ເກມທາງການເງິນ

ຄົນລວຍຫຼິ້ນເກມການເງິນເພື່ອເອົາໄຊຊະນະ...!!!

ຄົນຈົນຫຼິ້ນເກມການເງິນເພື່ອບໍ່ໃຫ້ເສຍໄຊຊະນະ...!!!


ຫາກທ່ານຫຼິ້ນກີລາຫຼືເກມອັນໃດກໍ່ຕາມໂດຍເອົາແຕ່ຕັ້ງຮັບ ທ່ານຈະມີໂອກາດຊະນະໃນເກມນັ້ນ ພຽງໃດ? ຄົນສ່ວນໄຫຍ່
ຄົນເຫັນວ່າໂອກາດຄົງມີໜ້ອຍ ຫຼື ກໍ່ເປັນໄປບໍ່ໄດ້ເລີຍ

ເປົ້າໝາຍທີ່ແທ້ຈິງຂອງຄົນລວຍຄື ການມີໄຊຊະນະອັນໝັ້ນຄົງ 
 ແລະມີເງິນຄຳເຫຼືອກິນເຫຼືອໃຊ້ ພວກເຂົາບໍ່ຢາກມີເງິນພຽງແຕ່
ພໍໃຊ້ ແຕ່ຢາກມີເງິນຈຳນວນມະຫາສານ




ແລະເປົ້າໝາຍຂອງຄົນຈົນລະ...?

ພວກເຂົາຢາກມີເງິນພໍ...ສຳລັບຈ່າຍຄ່າໃບແຈ້ງໜີ້ຕ່າງໆ ແລະຖ້າຈ່າຍທັນກັບເວລາໄດ້ຫຍິ່ງເປັນ
ເລື່ອງປະຕິຫານ...ແຕ່ຖ້າທ່ານຕັ້ງໃຈພຽງແຕ່ມີເງິນຈ່າຍໃບແຈ້ງໜີ້ ທ່ານກໍ່ຈະມີເງິນເທົ່ານັ້ນຈິງໆ
ພຽງພໍສຳລັບຈ່າຍເງິນຈຳນວນນັ້ນ ບໍ່ຂາດແລະບໍ່ເກີນມາຈັກໜ້ອຍ

ພວກຊົນຊັ້ນກາງດີຂື້ນມາໜ້ອຍໜຶ່ງ...ຢ່າງໜ້ອຍກໍ່ໜຶ່ງຂັ້ນ ແຕ່ເປັນພຽງລະດັບຂັ້ນນ້ອຍໆ ພວກ
ເຂົາຜັກດັນເລືອກຄຳໆໜຶ່ງມາເປັນເປົ້າໝາຍ ຫຼັກການດຳເນີນຊີວິດ ຄຳໆນັ້ນຄືຄຳວ່າ"ຢູ່ຢ່າງສະ
ບາຍ"ຂໍບອກວ່າການຢູ່ຢ່າງສະບາຍ ກັບການເປັນຄົນລວຍນັ້ນມັນແຕກຕ່າງກັນປານຟ້າກັບດິນ
ອັນແທ້ຈິງຄົນທີ່ມີຖານະປານກາງ

ມັກເລືອກອາຫານໂດຍພິຈາລະນາຈາກຝັ່ງຂວາຂອງເມນູ...ຫຼືທີ່ເອີ້ນວ່າການສັ່ງໂດຍເບິ່ງລາຄາເປັນ
ຫຼັກນັ້ນເອງເມື່ອທ່ານມີຖານະປານກາງທ່ານຈະບໍ່ກ້າຫວາດສາຍຕາແນມເບິ່ງສ່ວນລຸ່ມສຸດຂອງເມນູ
ເພາະຖ້າເຮັດຢ່າງນັ້ນ ທ່ານອາດເຫັນສຸດຍອດຄຳຕ້ອງຫ້າມໃນພົດຈະນານຸກົມຂອງຊົນຊັ້ນປານກາງ
ນັ້ນຄືຄຳວ່າ "ລາຄາຕາມນ້ຳໜັກ"

ໜຶ່ງໃນເລື່ອງທີ່ດີສຸດຂອງການເປັນຄົນລວຍ ຄືຂ້າພະເຈົ້າບໍ່ຈຳເປັນຕ້ອງເບິ່ງລາຍການອາຫານ ໃນ
ເມນູກ່ອນຈະສັ່ງ ຂ້າພະເຈົ້າຢາກກິນໄດ້ໂດຍບໍ່ຕ້ອງສົນວ່າລາຄາເທົ່າໃດ ຂ້າພະເຈົ້າຢືນຢັນໄດ້ເລີຍວ່າ
ຂ້າພະເຈົ້າເຮັດແບບນັ້ນບໍ່ໄດ້ ຕາບໃດທີ່ຍັງຖັງແຕກແລະຢູ່ໃນຖານະປານກາງ

ເຮົາຈະໄດ້ໃນສິ່ງທີ່ເປັນຄວາມມຸ້ງໝາຍທີ່ແທ້ຈິງຂອງເຮົາ ຖ້າທ່ານຢາກລວຍ ເປັນໝາຍຂອງທ່ານ
ຕ້ອງເປັນຄວາມລ້ຳລວຍ ບໍ່ແມ່ນມີເງິນພຽງແຕ່ຈ່າຍຄ່າໃບແຈ້ງໜີ້ ແລະບໍ່ແມ່ນພຽງຢູ່ໄດ້ສະບາຍ
"ຄວາມລວຍກໍ່ຄືຄວາມລວຍ"


(ຈາກໜັງສື "ໄຂຄວາມລັບສະໝອງເງິນລ້ານ (Secrets of the Millionaire Mind) ຂອງ T. Harv Eker
ຈັດພີມໂດຍ ສນພ. Welearn)

"ເກມທາງການເງິນ" ໝາຍເຖິງ ວີທີການໃນການສ້າງລາຍໄດ້...ມັນເປັນພຽງເກມໆໜຶ່ງເທົ່ານັ້ນເປັນ
ເກມທີ່ມີທັ້ງ "ຜູ້ແພ້ແລະຊະນະ" ຈາກການໄດ້ລົງຫຼິ້ນເກມໆນີ້

"ຫາກເຮົາຮູ້ວີທີການຫຼິ້ນເກມນີ້ທີ່ຖືກວີທີ" ແລະເຂົ້າໃຈເງື່ອນໄຂໃນເກມທາງການເງິນດີພໍ ເຮົາກໍ່ຈະ
ເປັນຜູ້ທີ່ສາມາດກຳນົດຊະຕາຊີວິດຄວາມລ້ຳລວຍ ໝັ້ງຄົງແລະຄວາມສຸກຂອງເຮົາໄດ້ດ້ວຍຕົວເຮົາ
ເອງ ໂດຍບໍ່ຕ້ອງໄປເພິ່ງພາໜ່ວຍງານໃດຫຼືໃຜກໍ່ຕາມ




...............................................................................................................................

ວິລະເດດ ພົມມະວົງ

ແດ່ຄວາມສຳເລັດຂອງທ່ານ...

ໂຄດທີ່ຕ້ອງການຊ່ວຍໃຫ້ທ່ານປະສົບຄວາມສຳເລັດໂດຍບໍ່ຕ້ອງພົບກັບຄວາມເຈັບປວດ 
ຄຣີກທີ່ນີ້

0 ความคิดเห็น:

แสดงความคิดเห็น

 
Design by Free WordPress Themes | Bloggerized by Lasantha - Premium Blogger Themes | Free Samples By Mail