ກ່ຽວກັບຕົວເຮົາ

ສະບາຍດີ ຂ້າພະເຈົ້າ ວິລະເດດ ພົມມະວົງ


ອາດີດຂ້າພະເຈົ້າເຄີຍເຮັດທຸລະກິດສ່ວນຕົວ ແລະເຄີຍເປັນລູກຈ້າງມາໄດ້ 3 ປີ ແລະການເປັນລູກຈ້າງກໍ່ສະ
ບາຍອີກໜຶ່ງ...ຢາກມີລາຍໄດ້ເພີ່ມຂື້ນກໍ່ຕ້ອງເຮັດວຽກ
OT ຫຼາຍໆ ບໍ່ຕ້ອງຮັບຜິດຊອບຢ່າງອື່ນຫຼວງຫຼາຍ

ຮູບແບບການໃຊ້ຊີວິດຂອງລູກຈ້າງ ແທບບໍ່ຕ່າງຈາກໃນຊ່ວງຕອນທີ່ຮຽນໜັງສືເລີຍ ຕ້ອງຕື່ນແຕ່ເຊົ້າ ກັບຕອນ
ແລງ ເປັນວົງຈອນຊີວິດທີ່ບໍ່ມີວັນຊິ້ນສຸດ...ບໍ່ຕ້ອງຮັບຜິດຊອບສິ່ງໃດຫຼວງຫຼາຍ ໄປກ່ວາການເຮັດວຽກໃນໜ້າທີ່
ຂອງຕົວເອງໃຫ້ດີທີ່ສຸດ


ຂ້າພະເຈົ້າເອງກໍ່ເປັນແບບນັ້ນມາໄດ້ໄລຍະໜຶ່ງແລ້ວ...ແຕ່ສິ່ງທີ່ຂ້າພະເຈົ້າມີມາໂດຍຕະຫຼອດຊີວິດກໍ່ຄື "ຄວາມໄຝ່
ຝັນ" 
ຄວາມໄຝ່ຝັນຢາກຈະເຫັນຕົວເອງມີຄວາມເປັນຢູ່ທີ່ດີ ມີຄຸນນະພາບຊີວິດຫຼາຍກ່ວາທີ່ເປັນມາເມື່ອໃນອາດີດ

ຢາກມີຄອບຄົວທີ່ອົບອຸ່ນແລະມີທຸກສິ່ງທຸກຢ່າງ...ແຕ່ຂ້າພະເຈົ້າກໍ່ບໍ່ເຄີຍຈະປ່ອຍປະລະເລີຍຫຼືລືມມັນຈິງໆພຽງ
ແຕ່ນາທີດຽວເຊິ່ງມັນໄດ້ເຮັດໃຫ້ຂ້າພະເຈົ້າຮູ້ວ່າການເປັນລູກຈ້າງບໍ່ສາມາດເຮັດໃຫ້ຂ້າພະເຈົ້າລວຍແລະມີອິດ
ສະຫຼະພາບໃນຊີວິດໄດ້...ປະສົບການການເຮັດວຽກຂອງຂ້າພະເຈົ້າສ່ວນໄຫຍ່ຈິ່ງເປັນການປະກອບອາຊີບອິດສະ
ຫຼະຫຼາຍກ່ວາ

ໜຶ່ງໃນທຸລະກິດທີ່ຂ້າພະເຈົ້າເຮັດກໍ່ຄື "ທຸລະກິດເຄືອຂ່າຍ MLM ມັນຄວບຄູ່ກັບຊີວິດຂອງຂ້າພະເຈົ້າມາໂດຍຕະ
ຫຼອດກ່ວາ 3 ປີ...ບໍ່ຮູ້ວ່າເປັນຄວາມໂຊກດີຫຼືໂຊກຮ້າຍກັນແນ່ ທີ່ເຮັດໃຫ້ຂ້າພະເຈົ້າໄດ້ມີໂອກາດໄດ້ສຳຜັດກັບທຸ

ລະກິດນີ້ ທີ່ເໝືອນຈະຄ້າຍຄືກັບຄວາມໄຝ່ຝັນຂອງຂ້າພະເຈົ້າ ນັ້ນກໍ່ຄື...ການມີເງິນພ້ອມກັບມີອິດສະຫຼະພາບ
ໃນຊີວິດໄປພ້ອມໆກັນ ແລະ ມັນກໍ່ລົ້ມລຸກຄຸກຄານຢູ່ກັບຂ້າພະເຈົ້າມາຕະຫຼອດເປັນເວລານານແສນນານ...

...ແລະຂ້າພະເຈົ້າກໍ່ຮູ້ແລ້ວວ່າ ທຸລະກິດແບບນີ້ຖ້າບໍ່ເຕີບໂຕກໍ່ຕ້ອງປິດຕົວໄປ...ຕ້ອງພັດທະນາຕະຫຼອດທັ້ງບຸກຄະ
ລະກອນແລະເທັກໂນໂລຢີ ທຸກຢ່າງຕ້ອງຂະຫຍາຍງານເພີ່ມຂື້ນ ເພື່ອຮອງຮັບຕໍ່ຄວາມຕ້ອງການຂອງລູກຄ້າ...ນີ້ຄື
ຄວາມຈິງຂອງການມີກິດຈະການ

ຈາກການເຮັດວຽກທີ່ບໍ່ມີວັນຊິ້ນສຸດນີ້...ເມື່ອແນມໄປທີ່ປາຍທາງຂອງຄວາມສຳເລັດ ຂ້າພະເຈົ້າຮູ້ເລີຍວ່າບໍ່ສາ

ມາດ ມີຄວາມສຸກກັບມັນໄດ້ແທ້ໆ...ເຊິ່ງທັ້ງສອງວຽກທີ່ຂ້າພະເຈົ້າເຮັດເມື່ອແນມໄປຂ້າງໜ້າປາຍທາງຄວາມສຳ 
ເລັດຜົນທີ່ເຮົາຈະໄດ້ຮັບ "ມັນແຕກຕ່າງກັນຢ່າງສິ້ນເຊີງ"

ຂ້າພະເຈົ້າຮູ້ວ່າການເປັນລູກຈ້າງຫຍິ່ງເຮັດກໍ່ຫຍິ່ງເມື່ອຍ...ແລະຕ້ອງລໍຄອຍເງິນເດືອນປັບຂື້ນຕາມຂັ້ນ ຕາມຊັ້ນ
ຕາມຕຳແໜ່ງ ເມື່ອມີອາຍຸເພີ່ມຂື້ນເວລາທີ່ຈະສ້າງຄວາມສຸກແລະໄດ້ຢູ່ກັບຄອບຄົວກໍ່ຫຍິ່ງເຫຼືອໜ້ອຍລົງທຸກທີ
ຈະຢຸດເຮັດວຽກກໍ່ບໍ່ໄດ້...ສ່ວນທຸລະກິດເຄືອຂ່າຍຫຍິ່ງເຮັດກໍ່ຫຍິ່ງເຕີບໂຕ ຫຍິ່ງເມື່ອຍໜ້ອຍລົງ ແລະຢຸດໄດ້ໂດຍ
ລາຍໄດ້ບໍ່ຢຸດ...ຂ້່າພະເຈົ້າຈິ່ງມຸ້ງໝັ້ນກັບທຸລະກິດເຄືອຂ່າຍໃນຝັນຂອງຂ້າພະເຈົ້າຢ່າງເປັນພິເສດ


ຂ້າພະເຈົ້າແນມເຫັນອິດສະຫຼະພາບໃນຊີວິດຂອງຂ້າພະເຈົ້າ ຈາກແຜນການຕະຫຼາດ

ຂ້າພະເຈົ້າເຫັນວ່າພາບທີ່ໄດ້ຊ່ວຍເຫຼືອ ຜູ້ຄົນຫຼວງຫຼາຍໃຫ້ຫຼຸດພົ້ນຈາກຄວາມທຸກຢາກ ດ້ວຍແຜນການຕະຫຼາດ
ທຸລະກິດນັ້ນ ພາບທີ່ຂ້າພະເຈົ້າໄດແນມເຫັນກໍ່ຄືຄວາມສຸກຂອງຜູ້ຄົນຫຼວງຫຼາຍທີ່ຂ້າພະເຈົ້າໄດ້ມີສ່ວນຮ່ວມ ໃນ
ການປ່ຽນແປງຊີວິດຂອງພວກເຂົາເຫຼົ່ານັ້ນ

ພຽງແຕ່ຂ້າພະເຈົ້າເປີດໂອກາດໃຫ້ກັບເຂົາເຮັດຕາມແຜນການຕະຫຼາດທີ່ດີທີ່ສຸດນັ້ນ...ພຽງແຕ່ຂ້າພະເຈົ້າແລະ
ເຂົາເຫຼົ່ານັ້ນ ເຮັດຕາມແຜນທີ່ຖືກວາງເອົາໄວ້ແລ້ວເທົ່ານີ້ ທຸກຄົນກໍ່ສາມາດເຮັດໄດ້ ແລະນີ້ຄືສິ່ງທີ່ຂ້າພະເຈົ້າຄິດ
ໄດ້ຈິງໆໃນຕອນນັ້ນ 


ເສັ້ນທາງທີ່ນີ້ຄິດວ່າມັນ ຈະເປັນເສັ້ນ ທາງທີ່ສວຍງາມ ແລະຫອມຫວານ ມັນກັບເຮັດໃຫ້ຂ້າພະເຈົ້າໄດ້ຮັບຄວາມ
ເຈັບປວດຫຼາຍກ່ວາເດີມ...ທຸລະກິດທີ່ຂ້າພະເຈົ້າຄິດວ່າເຮັດງ່າຍທີ່ສຸດໃນໂລກ ພຽງແຕ່ມີຄົນສະໝັກບໍ່ພໍເທົ່າໃດ
ພັນບາດ...ແລ້ວທຸກຄົນປ່ຽນທີ່ຊື້ ແລະຊວນຄົນທີ່ຮູ້ຈັກມາຊື້ ຫຼືແນະນຳໂອກາດທາງທຸລະກິດໃຫ້ກັບເຂົາ "ຊື້ແລ້ວ
ລວຍ"
 ຜົນປະກົດວ່າຂ້າພະເຈົ້າແລະພວກເຂົາເຫຼົ່ານັ້ນລົ້ມເຫລວບໍ່ເປັນທ່າເລີຍ



ອາດີດຄວາມເຈັບປວດທີ່ຂ້າພະເຈົ້າໄດ້ຮັບ ຈາກການເຮັດທຸລະກິດເຄືອຂ່າຍທີ່ຜິດວີທີເກືອບ 4 ປີ...ມັນເຮັດໃຫ້
ຂ້າພະເຈົ້າໄດ້ຮຽນຮູ້ແລ້ວວ່າ...ການເຮັດການຕະຫຼາດແບບເດີມໆນັ້ນ ມັນບໍ່ໄດ້ຊ່ວຍໃຫ້ຂ້າພະເຈົ້າປະສົບຜົນສຳ
ເລັດ ທີ່ໝັ້ນຄົງຈິງໆໄດ້ແລ້ວພຽງແຕ່ໜ້ອຍດຽວ ຂ້າພະເຈົ້າຕ້ອງຫຼອກລວງຕົວເອງ ແລະຍັງຫຼອກລວງຄົນອື່ນໆ
ອີກວ່າ ພວກເຂົາຕ້ອງປະສົບຜົນສຳເລັດໄປດ້ວຍກັນ ຈາກການເຮັດການຕະຫຼາດເອົາແຕ່ເວົ້າໆໆ...ຂໍ້ດີຂອງສິນ
ຄ້າແລະບໍລິສັດ

ຂ້າພະເຈົ້າຕ້ອງເປັນໜີ້ ເງິນຫາມາໄດ້ກໍ່ໃຊ້ຈ່າຍຈົນໝົດຕົວ ເປັນຄົນທີ່ໜ້າຫຼັງກຽດຂອງໝູ່ເພື່ອນ ແລະຄົນທີ່ຮູ້
ຈັກລອບຂ້າງຕົວຂ້າພະເຈົ້າ...ທີ່ສຳຄັນຊີວິດຄອບຄົວຂອງຂ້າພະເຈົ້າ ຕ້ອງຂາດຄວາມອົບອຸ່ນຍ້ອນການເຮັດການ
ຕະຫຼາດແບບຜິດວີທີແບບເດີມໆນີ້ ທີ່ມີແຕ່ປະຊຸມໆໆໆ...ແລະກໍ່ປະຊຸມ ອັບລາຍ(ແມ່ທີມ) ຊ່ວຍຫຍັງຂ້າພະເຈົ້າບໍ່ໄດ້ເລີຍ ເພາະພວກເຂົາເອງກໍ່ຍັງຄົງເຮັດການຕະຫຼາດທີ່ເໝືອນໆເດີມ...!!!

 
ໂຊກດີວັນນີ້ຂ້າພະເຈົ້າໄດ້ຄົ້ນພົບ ວີທີການເຮັດການຕະຫຼາດໂດຍບໍ່ຕ້ອງເຈັບປວດອີກຕໍ່ໄປ
 
ແລະມັນໄດ້ຜົນລັບຫຼາຍກ່ວາ >10 ເທົ່າ ໂດຍບໍ່ຕ້ອງອອກຈາກບ້ານ ບໍ່ຕ້ອງໂທໄປຊວນຄົນ ບໍ່ຕ້ອງເປືອງຄ່ານ້ຳ
ມັນລົດ ບໍ່ຕ້ອງເສຍຄ່າປະຊຸມໆໆໆ...ແລະທີ່ສຳຄັນຈາກປະສົບການທີ່ແສນຍາວນານນີ້...ມັນເຮັດໃຫ້ຂ້າພະເຈົ້າ
ໄດ້ຄົ້ນພົບ "ບົດສະຫລຸບຂອງຄວາມສຳເລັດ" ໃນທຸລະກິດເຄືອຂ່າຍນີ້ (ເຊິ່ງມັນໃຊ້ບໍ່ໄດ້ຜົນກັບທຸລະກິດທົ່ວໄປ
ທີ່ມີຕົວຝັນປ່ຽນຫຼວງຫຼາຍ)... ນີ້ຄືເຫດຜົນທີ່ຄົນເຮັດ ທຸລະກິດເຄືອຂ່າຍຈຳເປັນຕ້ອງເລືອກຜູ້ນຳ


ຜູ້ນຳປຽບສະເໝືອນກະດຸມເມັດທຳອິດທີ່ທ່ານຕ້ອງເຮັດຕາມ

ເມື່ອທ່ານຕ້ອງການເລີ່ມທຸລະກິດທີ່ຖືກຕ້ອງ ໂດຍບໍ່ຕ້ອງເສຍເວລາລອງຜິດລອງຖືກ...ແລະບໍ່ຕ້ອງພົບກັບຄວາມ
ເຈັບປວດ...ເປັນໄປບໍ່ໄດ້ທີ່ທ່ານຈະເຮັດຢ່າງຖືກຕ້ອງດ້ວຍຕົວຂອງທ່ານເອງ ຈາກປະສົບການທີ່ມີພຽງເລັກນ້ອຍ
ຂອງທ່ານ... ວົງການທຸລະກິດເຄືອຂ່າຍ 99% ຄືຄົນບໍ່ຮູ້ຈິງທີ່ກຳລັງສອນຄົນໄໝ່ ທີ່ສ່ວຍໄຫຍ່ບໍ່ຮູ້ອັນໃດເລີຍ

ແລ້ວທ່ານຍັງຢາກຈະເຮັດທຸລະກິດທີ່ເອົາແຕ່ເວົ້າ ເລື່ອງລາຍໄດ້ຂອງຕົວເອງ... ລົດຍົນແລະບ້ານຫຼັງໄຫຍ່ ສິນຄ້າທີ່
ດີທີ່ສຸດ ບໍລິສັດແລະແຜນການຕະຫຼາດທີ່ດີທີ່ສຸດຢູ່ອີກຫຼືບໍ...? ສິ່ງເຫຼົ່ານີ້ພວກເຂົາຄວນເວົ້າເປັນເລື່ອງສຸດທ້າຍ...
ເພາະຄົນສ່ວນຫຼາຍເບື່ອກັບຄຳເວົ້າເຫຼົ່ານີ້ ທີ່ມີຢູ່ເກື້ອກູນທົ່ວໄປທັ້ງອັອບລາຍ Online ແລະອອນລາຍ Ofline

ແທນທີ່ຈະເວົ້າເຖິງເລື່ອງວີທີການ ແລະການເຮັດການຕະຫຼາດທີ່ໄດ້ຜົນຫຼາຍທີ່ສຸດ...ໂດຍທີ່ພວກເຂົາບໍ່ຮູ້ຈະສອນ
ໃຫ້ເຮົາປະສົບຄວາມສຳເລັດຈິງໆໄດ້ຢ່າງໃດ ແລະມັນຈະມີຈັກຄົນທີ່ຈະເຮັດໝືອນເຂົາແບບນັ້ນໄດ້

 
ປັດຈຸບັນຂ້າພະເຈົ້າເຮັດວຽກກັບຢູ່ກັບເຮືອນເປັນສ່ວນໄຫຍ່ ຢູ່ກັບຄອບຄົວ ມີເວລາດູແລພໍ່ແມ່ ຫຼາຍຂື້ນ...ແລ້ວ
ທ່ານເດ...? ຍັງຕ້ອງການເຮັດການຕະຫຼາດແບບເດີມໆນັ້ນຢູ່ອີກຫຼືບໍ? ໝົດເວລາລອງຜິດລອງຖືກແລ້ວ ຖ້າທ່ານ
ບໍ່ຢາກເຈີກັບຄວາມເຈັບປວດເໝືອນກັບຂ້າພະເຈົ້າໃນອາດີດ ທ່ານມາຖືກທາງແລ້ວ ແລະສິ່ງສຳຄັນທີ່ຂ້າພະເຈົ້າ
ຢາກຈະບອກທ່ານຄື 


"ບໍ່ມີຫົນທາງໃດທີ່ຈະເຮັດໃຫ້ເຮົາປະສົບຄວາມສຳເລັດ ໄດ້ໂດຍປັດສະຈາກການຮຽນຮູ້ແລະການປ່ຽນແປງຕົວເອງ"





....................................................................................................

ວິລະເດດ ພົມມະວົງ

ແດ່ຄວາມສຳເລັດຂອງທ່ານ...

ໂຄດທີ່ຕ້ອງການຊ່ວຍໃຫ້ທ່ານປະສົບຄວາມສຳເລັດໂດຍບໍ່ຕ້ອງພົບກັບຄວາມເຈັບປວດ 
ຄຣີກທີ່ນີ້

0 ความคิดเห็น:

แสดงความคิดเห็น

 
Design by Free WordPress Themes | Bloggerized by Lasantha - Premium Blogger Themes | Free Samples By Mail