ເຮົາເປັນຢູ່ໃນທຸກວັນນີ້ຢ່າງແນ່ນອນ ແລ້ວເປັນຫຍັງບໍ່ລອງຫາທາງປ່ຽນຊີວິດ ຂອງເຮົາເອງໄປ
ສູ່ຮູບແບບການໃຊ້ຊີວິດແບບໄໝ່ ໃນແບບທີ່ເຮົາຢາກຈະເປັນ ຫາກຕ້ອງການເລີ່ມຕົ້ນ ສ້າງຄວາມສຳເລັດໃຫ້
ກັບຊີວິດ ດ້ວຍເສັ້ນທາງທີ່ສາມາດສ້າງຄວາມຝັນຂອງເຮົາໄດ້ ພາຍໃນໄລຍະ ເວລາທີ່ບໍ່ຍາວເກີນໄປ
ຄ່າລ້ຽງ ດູລູກໆ ຄ່າການສືກສາ ຄ່າປິ່ນປົວສຸຂະພາບ ຄ່າເດີນທາງອື່ນໆ
ຫຼາຍຄົນບໍ່ມີເວລາຮອດຈະຄິດທົບທວນເຖິງຄວາມໄຝ່ຝັນ ແລະຄວາມຕ້ອງການທີ່ແທ້ຈິງຂອງຕົນເອງຫຼາຍຄົນ
ໃຊ້ເວລາໄປກັບຄວາມຈົ່ມເຖິງຄວາມລຳບາກຂອງຕົວເອງ ຫຼາຍກ່ວາທີ່ຈະໄປສະແຫວງຫາໂອກາດ ແລະຄວາມ
ຮູ້ໄໝ່ໆໃນຊີວິດເພື່ອທີ່ຈະນຳມາປ່ຽນແປງ "ວີທີຄິດ" ປ່ຽນແປງ "ພຶດຕິກຳ"
ແຕ່ນັ້ນກໍ່ອາດຈະບໍ່ແມ່ນເປັນເລື່ອງທີ່ສຳຄັນໄປກ່ວາ ທີ່ຄົນສ່ວນໄຫຍ່ບໍ່ຮູ້ເລີຍ "ເຮັດແນວໃດຈິ່ງຈະໄດ້
ຕາມທີ່ຕ້ອງ ການ ແລະໄຝ່ຝັນ"
ນີຄືເຫດຜົນທີ່ຂ້າພະເຈົ້າຂຽນບັອກນີ້ຂື້ນມາ ເຮົາໃຊ້ເວລາຢູ່ໃນໂຮງຮຽນບໍ່ຕ່ຳກ່ວາ 15 ປີ ຄຳຖາມມີຢູ່
ວ່າເຮົາໄດ້ຮັບຄວາມເຊື່ອ ແລະຄວາມຮູ້ກ່ຽວກັບສິ່ງໃດມາດແດ່?
ໂຮງຮຽນສອນໃຫ້ເຮົາ "ສະຫຼາດໃນການຮຽນຮູ້ ສະເພາະໃນຕຳລາແລະເນື້ອຫາໃນຫລັກສູດເທົ່ານັ້ນ" ແຕ່ບໍ່ໄດ້
ສອນໃຫ້ເຮົາ "ສາຫຼາດໃນການຫາເງິນ"
ຄວາມເຊື່ອແລະທ້ດສະນະຄະຕິນັ້ນ ຖືກປູກຝັງກັນມານັ້ນຜິດຍຸກຜິດສະໄໝ ໃນວີທີການສ້າງລາຍໄດ້ທີ່ຍາວນານ
ຄືສາເຫດຂອງການ "ລົ້ມເຫລວ'' ໃນການສ້າງລາຍໄດ້ໃຫ້ຫຼາຍຂື້ນກໍ່ເດີມ
ກອບແລະການຍືດຕິດຢູ່ກັບແນວຄວາມຄິດແບບເກົ່າໆເຫຼົ່ານັ້ນ ເປັນບັນຫາໃຫ້ກັບຄົນຈຳນວນ ຫຼາຍທີ່ບໍ່ສາມາດ
ທີ່ຈະປ່ຽນແປງຕົວເອງໄດ້ ຫຼາຍຄົນຈິ່ງຕິດຢູ່ໃນວົງຈອນວີຖີຊີວິດແບບເດີມໆ
ບັນຫາໃນການແຂ່ງຂັນທີ່ສູງຂື້ນ ໜັກຂື້ນ ແລະຮຸນແຮງຫຼາຍຂື້ນ ເພື່ອຄວາມຢູ່ລອດໃນທຸກໆດ້ານຂອງຜູ້ຄົນໃນ
ສັງຄົມ ຜູ້ຄົນສ່ວນໄຫຍ່ມີຄວາມຄຽດເພີ່ມຂື້ນ ຄວາມສຸກລົດລົງ (EQ) ຄວາມສາຫຼາດທາງອາລົມໜ້ອຍລົງ
ຄວາມເຊື່ອໃຈເຊິ່ງກັນແລະກັນເລີ່ມໜ້ອຍລົງ ແລະມອງເບິ່ງໂລກໃນແງ່ລົບຫຼາຍຂື້ນ
ແບບນີ້ແລ້ວຍັງຈະໝັ້ນໃຈໄດ້ແນວໃດ? ວ່າວຽກປະຈຳຢ່າງດຽວ ຈະເຮັດໃຫ້ຊີວິດເຮົາພ້ອມຄອບຄົວ ບັນລຸເຖິງເຊິ່ງ
ຄວາມໄຝ່ຝັນນັ້ນໄດ້ທາງທີ່ດີເຮົາຄວນຈະວາງແຜນອານາຄົດໄວ້ຕັ້ງແຕ່ຕອນນີ້ ຕອນທີ່ເຮົາຍັງມີເຫື່ອແຮງໃນການສ້າງຄວາມຝັນໃຫ້
ເປັນຈິງ ດ້ວຍການຮຽນຮູ້ "ເກມການເງິນ ແລະ ວີທີສ້າງຄວາມສຳເລັດ" ທີ່ສາມາດເຮັດໄດ້ຈິງຈາກທີ່ນີ້ ແຫ່ງນີ້
ແລ້ວ ທ່ານກໍ່ຈະຮູ້ວ່າຄວາມສຳເລັດໃນຊີວິດທີ່ແທ້ຈິງນັ້ນຄືຫຍັງ? ແລະຈະໄດ້ມັນມາແນວໃດ?
ວຽກງານຖືກທີ່ ຖືກວີທີເທົ່ານັ້ນ ທີ່ຈະເຮັດໃຫ້ປະສົບຜົນສຳເລັດໃນຊີວິດໄດ້ "ທີ່ວ່ອງໄວກ່ວາ"
ຈົ່ງຢ່າລືມວ່າຄວາມສຳເລັດນັ້ນມີຢູ່ຈິງ ແລະມີຢູ່ໃນທຸກຫົນທຸກແຫ່ງເພື່ອລໍພວກເຮົາທຸກຄົນ ໄດ້ໄປສຳຜັດແລະ
ຈັບມັນເອົາມາໄວ້ໃນຄອບຄອງ ພຽງແຕ່ວ່າໃຜຈະຄົ້ນຫາຫຼືເບິ່ງເຫັນ ວີທີການທີ່ດີ ແລະ ຊັດເຈນທີ່ສຸດ ທີ່ສາມາດ
ນຳໄປສູ່ຄວາມສຳເລັດນັ້ນໄດ້ ດ້ວຍວີທີການທີ່ຖືກຕ້ອງແລະວ່ອງໄວກ່ວາ ປອດໄຟກ່ວາ ແລະລົງທືນໜ້ອຍກ່ວາກັນ
ເທົ່ານັ້ນເອງ "ເຖິງຈະເປັນວຽກງານຫຼືອາຊີບດຽວກັນກໍ່ຕາມ"

ພຽງແຕ່ເຮົາຄິດເປັນ "ອິດສະຫຼະພພາບໃນຊີວິດ" ຢູ່ໃນກຳມື
..................................................................................................................................
ວິລະເດດ ພົມມະວົງ
ແດ່ຄວາມສຳເລັດຂອງທ່ານ...
ໂຄດທີ່ຕ້ອງການຊ່ວຍໃຫ້ທ່ານປະສົບຄວາມສຳເລັດໂດຍບໍ່ຕ້ອງພົບກັບຄວາມເຈັບປວດ ຄຣີກທີ່ນີ້




0 ความคิดเห็น:
แสดงความคิดเห็น