ຮຽນຮູ້ທຳທຸລະກິດເຄືອຂ່າຍຢ່າງມືອາຊີບ

ຂ້າພະເຈົ້າບອກໄດ້ເລີຍວ່າ ການເຮັດທຸລະກິດເຄືອຂ່າຍແບບເດີມໆ ທີ່ໄດ້ມາຈາກການຖ່າຍທອດ ຈາກແມ່ທີມ ຂອງທ່ານນັ້ນ ບໍ່ວ່າຈະດ້ວຍວີທີໃດກໍ່ຕາມ ມັນບໍ່ໄດ້ຊ່ວຍໃຫ້ທຸລະກິດຂອງທ່ານ ດີຂື້ນໄດ້ດັ່ງທີ່ທ່ານຄາດຫວັງເອົາ ໄວ້ ຢ່າງແນ່ນອນ ແຕ່ທ່ານກໍ່ຕ້ອງຝືນເຮັດເປັນທຳມະດາ ເພາະທ່ານຖືກສອນມາແບບນັ້ນ ຖ້າຫາກທ່ານພໍໃຈ ກັບວີທີແບບເດີມໆ ທີ່ທ່ານເຮັດຜ່ານມາ ແລະ ບໍ່ຫວັງທີ່ຈະຊອກຫາວີທີການອື່ນ ທີ່ຊ່ວຍໃຫ້ທຸລະກິດຂອງທ່ານ ປະສົບຜົນສຳເລັດຢ່າງແທ້ຈິງ ກາລຸນາອອກຈາກເວັບໄຊ ຂອງຂ້າພະເຈົ້າໄປເລີຍ ເພາະມັນຈະເປັນການເສຍເວ ລາຂອງທ່ານ ໃນການຮຽນຮູ້ ວີທີສູ່ຄວາມສຳເລັດທີ່ຂ້າພະເຈົ້າຈະມາເປີດເຜີຍດັ່ງຕໍ່ໄປນີ້

วันพุธที่ 24 กรกฎาคม พ.ศ. 2556

ເຜີຍເຄັດລັບ Attraction Marketing ການຕະຫຼາດແບບດືງດູູດ

ທ່ານຮູ້ຈັກກົດການຕະຫຼາດແບບດຶງດູດຫຼາຍປານໃດ?

ະບາຍດີເພື່ອນໆຊາວນັກທຸລະກິດອອນລາຍທຸກໆທ່ານ












ເພື່ອນໆຄົງຈະຮູ້ກັນດີຢູ່ແລ້ວນະວ່າ ການຕະຫຼາດທີ່ກຳລັງຮືຮາແລະເປັນທີ່ຫຼົງໄຫຼໃນປັດຈຸບັນນີ້ຄືການຕະຫຼາດແບບ
ດຶງດູດຫຼື
 "AttractionMarketing"  ນັ້ນເອງ ທຸກຄົນເຂົ້າໃຈດີພຽງໃດແລ້ວ ກັບການເຮັດການຕະຫຼາດແບບນີ້ຈະມີ
ນັກທຸລະກິດ MLM Onlone ຫຼື ນັກທຸລະກິດ Ofline
ຈັກຄົນ ທີ່ຮູ້ແລະເຂົ້າໃຈຢ່າງເລີກເຊິ່ງ ໃນການຕະຫຼາດແບບ
"ດຶງດູດ" 
ນີ້ຢ່າງແທ້ຈຈິງ ເຮົາຈະ ເອົາສິ່ງໃດມາດຶງດູດຜູ້ຄົນ ຫຼື ຜູ້ມຸ້ງຫວັງຂອງເຮົາຈະເຮັດແນວໃດ ໃຫ້ຕົວເຂົາມາ
ສົນໃຈສິນຄ້າຂອງເຮົາ ທຸລະກິດຂອງເຮົາເປັນ
ທີ່ດຶງດູດແລະສະດຸດຕາ ແກ່ຜູ້ທີ່ພົບເຫັນຂອງລູກຄ້າ ແລະຜູ້ມຸ້ງຫວັງ
ຂອງ
ເຮົາໄດ້ ວີທີການຊັດເຈນເຊື່ອຖືໄດ້ພຽງໃດ ມີເງື່ອນໄຂແລະຂໍ້ຈຳກັດຫຼາຍໜ້ອຍພຽງໃດ ທັ້ງໝົດນີ້ຄືແຮງດຶງດູດ
ທີ່ທ່ານຈະ
ຕ້ອງມີ...ແລະເພື່ອນໆຈະເຮັດແນວໃດ ໃຫ້ຖືກໃຈຜູ້ມຸ້ງຫວັງ...?

ຄວາມຈິງໃນການເຮັດການຕະຫຼາດທຸລະກິດອອນລາຍ (Online) MLM Online ຫຼືທຸລະກິດເຄືອຂ່າຍ MLM ແອັບ 
ແທດຊັນ ມາເກັດຕິງ (Attraction Marketing) ກໍ່ຄື ວີທີການເຮັດການຕະຫຼາດທີ່ດຶງດູດຜູ້ມຸ້ງຫວັງຂອງເຮົາໂດຍ
ການນຳສະເໜີຂໍ້ມູນທີ່ເປັນປະໂຫຍດ ໃຫ້ກັບລູກຄ້າຫຼືຜູ້ມຸ້ງຫວັງຂອງເຮົານັ້ນເອງ

ທ່ານໄດ້ຍິນແລ້ວອາດຈະຖຽງຂ້າພະເຈົ້າວ່າ...ອ້າວ? ແລ້ວເຮັດການຕະຫຼາດແບບທົ່ວໆໄປ ເຊັ່ນການເຮັດທຸລະກິດ
ເຄືອຂ່າຍ MLM ແບບອັອບລາຍ (Of line)  ເຮົາກໍ່ໃຫ້ຂໍ້ມູນທີ່ເປັນປະໂຫຍດ ກັບຜູ້ມຸ້ງຫວັງເຮົາເໜືອນກັນບໍ່ແມ່ນ
ບໍ? ຂ້າພະເຈົ້າກໍ່ຍອມຮັບວ່າມັນເປັນປະໂຫຍດເຊັ່ນກັນ ແຕ່ມັນບໍ່ແມ່ນຢ່າງທີ່ເຮົາຄິດກັນ ເພາະຫຍັງ? (ກັບໄປ
ອ່ານບົດຄວາມ mlm Online ທຸລະກິດເຄືອຂ່າຍອອນລາຍ (Online) ເປັນຫຍັງຕ້ອງມີບັອກ (Blog)

ວັນນີ້ຂ້າພະເຈົ້າຈະມາເປີດເຜີຍຄວາມລັບທີ່ວ່າ ເປັນຫຍັງຈະຕ້ອງເຮັດການຕະຫຼາດແບບດຶງດູດ ຫຼື  "Attraction
Marketing"
ເພາະມີຄວາມເຊື່ອວ່າ ເມື່ອນັກທຸລະກິດອອນລາຍ (OnLine) ນັກທຸລະກິດເຄືອຂ່າຍ MLM. ນັກທຸລະ
ກິດເຄືອຂ່າຍ MLM Online ທຸກໆທ່ານທີ່ໄດ້ດຳເນີນຄວາມຮູ້ນີ້ໄປໃຊ້ແລ້ວ ແລະນຳໄປພັດທະນາທຸລະກິດຂອງທ່ານ
ຢ່າງຈິງຈັງແລ້ວ ທຸລະກິດຂອງທ່ານຈະເກີດຜົນຮັບຢ່າງມະຫາສານ (ເໝືອນຢ່າງຂ້າພະເຈົ້າໄດ້ຮັບມາແລ້ວໃນປັດ
ຈຸບັນ) ການຕະຫຼາດ ເປັນຫຍັງຕ້ອງດຶງດູດ ເປັນຫຍັງຕ້ອງ  Attraction Marketing...!!!

ວີທີທີ່ຈະປ່ຽນທ່ານຈາກຄົນທຳມະດາກາຍເປັນ


                "ມະນຸດແມ່ເຫຼັກ"
           
                   Attraction Marketing



ການຕະຫຼາດທີ່ມັນຈະກາຍເປັນຊ່ວງເວລາ ທີ່ເປັນຈຸດປ່ຽນທີ່ສຳຄັນທີ່ສຸດໃນຊີວິດ ການເຮັດທຸລະກິດຂອງທ່ານ
ນັບຕັ້ງແຕ່ນີ້ເປັນຕົ້ນໄປ...ເມື່ອທ່ານໄດ້ຮຽນບົດຮຽນນີ້ຈົນຈົບ ຫາກທ່ານຄິດວ່າມັນຫຍຸ້ງຍາກ ຫຼື ລຳບາກເຫຼືອ
ເກີນໃນການສ້າງທຸລະກິດໃນໂລກອິນເຕີເນັດ ຫຼືສັບສົນບໍ່ຮູ້ຈະເລີ່ມຕົ້ນກ່ອນແບບໃດດີ

ຂ້າພະເຈົ້າບອກໄດ້ເລີຍວ່າ: ທ່ານມາຖືກທາງແລ້ວ
 www.viradedonlinelesson.blogspot.com  (blog) ເປັນບັອກເພື່ອການຮຽນຮູ້ການຕະຫຼາດ ທີ່ດີທີ່ສຸດ...
ຈະເຕີມເຕັມທຸກຊ່ອງວ່າງ ໃຫ້ກັບທຸລະກິດຂອງທ່ານ ໂດຍທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆທັ້ງຊິ້ນ

 Attraction Marketing ຈາກສູດງ່າຍໆ 3 ຂໍ້ນີ້:

1. ຮຽນຮູ້ຢ່າງຈິງຈັງ

2. ລົງມືເຮັດຢ່າງມືອາຊີບ ຈົນເກີດທັກສະ
3. ບໍ່ລົ້ມເລີກຈົນກ່ວາຈະສຳເລັດ


ການເຮັດທຸລະກິດແບບ Old School ເປັນວີທີການເຮັດການຕະຫຼາດໃນຮູບແບບເດີມໆ ໂດຍທີ່ເຮົາຕ້ອງອອກ
ໄປໄລ່ລ່າຜູ້ຄົນ ສ່ວນ New School ຄືການຕະຫຼາດໃນຮູບແບບໄໝ່ ຮູບແບບທັ້ງໝົດເປັນການເຮັດໃຫ້ຜູ້ຄົນ
ອອກໄລ່ລ່າເຮົາ "ນີ້ຄືທາງອອກ" ຈາກສະຖິຕິ 99% ທີ່ນັກທຸລະກິດຕ້ອງປິດຕົວລົງ ພາຍໃນໄລຍະເວລາ 3-6 ເດືອນ 
Old School ໃຊ້ເງິນ ໃຊ້ເວລາ ໃຊ້ແຮງໜ້ອຍກວ່າ New School ຫຼາຍກ່ວາ > 10 ເທົ່າ

ປົກກະຕິທຸລະກິດເຄືອຂ່າຍຕ້ອງມີການປະຊຸມສະເໝີໆ ປະຊຸມເປີດໂອກາດທາງທຸລະກິດ ປະຊຸມປິດການຂາຍປະ
ຊຸມເຝີກອົບຮົມສອນການຂາຍ ປະຊຸມລາຍອາທິດ ປະຊຸມລາຍເດືອນ ປະຊຸມສອນການສະປອນເຊີຜູ້ມຸ້ງຫວັງປະ
ຊຸມນັກທຸລະກິດໄໝ່ ປະຊຸມຜູ້ນຳຕ່າງແຂວງ ປະຊຸມສຳມະນາຕ່າງປະເທດ ປະຊຸມໆໆໆໆໆ...ແລະກໍ່ປະຊຸມ ເປັນທຸ
ລະກິດ ທີ່ມີການປະຊຸມຫຼາຍທີ່ສຸດໃນໂລກກໍ່ວ່າໄດ້

ຫົວຂໍ້ທີ່ນັກທຸລະກິດເຄືອຂ່າຍໃຊ້ ໃນການປະຊຸມຫຼາຍທີ່ສຸດກໍ່ຄື ການເວົ້າແຕ່ເລື່ອງດີໆຂອງບໍລິສັດ ທີ່ເຂົາຄວນຊື້
ຈາກເຮົາເຊັ່ນ: ຄວາມໝັ້ນຄົງຂອງບໍລິສັດ ສິນຄ້າທີ່ດີກ່ວາ ແຜນລາຍໄດ້ທີ່ຈາຍຫຼາຍກ່ວາແລະອື່ນໆ "ແທນທີ່ຈະ
ໃຫ້ຄວາມສຳຄັນໃນເລື່ອງທີ່ວ່າ" ເປັນຫຍັງເຂົາຈິ່ງບໍ່ຊື້ຂອງແລະສະໝັກກັບເຮົາ...?














ໂດຍສ່ວນຫຼາຍແລ້ວນັກທຸລະກິດເຄືອຂ່າຍຈະມີລາຍໄດ້ ກໍ່ຕໍ່ເມື່ອຂາຍ
ສິນຄ້າຂອງບໍລິສັດໄດ້ ຫຼື ປິດສະໝັກນັກ
ທຸລະກິດໄໝ່ເຂົ້າມາໃນທີມງານ
ໄດ້ເທົ່ານັ້ນ ແລະຕາບໃດທີ່ຍັງບໍ່ຮູ້ເລີຍວ່າ "ເປັນຫຍັງເຂົາຈິ່ງບໍ່ຊື້ຂອງຫຼື ສະໝັກ
ກັບເຮົາ" ໄດ້ແລ້ວ...ໂອກາດທີ່ຈະປະສົບຄວາມສຳເລັດນັ້ນຍັງ
ອີກໃກຫຼາຍທີ່ສຸດແລ້ວທ່ານກໍ່ຈະເມື່ອຍຂື້ນເລື້ອຍໆ
ເຮັດວຽກໜັກຂື້ນເລື້ອຍໆ...ພະຍາ
ຍາມຂາຍຂອງຫຼາຍຂື້ນ...ພະຍາຍາມຊວນຄົນຫຼາຍຂື້ນ...ແຕ່ສິ່ງທີ່ທ່ານໄດ້ຮັບ
ກໍ່ຄື: ທ່ານຂາຍຂອງໄດ້ໜ້ອຍລົງ...ຊວນຄົນໄດ້ໜ້ອຍລົງ... ຮັບລາຍໄດ້ໜ້ອບລົງ...ແລະໃນທີ່ສຸດທ່ານກໍ່ເລີກ
ເຮັດທຸລະກິດ


"ທ່ານເຄີຍມີປະສົບການແບບນີ້ຫຼືບໍ...?" 

ນັ້ນມັນເປັນເພາະເຮົາມຸ້ງຄວາມສົນໃຈ ໄປທີ່ເພີ່ມຈຳນວນຂອງຄົນທີ່ເວົ້າຄຳວ່າ "ຕົກລົງ" ແທນທີ່ຈະສົນໃຈຫລຸດ
ຈຳນວນຄົນທີ່ເວົ້າຄຳວ່າ "ບໍ່ຕົກລົງ" ຕໍ່ຂໍ້ສະເໜີໃນທຸລະກິດຂອງເຮົາ ສິ່ງໜຶ່ງທີ່ສຳຄັນທີ່ສຸດ ທີ່ທ່ານຕ້ອງຈົດຈຳ
ເອົາໄວ້ກໍ່ຄື ມັນບໍ່ສຳຄັນເລີຍທີ່ທ່ານຈະມີສິນຄ້າທີ່ດີທີ່ສຸດ...ບໍ່ລິສັດໝັ້ນຄົງທີ່ສຸດ...ແຜນລາຍໄດ້ຈ່າຍຫຼາຍທີ່ສຸດ...
ມັນບໍ່ໄດ້ຊ່ວຍໃຫ້ທ່ານປະສົບຜົນສຳເລັດໄດ້ແຕ່ຢ່າງໃດ




ຖ້າຫາກທ່ານຍັງຄົງເຮັດການຕະຫຼາດທີ່ມີປະສິດຕິພາບຕ່ຳ ເລື່ອງອື່ນຄົງບໍຕ້ອງເວົ້າເຖິງ 

ແລະນີ້ຄືຫົວໃຈສຳຄັນທີ່ທ່ານ ຈຳເປັນຕ້ອງທຳຄວາມເຂົ້າໃຈກັບມັນໃຫ້ດີຂື້ນຫຼາຍກ່ວາເດີມ...ເຖິງວ່າອາດ ຈະໃຊ້ 
ເວລາທຳຄວາມເຂົ້າໃຈກັບມັນອີກແດ່ກໍ່ຕາມແລ້ວທ່ານກໍ່ຈະເຂົ້າໃຈດີທັ້ງໝົດ ນັກທຸລະກິດສ່ວນຫຼາຍຖືກສອນ
ພຽງ 2 ສິ່ງເມື່ອເຂົ້າຮ່ວມທຸລະກິດເຄືອຂ່າຍ ສິ່ງທຳອິດທີ່ຕ້ອງເຮັດກໍ່ຄື: ຮຽນວີທີການຂາຍສິນຄ້າ ແລະວີທີສະປອນ
ເຊີຜູ້ມຸ້ງຫວັງເຂົ້າຮ່ວມທຸລະ 
ກິດ ເຊິ່ງຜູ້ ສອນກໍ່ຄືຜູ້ທີ່ເຂົ້າມາໃນທຸລະກິດນີ້ກ່ອນເຮົາ...ບາງຄົນປະສົບການຍັງ
ໜ້ອຍກ່ວາ ເຮົາອີກຊ້ຳ
ເຊິ່ງນັ້ນກໍ່ບໍ່ໄດ້ໝາຍຄວາມວ່າເຂົາຈະ ຮູ້"ວີທີການຫຼືມີຄວາມຄິດກ່ຽວກັບການເຮັດການ
ຕະຫຼາດທີ່ຖືກ
ຕ້ອງແລະເຮັດໃຫ້ເກີດປະສິດຕິຜົນໄດ້" ທີ່ສຳຄັນທີ່ສຸດຂະບວນການສ້າງທຸລະກິດ ຈະບໍ່ມີຄວາມສຳ
ຄັນ
ສິ່ງໃດເລີຍ ຖ້າບໍ່ມີການນຳເອົາ "ມາຂາຍແລະການ ເຮັດການຕະຫຼາດທີ່ມີປະສິດຕິພາບ" ມາໃຊ້ງານກັນ

ເມື່ອຂ້າພະເຈົ້າໄດ້ຮູ້ຄວາມລັບນີ້ແລ້ວ ມັນເຮັດໃຫ້ຂ້າພະເຈົ້າຕ້ອງປ່ຽນແປງຕົວເອງຄັ້ງຫຍິ່ງໄຫຍ່ທີ່ສຸດ ຢຸດຂາຍ
ສິນຄ້າໂດຍການບັນຍາຍຊັບພະຄຸນທີ່ດີເລີດ ແລະການສະປອນເຊີ ຢ່າງເອົາເປັນເອົາຕາຍ ຫັນມາຕຳເປົ້າກັບການ
ເຮັດການຕະຫຼາດທີ່ຍອດຍຽມນີ້ແທນ...ແລ້ວທຸກສິ່ງທຸກຢ່າງກໍ່ດີຂື້ນເລື້ອຍໆ

ຂ້າພະເຈົ້າໄດ້ຮຽນຮູ້ວ່າ ການສ້າງທຸລະກິດຈາກການເຮັດການຕະຫຼາດທີ່ດີນັ້ນ ແຕກຕ່າງແຕ່ການມຸ້ງໂຊແຕ່ຂໍ້ດີໆ
ຂອງສິນຄ້າຫຼືບໍລິສັດເປັນຢ່າງຫຼາຍ ແລະສິ່ງທີ່ຂ້າພະເຈົ້າໄດ້ຮັບການຮຽນຮູ້ຢ່າງຈິງຈັງ ນີ້ກໍ່ຄືທັກສະໃນການຂາຍ ແລະຫຍິ່ງໄປກ່ວານີ້ກໍ່ຄື ຂ້າພະເຈົ້າໄດ້ເຂົ້າໃຈວ່າ...ເປັນຫຍັງຜູ້ຄົນເຖິງໄດ້ເຮັດໃນສິ່ງທີ່ເຂົາເຮັດ...ແລະເຂົາລົງມື
ເຮັດນັ້ນໄປເພື່ອຫຍັງ...ສິ່ງເຫຼົ່ານີ້ທີ່ຂ້າພະເຈົ້າໄດ້ຮຽນຮູ້ແລະເຮັດໃຫ້ເກີດເປັນທັກສະ ທີ່ແຕກຕ່າງຈາກຜູ້ຄົນຈຳ
ນວນຫຼວງຫຼາຍ ແລະຜົນລັບທີ່ແສນວິເສດນີ້ກໍ່ເກີດຂື້ນກັບຂ້າພະເຈົ້າໄດ້ຈິງໆ ຕອນນີ້ເຖິງເວລາທີ່ຈະເກີດຂື້ນກັບ
ທ່ານໄດ້ເຊັ່ນກັນ

ບຸກຄົນທີ່ປະສົບຜົນສຳເລັດ ລ້ຳລວຍມະຫາສານ ໃນໂລກທຸລະກິດໃບນີ້ ບໍ່ວ່າຈະເປັນທຸລະກິດໃດກໍ່ຕາມທຸກຄົນ
ຕ່າງມີທັກສະທີ່ເກືອບສະເໝືອນກັນທັ້ງໝົດນັ້ນກໍ່ຄື ພວກເຂົາເຫຼົ່ານັ້ນຮູ້ວີທີການຂາຍ 


1. ຂາຍຕົວເອງ (Brand) 

2. ຂາຍສິນຄ້າ (Product )
3. ຂາຍບໍລິການ (Service)

ແລະເມື່ອທ່ານຮູ້ວ່າມັນເຮັດວຽກຢ່າງໃດແລ້ວ ທ່ານຈະຕື່ນເຕັ້ນ
ກັບຄວາມສຳເລັດທີ່ໄດ້ຮັບ ແລະມັນຈະເກີດສິ່ງ ໃດຂື້ນກັບທ່ານ...
ຖ້າຫາກທ່ານສາມາດທີ່ຈະເຂົ້າຮ່ວມ ທຸລະກິດກັບບໍລິສັດໃດກໍ່ໄດ້
ແລະທ່ານກໍ່ພົບວ່າທ່ານກໍ່ສາມາດທີ່ຈະປະສົບ ຜົນສຳເລັດໄດ້ໃນ
ທຸກໆທີ່ ທີ່ທ່ານເຂົ້າໄປ ມີຄົນສ່ວນຫຼາຍທີ່ເຮັດການຕະຫຼາດບໍ່ເປັນ
ຈິ່ງເວົ້າເກີນ ຈິງສະເໝີ ຈົນກາຍເປັນການຫຼອກລວງກໍ່ມີ ແລະນີ້
ຄື ສາເຫດທີ່ຄົນສ່ວນໄຫຍ່ຫຼັງກຽດ ແລະເບື່ອໜ່າຍກັບທຸລະກິດ
ເຄືອຂ່າຍ ເພາະມີຄົນເຮັດເລື່ອງເຊື່ອມເສຍ ໃຫ້ກັບວົງການທຸລະ
ກິດເຄືອຂ່າຍນີ້ຫຼາຍຂື້ນທຸກໆວັນ

ເຊັ່ນ...ພຽງແຕ່ຊື້ກິນຊື້ໃຊ້ກໍ່ລວຍ ແລ້ວ...ສິນຄ້າຂາຍດ້ວຍຕົວມັນ ເອງ ເຮັດວຽກງ່າຍໆພຽງແຕ່ແບ່ງເວລາວັນໜຶ່ງ 2-3 ຊົ່ວໂມງ (ຢ່າວ່າແຕ່ຊື້ກິນຊື້ໃຊ້ເລີຍ ຂ້າພະເຈົ້າເຮັດມາຫຼາຍ
ກ່ວານີ້ກໍ່ມີ..."ສິນຄ້າຂາຍດ້ວຍຕົວມັນເອງ " ຄິດເບິ່ງແລ້ວຈັ່ງໃດກໍ່ບໍ່ແມ່ນ ເພາະຈັ່ງໃດກໍ່ແມ່ນເຮົານີ້ລະເປັນຄົນ
ອອກໄປຂາຍ) ແລະມັນກໍ່ມີອີກສາລະພັດແລະອື່ນໆ...ເຊິ່ງມັນເປັນຄວາມຜິດພາດຢ່າງໄຫຍ່ຫຼວງ



ບໍ່ວ່າທ່ານຈະເປັນເຊັ່ນໃດກໍ່ຕາມ...ທາງອອກທີ່ດີທີ່ສຸດກໍ່ຄື "ເວົ້າຄວາມຈິງເທົ່ານັ້ນ" ການຂາຍບໍ່ຈຳເປັນຕ້ອງເປັນ
ທີ່ໜ້າຫຼັງກຽດ ຫາກນຳໄປຮ່ວມກັບການຕະຫຼາດທີ່ຖືກວີທີ ມັນຈະເຮັດໃຫ້ຂະບວນການຂາຍງ່າຍຂື້ນຢ່າງຫຼາຍ
ແລະ ຜົນລັບທີ່ເກີດຂື້ນເຫັນໄດ້ຢ່າງຊັດເຈນ...ແລະທ່ານຈະເລີ່ມຕົ້ນຢ່າງຖືກຕ້ອງນີ້ໄດ້ຢ່າງໃດ? ລອງມາເບິ່ງຂໍ້ນີ້
ຈັກໜ້ອຍໜຶ່ງ ຄົນທີ່ຖືກຈູງໃຈໃຫ້ເຊື່ອວ່າ "ຕົວເຂົາຕ້ອງການໃນສິ່ງທີ່ເຂົາບໍ່ໄດ້ຕ້ອງການ" ຈັ່ງໃດເຂົາກໍ່ບໍ່ຕ້ອງ
ການມັນຢູ່ດີ



ນີ້ຄືສິ່ງທີ່ຂ້າພະເຈົ້າຢາກໃຫ້ທ່ານໄດ້ຈົດຈຳມັນຂື້ນໃຈ...ບໍ່ວ່າທ່ານຈະເຮັດວຽກກ່ຽວກັບຫຍັງກໍ່ຕາມ ໃຫ້ທ່ານຈຳຫຼັກ
ການສຳຄັນ ສຳລັບການຂ່າຍສິ່ງໃດກໍ່ໄດ້ໃຫ້ປະສົບຜົນສຳເລັດ ມັນຄືສິ່ງທີ່ຢູ່ໃນໃຈມະນຸດ ຕັ້ງແຕ່ຍັງຈຳຄວາມບໍ່ໄດ້
ແລະມັນມີຜົນຢ່າງຫຼວງຫຼາຍ ທີ່ຈະຊ່ວຍທຸລະກິດເຄືອຂ່າຍຂອງທ່ານ ປະສົບຜົນສຳເລັດ ນັ້ນຄືຄຳວ່າ ເຮົາຈະໄດ້ສິ່ງໃດ

ຜູ້ມຸ້ງຫວັງຂອງທ່ານເຂົາຄິດໃນໃຈສະເໝີວ່າ 

ເຂົາຈະໄດ້ສິ່ງໃດ...ເມື່ອຕ້ອງເສຍເວລາທີ່ມີຄຸນຄ່າ...ຟັງທ່ານນຳສະເໜີສິນຄ້າຫຼືເປີດໂອກາດທາງທຸລະກິດ
ເຂົາຈະໄດ້ສິ່ງໃດ...ເມື່ອເຂົາຕັດສິນໃຈຊື້ສິນຄ້ານີ້...ຄຸ້ມຫຼືບໍກັບເງິນທີ່ເສຍໄປ
ເຂົາຈະໄດ້ສິ່ງໃດ...ເມື່ອເຂົ້າຮ່ວມທຸລະກິດກັບທ່ານ...ທ່ານມີໜ້າເຊື່ອຖືພຽງໃດ...ທ່ານເຕັມໃຈທີ່ຈະຊ່ວຍໃຫ້ເຂົາປະສົບຜົນສຳເລັດໄດ້ຈິງໆ...ຫຼືພຽງຕ້ອງການເງິນຈາກເຂົາ...

ສິ່ງໜຶ່ງທີ່ເຮົາຄວນຈຳເອົາໄວ້ກໍ່ຄື

ຄົນຕັດສິນໃຈຊື້..ເພາະເຫດຜົນຂອງເຂົາເອງ ບໍ່ແມ່ນເຫດຜົນຂອງເຮົາ
ຄົນໃຊ້ອາລົມ...ໃນການຕັດສິນໃຈຊື້ແລະໃຊ້ເຫດຜົນຂອງເຂົາມາສະໜັບສະໜູນ

ແຕ່...ສິ່ງທີ່ສຳຄັນທີ່ສຸດສິ່ງດຽວຂອງລູກຄ້າ ຫຼືຜູ້ມຸ້ງຫວັງສົນໃຈຫຼາຍທີ່ສຸດນັ້ນກໍ່ຄື "ເຂົາຈະໄດ້ສິ່ງໃດ"

ເມື່ອທ່ານໄດ້ຮູ້ຄວາມລັບທັ້ງ 3 ຢ່າງນີ້ແລ້ວ ພຽງແຕ່ທ່ານໃຊ້ມັນ "ທຸກໂອກາດ" ທີ່ທ່ານມີ...ເພື່ອຄວາມສຳເລັດ
ຂອງທ່ານຄັ້ງຫຍິ່ງໄຫຍ່ຢ່າງວ່ອງໄວ ຖ້າທ່ານເຂົ້າໃຈຫຼັກການນີ້ແລະໃຊ້ມັນເປັນ "ມັນຄືອາວຸດລັບທີ່ສຳຄັນທີ່ຈະ

ຊ່ວຍ ທ່ານປະສົບບຄວາມສຳເລັດໃນທຸລະກິດຂອງທ່ານ"

ປະຫວັດສາດທີ່ບຸກຄົນປະສົບຄວາມສຳເລັດ ຫຼາຍທີ່ສຸດໃນໂລກນີ້ ທີ່ຜ່ານມາລ້ວນເຂົ້າໃຈຫຼັກການສຳຄັນກ່ຽວກັບ
ທຳມະຊາດຂອງມະນຸດນີ້ທັ້ງນັ້ນ ແລະກໍ່ໃຊ້ຄວາມລັບນີ້ໃນຄວາມສຳເລັດທຸກໆຢ່າງທີ່ເຮັດ ແລະ "ທ່ານສາມາດຂາຍ
ໄດ້ທຸກຢ່າງ ເພາະທ່ານຮູ້ຄວາມລັບທີ່ສຳຄັນທີ່ສຸດນີ້ຮຽບຮ້ອຍແລ້ວ" 



ຫາກການຂາຍເກີດຈາກການຕັດສິນໃຈຂອງນັກຂາຍຈະເກີດສິ່ງໃດຂື້ນ

ອີກເຫດຜົນໜຶ່ງທີ່ເຮັດໃຫ້ຜູ້ມຸ້ງຫວັງ ຂອງເຮົາປະຕິເສດເຂົ້າຮ່ວມທຸລະກິດເຄືອຂ່າຍ MLM ກັບເຮົາ 99.99%

ນັກທຸລະກິດເຄືອຂ່າຍແບບ Old School ຈະຖືກປະຕິເສດຈາກຜູ້ມຸ້ງຫວັງ ຢ່າງຮຸ້ນ
ແຮງ ພາສາຂອງນັກທຸລະກິດເຄືອ ຂ່າຍເຮົາເອິ້ນ ກັນວ່າ
"ປິດໃຈ"...ສາເຫດຂອງ
ການປິດໃຈຂອງຜູ້ມຸ້ງຫວັງທຸກໆຄັ້ງ ເກີດຈາກການຕັດສິນ
ໃຈຂອງນັກ ທຸລະກິດ
ເອງທັ້ງນັ້ນ


ເພາະນັກທຸລະກິດເຄືອຂ່າຍສ່ວນໄຫຍ່ຈະເວົ້າແຕ່ຂໍ້ດີໆທັ້ງຫຼາຍຂອງບໍລິສັດເຊັ່ນ:
ສິນຄ້າ ແຜນການຕະຫຼາດ ແລະລະບົບ ໂມຕີເວດຂາຍຝັນ (ເຊິ່ງຂ້າພະເຈົ້າກໍ່ບໍ່ເຄີຍ
ເຫັນຄວາມແຕກຕ່າງ ຂອງລະບົບທີ່ເປັນຮູບແບບທີ່ຊັດເຈນ ຈາກບໍລິສັດໃດເລີຍ)
ແລ້ວກໍ່ປະຊຸມໆ...ເລື່ອງຫຍັງລະ...? ບໍລິສັດ ສິນຄ້າ ແຜນການຕະຫຼາດແລະກໍ່ໂມຕິ
ເວດ ຂອງຝັນວົນວຽນໄປມາຢູ່ແບບນີ້ມາແສນນານ



/ແຕ່ຖ້າຈະເກີດຈາກການຕັດສິນໃຈທີ່ຈະຊື້ຂອງຜູ້ມຸ້ງຫວັງເອງ ມັນກໍ່ແສນງ່າຍແລະມີຄວາມສຸກກັນທັ້ງສອງຝ່າຍ
"ບໍ່ມີໃຜ ອືດອັດ ແລະ ເຈັບປວດ" ຄຳຖາມມີຢູ່ວ່າ "ແລ້ວຈະເຮັດແນວໃດໃຫ້ຜູ້ມຸ້ງຫວັງຊື້ຂອງຈາກເຮົາໂດຍທີ່ເຂົາ
ເປັນຄົນຕັດສິນໃຈເອງ" ມັນງ່າຍໜ້ອຍດຽວ ພຽງທ່ານຂາຍໃນສິ່ງທີ່ເຂົາຕ້ອງການມັນຢູ່ແລ້ວເທົ່ານັ້ນ ຄວາມລັບ
ອີກ ຢ່າງໜຶ່ງກໍ່ຄື "ຄົນເຮົາມັກຊື້" ແລະເປັນຫຍັງທ່ານບໍ່ສ້າງສະຖານະການນີ້ຂື້ນມາ ເພື່ອໃຫ້ຜູ້ມຸ້ງຫວັງຊື້ດ້ວຍຕົວ
ເຂົາເອງລ່ະ...? ເພາະມັນຈະເຮັດໃຫ້ວຽກງານຂອງທ່ານງ່າຍຂື້ນຫຼາຍ ຂາຍຂອງໄດ້ຫຼາຍຂື້ນ ມີລາຍໄດ້ຫຼາຍຂື້ນ



ເພາະຈະຕຳເປົ້າໄປທີ່ການຊ່ວຍໃຫ້ຜູ້ມຸ້ງຫວັງໄດ້ຊື້ ຂອງທີ່ເຂົາຕ້ອງການຈະຊື້ເອງ ...ແທນທີ່ທ່ານຈະໄປນຳສະເໜີ
ຂາຍໃຫ້
ເຂົາ...ແລະນີ້ກໍ່ຄື "ການເຮັດການຕະຫຼາດ" ແລະມັນກໍ່ມີວີທີການອີກຫຼາຍຮູບແບບ ທີ່ເຮົາຈະເຮັດການ 
ຕະຫຼາດເພື່ອສື່ອອກໄປ ໃຫ້ກັບຜູ້ຄົນໄດ້ຮັບຮູ້ວ່າ ທ່ານມີສິ່ງທີ່ເຂົາຕ້ອງການ"ການຂາຍແບບຕົງ" ໂດຍການແນະ 
ນຳປາກຕໍ່ປາກ ກໍ່ເປັນອີກພຽງວີທີໜຶ່ງເທົ່ານັ້ນນັກທຸລະກິດເຄືອຂ່າຍຈຳນວນຫຼາຍ ອາດຈະກຳລັງຕີວົງ
ຈຳກັດຕົວເອງ ໃຫ້ຢູ່ໃນກອບແຄບໆຂອງການຕະຫຼາດທີ່ກ້ວາງໄຫຍ່ໄຟສານຂອງໂລກໃບນີ້ຢູ່ ໂດຍທີ່ບໍ່ຮູ້ຕົວ

ເພາະການຕະຫຼາດແບບ On line ມີວີທີການອີກຢ່າງຫຼວງຫຼາຍ ນອກເໜືອຈາກການຊວນປາກຕໍ່ປາກເຊັ່ນ
ການສົ່ງຈົດໝາຍຫຼື postcard ໂດຍຕົງເຖິງຜູ້ມຸ້ງຫວັງ ການລົງໂຄສະນາໃນສື່ໜັງສືພີມ ຫຼືວາລະສານທີ່ກ່ຽວ
ຂ້ອງກັນແລະອື່ນໆ...


ການເຮັດການຕະຫຼາດໃນອິນເຕີເນັດ (Inter net) ເໝືອນກັນ ມັນມີວີທີການຢ່າງຫຼວງຫຼາຍໃຫ້ກັບທ່ານ ໄດ້
ນຳສະເໜີສິ່ງທີ່ຄົນຕ້ອງການຢູ່ແລ້ວ ໄປໃຫ້ເຂົາໄດ້ເຫັນເຊັ່ນ payper click, google Adword(PPC) ການລົງ
ແບນເນີຕາມເວັບໄຊຕ່າງໆ ການລົງໂຄສະນາໃນເວັບທີ່ມີຜູ້ມຸ້ງຫວັງເຂົ້າໄປຢ່າງຫຼວງຫຼາຍການຂຽນບົດຄວາມ
ດ້ວຍບັອກ(Blog) ອຸປະກອນຊື່ສານຕ່າງໆເຊັ່ນ Website, DVD MP3 ຈົດໝາຍຕອບກັບຜ່ານລະບົບ Email
marketing
ເປັນຕົ້ນ



ຈາກຕົວຢ່າງທີ່ຍົກຂື້ນມາໃຫ້ເຫັນນີ້ ທ່ານສາມາດສືກສາແລະນຳມາໃຊ້ ສື່ຕ່າງໆຊ່ວຍໃນການຂາຍສິນຄ້າຫຼືເປີດໂອກາດທາງທຸລະກິດໃຫ້ກັບທ່ານໄດ້ພຽງແຕ່ວ່າມັນຖືກ ແປຮູບໄປຢູ່ໃນຮູບແບບທີ່ເປັນຂໍ້ມູນເທົ່ານັ້ນເອງ ກໍ່ຄືຈາກທີ່
ທ່ານເຄີຍຊວນດ້ວຍປາກຕໍ່ປາກຂອງທ່ານເອງ ກໍ່ປ່ຽນມາເປັນຮູບແບບໃນການໃຊ້ Website ທີ່ມີຂໍ້ມູນຕ່າງໆທີ່ທ່ານ
ຕ້ອງການໃຫ້ຜູ້ມຸ້ງຫວັງໄດ້ເຫັນຫຼືໃນຮູບແບບ Blog,youtube, google, facebook, Emailmarketing ແລະອື່ນໆ 




ເຊິ່ງຈິງໆແລ້ວມັນກໍ່ຄືຂໍ້ມູນດຽວກັນທີ່ ປ່ຽນແປງໄປເປັນຮູບແບບຕ່າງໆເທົ່ານັ້ນເອງ ສິ່ງທີ່ຕ້ອງເຮັດຕໍ່ໄປກໍ່ຄື
ການເພີ່ມຊ່ອງທາງ ໃຫ້ຜູ້ມຸ້ງຫວັງໄດ້ເຂົ້າໄປພົບເຈີກັບຂໍ້ມູນທີ່ທ່ານ ໄດ້ເຮັດຕຽມເອົາໄວ້ລໍ
ໃຫ້ຜູ້ມຸງຫັວງ ໄດ້ເຂົ້າ
ມາສືກສາເບິ່ງເພື່ອໃຫ້ເຂົາຢາກທີ່ຈະຊື້ສິນຄ້າ ຫຼືເຂົ້າຮ່ວມທຸລະກິດກັບທ່ານເອງ ເປັນວີທີທີ່
ລຽບງ່າຍ ແລະ
"ສົ່ງພະລັງ" ຫຼາຍທີ່ສຸດ


ປະຈຸບັນ  Website ຫຼື Blog ສາມາດມີໄດ້ງ່າຍໆບໍ່ແພງເໝືອນໃນອາດີດ
ທ່ານສາມາດມີບັອກ (Blog) ສ່ວນຕົວໄດ້ ຟຣີຈາກ Blogger.com ຫຼື
Wordpress.com ທີ່ເຫຼືອກໍ່ຄືນຳຂໍ້ມູນຂອງທ່ານໃສ່ເຂົ້າໄປແລ້ວຮຽນຮູ້ວີ
ທີການໃຊ້ມັນ ໄປເຮັດການຕະຫຼາດທີ່ຖືກຕ້ອງ ການທີ່ຈະເຮັດການຕະ
ຫຼາດກັບສື່ແຕ່ລະຢ່າງນັ້ນ ເປັນເລື່ອງສຳຄັນທີ່ຈະຕ້ອງສືກສາ ວ່າເຮົາ
ຄວນຈະເຮັດການຕະຫຼາດຜ່ານສື່ຕ່າງໆໃນຮູບແບບໃດ

ສື່ແຕ່ລະຊະນິດບໍ່ສາມາດໃຊ້ເຮັດການຕະຫຼາດ ໃນຮູບແບບດຽວກັນໄດ້ ແລະຄວາມຈິງອີກຢ່າງໜຶ່ງກໍ່ຄື ສື່ຕ່າງໆທີ່
ບໍລິສັດໃຫ້ເຮົານຳອອກມາໃຊ້ ເຮັດການຕະຫຼາດນັ້ນຄວນ "ເປັນອຸປະກອນສຸດທ້າຍທີ່ຈະນຳອອກມາໃຊ້ງານໄດ້ຈິງ"

ຂ້າພະເຈົ້າຂໍຢືນຢັງວ່າ...ວັນນີ້ເຮົາທຸກຄົນມີໂອກາດ ທີ່ຈະເຮັດການຕະຫຼາດທີ່ຫຍິ່ງໄຫຍ່ ໃນແບບທີ່ຄົນເຂົາປະສົບ
ຜົນສຳເລັດມາແລ້ວນັບບໍ່ຖ້ວນ ແຕ່...ນັກທຸລະກິດເຄືອຂ່າຍສ່ວຍໄຫຍ່ປັດຈຸບັນນີ້ເຂົາຍັງບໍ່ຮູ້ ສອນກັນເຮັດແຕ່
ໃນຮູບແບບເດີມໆ ວີທີການເດີມໆ ໂດຍຜົນທີ່ໄດ້ຮັບມັນແຕກຕ່າງກັນຢ່າງຊິ້ນເຊີງ.



.....................................................................................................................................




ວິລະເດດ ພົມມະວົງ

ແດ່ຄວາມສຳເລັດຂອງທ່ານ...

ໂຄດທີ່ຕ້ອງການຊ່ວຍໃຫ້ທ່ານປະສົບຄວາມສຳເລັດໂດຍບໍ່ຕ້ອງພົບກັບຄວາມເຈັບປວດ 
ຄຣີກທີ່ນີ້

วันอังคารที่ 23 กรกฎาคม พ.ศ. 2556

ການຕະຫຼາດແບບດຶງດູດ Attraction Marketing ຄືຫຍັງ

ສະບາຍດີເພື່ອນໆຊາວນັກທຸລະກິດອອນລາຍທຸກໆທ່ານ

ຖ້າຫາກທ່ານຍັງບໍ່ເຂົ້າໃຈ ເຫດຜົນຂອງການເຮັດການຕະຫຼາດແບບ (Attraction Marketing) ເທົ່າໃດໜັກ 
ແລະນັ້ນກໍ່ຄືເຫດຜົນທີ່ຈຳເປັນທີ່ທ່ານຈະຮຽນຮູ້ໃຫ້ໄວທີ່ສຸດໃນຄະນະນີ້ຫາກວ່າທ່ານ
ຕ້ອງການທີ່ຈະເປັນນັກ
ທຸລະກິດເຄືອຂ່າຍ ອອນລາຍທີ່ປະສົບຜົນສຳເລັດຢ່າງຈິງຈັງ?

ອັອບລາຍ (ແມ່ທີມ) ສອນທ່ານແບບນີ້ຢູ່ແມ່ນຫຼືບໍ?


ຂ້າພະເຈົ້າບອກໄດ້ເລີຍວ່າ ການເຮັດທຸລະກິດເຄືອຂ່າຍແບບເດີມໆ ທີ່ໄດ້ມາຈາກການຖ່າຍທອດ ຈາກແມ່ທີມ
ຂອງທ່ານນັ້ນ ບໍ່ວ່າຈະດ້ວຍວີທີໃດກໍ່ຕາມ ມັນບໍ່ໄດ້ຊ່ວຍໃຫ້ທຸລະກິດຂອງທ່ານ ດີຂື້ນໄດ້ດັ່ງທີ່ທ່ານຄາດຫວັງເອົາ
ໄວ້ ຢ່າງແນ່ນອນ ແຕ່ທ່ານກໍ່ຕ້ອງຝືນເຮັດເປັນທຳມະດາ ເພາະທ່ານຖືກສອນມາແບບນັ້ນ ຖ້າຫາກທ່ານພໍໃຈ
ກັບວີທີແບບເດີມໆ ທີ່ທ່ານເຮັດຜ່ານມາ ແລະ ບໍ່ຫວັງທີ່ຈະຊອກຫາວີທີການອື່ນ ທີ່ຊ່ວຍໃຫ້ທຸລະກິດຂອງທ່ານ
ປະສົບຜົນສຳເລັດຢ່າງແທ້ຈິງ ກາລຸນາອອກຈາກເວັບໄຊ ຂອງຂ້າພະເຈົ້າໄປເລີຍ ເພາະມັນຈະເປັນການເສຍເວ
ລາຂອງທ່ານ ໃນການຮຽນຮູ້ ວີທີສູ່ຄວາມສຳເລັດທີ່ຂ້າພະເຈົ້າຈະມາເປີດເຜີຍດັ່ງຕໍ່ໄປນີ້

ທ່ານບອກຜູ້ມຸ້ງຫວັງຂອງທ່ານວ່າ ສິນຄ້າຂອງທ່ານດີກ່ວາບໍລິສັດອື່ນ ຫຼືບອກວ່າແຜນລາຍໄດ້ຂອງ
ທ່ານດີກ່ວາບໍລິສັດໜຶ່ງ ແມ່ນຫຼືບໍ?


ຈຸດປ່ຽນທຸລະກິດເຄືອຂ່າຍ MLM ສູ່ຄວາມສຳເລັດໂດຍບໍ່ຕ້ອງເຈັບປວດ

ແມ່ນທ່ານຫຼືບໍ? ຄືໜຶ່ງໃນຈຳນວນ ນັກທຸລະກິດເຄືອຂ່າຍ MLM 90% ທີ່ຍັງເຮັດແບບນັ້ນຢູ່...ຂ້າພະເຈົ້າກຳລັງ
ຈະບອກພວກເຮົາວ່າ ສິ່ງທີ່ເຮົາກຳລັງຂາຍນັ້ນ ມັນບໍ່ໄດ້ເປັນໄປຢ່າງທີ່ເຮົາຄິດ ຖ້າທ່ານກຳລັງຄິດວ່າທຸລະກິດ
ເຄືອຂ່າຍ MLM ຂອງທ່ານຄືການຂາຍອາຫານເສີມ ຂາຍວີຕາມິນ ຄີມໜ້າເດ້ງ ຄໍລອຍຟິວ ຫຼື ຄໍລອຍເຈນທີ່ດີ
ທີ່ສຸດ...
ທ່ານກຳລັງຄິດຜິດແລ້ວ ມັນອາດຈະເປັນຄວາມຈິງທີ່ວ່າສິນຄ້າ ຂອງທ່ານດີກ່ວາອີກບໍລິສັດໜຶ່ງຫຼື
ແຜນຈ່າຍ
ລາຍໄດ້ຂອງທ່ານນັ້ນດີກ່ວາ ຂອງອີກບໍລິສັດໜຶ່ງ ແລະມັນກໍ່ເປັນອົງປະກອບໜຶ່ງໃນການຕັດສິນໃຈ
ທີ່ບໍ່ຄວນມອງຂ້າມ ແຕ່...

ທ່ານລອງນືກເຖິງເວລາທີ່ທາງຮຽນໜັງສື ທ່ານຮຽນໜັງສືໄປເພື່ອຈະໄດ້ເກດດີໆ ມີຄະແນນສູງໆ ກຽດນິຍົມອັນ
ດັບຕົ້ນເທົ່ານັ້ນບໍ..? ແລະເພື່ອຈະໄດ້ເຮັດວຽກດີໆ ເງິນເດືອນສູງໆ ທ່ານເຮັດວຽກງານ ເພື່ອວຽກງານທີ່ທ່ານຮັກຈິງໆ
ຫຼື ເພື່ອຜົນຕອບແທນຈາກການເຮັດວຽກນັ້ນ? ທ່ານຊື້ສະວ່ານເພື່ອຕ້ອງການຈະສ້າງຮູ ແຕ່ຈິງໆແລ້ວທ່ານບໍ່
ໄດ້ຕ້ອງການສະວ່ານນັ້ນເລີຍ 
ເຊັ່ນກັນ...ຂ້າພະເຈົ້າເອງກໍ່ມີຄວາມເຊື່ອວ່າ ຫຼາຍໆຄົນຄົງບໍ່ຕ້ອງການສະວ່ານນັນ?
ພວກເຮົາຕ້ອງການສ້າງຮູຈາກສະວ່ານເທົ່ານັ້ນເອງ (ແຕ່ຖ້າເຮົາບໍ່ມີສະວ່ານເຮົາກໍ່ບໍ່ສາມາດສ້າງຮູໄດ້ແມ່ນຫຼືບໍ?)



ສະວ່ານກໍ່ຄືເຄື່ອງມືສ້າງໃນການ "ເຈາະ" ສ່ວນ " ຮູ " ໝາຍເຖິງ "ຄວາມສຳເລັດທີ່ເກີດຂື້ນ" ເຮົາຈະຂາດສະວ່ານ
ໄປບໍ່ໄດ້ເດັດຂາດ ເຖິງແມ່ນວ່າສະວ່ານຂອງເຮົາຈະບໍ່ແມ່ນສະວ່ານທີ່ດີທີ່ສຸດກໍ່ຕາມແຕ່ຖ້າຫາກມັນສາມາດຊ່ວຍ 
ສ້າງຮູໃຫ້ກັບເຮົາໄດ້ ກໍ່ຖືວ່າເຮົາ "ປະສົບຜົນສຳເລັດ" ໄດ້ເຊັ່ນດຽວກັນ ແຕ່ຈະໃຫ້ດີທີ່ສຸດຫາກເລືອກໄດ້ເຮົາກໍ່ຄວນ
ເລືອກສະວ່ານຕົວທີ່ດີທີ່ສຸດຢ່າງແນ່ນອນ




ແຕ່ເຮົາຈະບໍ່ຂາຍສະວ່ານທີ່ດີທີ່ສຸດເປັນອັນດັບແລກ ເພາະສິ່ງທີ່ເຮົາຈະໄດ້ຂາຍສະວ່ານໄດ້ກໍ່ຄື "ວີທີເຈາະຮູທີ່ຖືກ
ຕ້ອງໃນຮູບແບບທີ່ດີທີ່ສຸດ" ເພື່ອທີ່ຈະໄດ້ຮູທີ່ວ່ອງໄວແລະສວຍງາມທີ່ສຸດແລະປະຫຍັດພະລັງງານຂອງ ເຮົາໃຫ້
ໄດ້ຫຼາຍທີ່ສຸດ...ເທົ່ານັ້ນ...ທ່ານກໍ່ຈະຂາຍສະວ່ານນີ້ໄດ້ທັນທີ



ທ່ານຕ້ອງເຮັດໃຫ້ຜູ້ມຸ້ງຫວັງຂອງທ່ານຄິດໄດ້ດ້ວຍຕົວຂອງເຂົາເອງວ່າ ເຂົາຈະໄປເຖິງເປົ້າໝາຍຂອງເຂົາໄດ້
ຢ່າງໃດ ໂດຍໃຊ້ໂອກາດທີ່ທ່ານຈະສະເໜີໃຫ້ເປັນເຄື່ອງມືໜຶ່ງ ໃນການກ້າວໄປສູ່ຄວາມສຳເລັດນັ້ນ
ຈົ່ງຈຳໄວ້ວ່າ... ພວກເຂົາບໍ່ໄດ້ເຂົ້າຮ່ວມທຸລະກິດຂອງທ່ານ ເພາະບໍລິສັດຂອງທ່ານໜັ້ນຄົງກ່ວາ? ເຂົາບໍ່ໄດ້ເຂົ້າ
ຮ່ວມທຸລະກິດ ຂອງທ່ານເພື່ອສິນຄ້າຂອງທ່ານທີ່ດີກ່ວາ? ແຕ່ເຂົາຈະເຂົ້າຮ່ວມທຸລະກິດຂອງທ່ານເພາະວ່າ...
ທ່ານມີວີທີທີ່ຈະສ້າງຄວາມສຳເລັດໃຫ້ກັບເຂົາຕ່າງຫາກ




ແລະເມື່ອເຂົາໄດ້ເຂົ້າໃຈແລະໄດ້ແນມເຫັນວ່າ ເຂົາຈະໄດ້ສິ່ງໃດຢ່າງນີ້ແລ້ວ ເຂົາຍ່ອມບໍ່ລັງເລໃນການຄົ້ວໂອກາດ
ນີ້ໄວ້ ທີ່ທ່ານຍິບຢືນໃຫ້ ຈາກນັ້ນກໍ່ມີທ່ານເປັນຜູ້ໃຫ້ຄຳປືກສາ ທ່ານຄືຜູ້ທີ່ຄອຍແນະນຳ ວີທີການໃນການໃຊ້
ເຄື່ອງ ມືນັ້ນ ແລະແກ້ໄຂບັນຫາໃຫ້ກັບພວກເຂົາ ໂດຍທີ່ພວກເຂົາຈະເດີນເຂົ້າມາຫາທ່ານເອງ ເພາະເຂົາຮູ້ວ່າ
ເມື່ອເຂົ້າມາຫາທ່ານແລ້ວ ເຂົາຈະໄດ້ສິ່ງໃດ? 


ວຽກຂອງທ່ານກໍ່ຄື ການວາງຕຳແໜ່ງຂອງທ່ານໃນຖານະ ຂອງວີທີການທີ່ຈະແກ້ໄຂບັນຫາສິ່ງນັ້ນໆ ໃຫ້ກັບພວກ
ເຂົາ ແລະສິ່ງທີ່ທ່ານຕ້ອງຈຳເອົາໄວ້ກໍ່ຄື ທ່ານຕ້ອງບໍ່ຂາຍ ຄົນເຮົາບໍ່ມັກຖືກການຂາຍພວກເຂົາບໍ່ໄດ້ເຫັນທ່ານ
ເກີນໄປ ກ່ວາຄົນແປກໜ້າຄົນໜຶ່ງ ຫຼືໃຜກໍ່ບໍ່ຮູ້ທີ່ຈະພະຍາຍາມ ຈົກເງິນອອກຈາກກະເປົ໋າຂອງພວກເຂົາ




ວີທີການທີ່ດີທີ່ສຸດນັ້ນກໍ່ຄື ການໃຫ້ຂໍ້ມູນທີ່ເປັນປະໂຫຍດ ແລະວີທີການສູ່ຄວາມສຳເລັດໃຫ້ກັບຜູ້ມຸ້ງຫວັງກ່ອນ
ເພື່ອຈະໄດ້ສືກສາລາຍລະອຽດກ່ອນ ການຕັດສິນໃຈດ້ວຍຕົວເຂົາເອງ ແທນທີ່ຈະຂາຍໂອກາດທາງທຸລະກິດລາ
ຄາ 10.000-40.000ບາດ ເຊິ່ງຍັງບໍ່ທັນມີຄວາມແນ່ນອນໃຫ້ກັບພວກເຂົາເລີຍ

ສິ່ງທີ່ທ່ານຈະຂາຍບໍ່ແມ່ນການບອກວ່າ ບໍລິສັດຂອງທ່ານໝັ້ນຄົງພຽງໃດ ຫຼືສິນຄ້າຂອງບໍລິສັດທ່ານນັ້ນດີຂະ
ໜາດໃດ ທ່ານຈະຕ້ອງຮູ້ວ່າຜູ້ມຸ້ງຫວັງ ກຳລັງເຈີບັນຫາອັນໃດຢູ່ ທ່ານຕ້ອງບອກເຂົາວ່າທ່ານ ມີວີທີອື່ນທີ່ດີ
ກ່ວານັ້ນ ຫຼືເຈັບປວດໜ້ອຍລົງກ່ວານັ້ນ ເມື່ອທ່ານໄດ້ຮູ້ແລ້ວວ່າບັນຫາຂອງເຂົານັ້ນຄືສິ່ງໃດ ການບອກຂໍ້ມູນ
ທີ່ຈະນຳໄປສູ່ຄວາມສຳເລັດ ໂດຍທີ່ເຂົາບໍ່ຕ້ອງພົບກັບຄວາມເຈັບປວດຕ່າງຫາກ...ຄືສິ່ງທີ່ທ່ານຕ້ອງເຮັດ 

ທ່ານຕ້ອງການເປັນ "ຜູ້ຖືກລ່າ" ຫຼື "ຜູ້ໄລ່ລ່າ"


ຂ້າພະເຈົ້າເຄີຍເຮັດທຸລະກິດເຄືອຂ່າຍແບບເດີມໆນັ້ນກໍ່ຄື Old School ເຊິ່ງກໍ່ຄືການອອກຕາມໄລ່ລ່າຜູ້ຄົນຢ່າງ
ຫຼວງຫຼາຍຢູ່ລ້ອມໆຕົວຂ້າພະເຈົ້ານັ້ນເອງ ບໍ່ວ່າຈະເປັນ ເພື່ອນໆ ຍາດຕິພີນ້ອງ ຄົນຮູ້ຈັກ ຫຼື ກະທັ້ງຄົນທີ່ບໍ່ເຄີຍຮູ້
ຈັກກັນມາກ່ອນເລີຍ ຂ້າພະເຈົ້າເຮັດທຸກວີທີທາງເພື່ອຈະໄດ້ເພື່ອນໄໝ່ໆ ລາຍຊື່ໄໝ່ໆເຂົ້າມາໃນຊີວິດຂ້າພະເຈົ້າ
ຕ້ອງເສຍເງິນເຂົ້າຫ້ອງປະຊຸມສຳມະນາຕ່າງໆ ທັ້ງຄ່າເດີນທາງ ຄ່າອາຫານຄ່າພັກເຊົາແລະອື່ນໆ...ເພື່ອຫວັງທີ່ຈະ
ເພີ່ມລາຍຊື່ໃຫ້ກັບຕົນເອງ ໃຫ້ໄດ້ຫຼາຍທີ່ສຸດ ທ່ານເຄີຍເຮັດເໜືອນກັບຂ້າພະເຈົ້າແບບນີ້ຫຼືບໍ? 

ຖ້າຫາກທ່ານຍັງຄົງເຮັດແບບນີ້ຢູ່ ທ່ານລອງຕິດຕາມເລື່ອງລາວຂອງຂ້າພະເຈົ້າເບິ່ງນະ ວ່າຂ້າພະເຈົ້າເຄີຍເຈີກັບ
ສິ່ງໃດມາແດ່ ແລະທ່ານຕ້ອງໄດ້ເຈີເໜືອນກັບທີ່ ຂ້າພະເຈົ້າໄດ້ເຄີຍເຈີມາຢ່າງແນ່ນອນ ແຕ່ຖ້່ຫາກທ່ານຍັງຄົງເຮັດ
ທຸລະກິດເຄືອຂ່າຍຂອງທ່ານ ເໜືອນກັບຂ້າພະເຈົ້າທີ່ເຄີຍເຮັດມາກ່ອນແບບ Old School 




ຂ້າພະເຈົ້າຕ້ອງເສຍເງິນແລະເວລາໃນການເດີນທາງ ພົບປະນັດໝາຍກັບຜູ້ຄົນຈຳນວນຫຼາຍ ພໍໝົດຄົນຮູ້ຈັກ
ຕ້ອງເສຍເງິນ ໃນການໄປຊອກຫາລາຍຊື່ຜູ້ມຸ້ຫວັງໄໝ່ເຂົ້າມາອີກ ກໍ່ນັບວ່າແທບຈະບໍ່ເວັ້ນໜ້າຄົນທີ່ເດີນຜ່ານ
ເລີຍ ໃນໃຈຄິດແຕ່ຢາກເປີດໂອກາດໃຫ້ເຂົາທາງທຸລະກິດ ແຕ່ມັນກໍ່ຕ້ອງທຳໃຈເມື່ອສິ່ງທີ່ມັນອອກມາ ບໍ່ເປັນໄປ
ຕາມກຳນົດກົດເກນຂອງເຮົາຄິດເອົາໄວ້ເລີຍ
 ທ່ານລອງນືກພາບເບິ່ງເອົາເອງນະ...ຂະໜາດ ຄົນທີ່ຮູ້ຈັກເຮົາໄປ
ນຳສະເໜີສິ່ງທີ່ເຮົາຄິດວ່າດີທີ່ສຸດແລ້ວ ໃຫ້ກັບເຂົາ ເຂົາຍັງປະຕິເສດກັບມາເລີຍ ຫຼືຄ້າຕອບຮັບກໍ່ດ້ວຍຄວາມ
ເກງໃຈເທົ່ານັ້ນ ແລະຈະໄປເອົາຫຍັງກັບຄົນທີ່ເຮົາບໍ່ຮູ້ຈັກເຂົາມາກ່ອນ ແລະທີ່ກຳລັງລົມກັນໂດຍທີ່ບໍ່ໄດ້ສ້າງຄວາມ
ສຳພັນ ອັນດີງາມກັບເຂົາມາກ່ອນເລີຍ ແລະລາຍຊື່ສ່ວນໄຫຍ່ກໍ່ບໍ່ມີຄຸນນະພາບ ບາງຄົນຕາຍຄາໃບສະໝັກ




ໃນທີ່ສຸດກໍ່ບໍ່ເຫຼືອໃຜເລີຍ ເຫດຜົນເພາະໃນທີມງານບໍ່ມີໃຜຮູ້ຈິງ ໃນເລື່ອງເຮັດການຕະຫຼາດທີ່ມີປະສິດຕິພາບນັ້ນ
ເອງ ຂ້າພະເຈົ້າຈິ່ງຕ້ອງເສຍເງິນ ເສຍເວລາທີ່ມີຄຸນຄ່າ ຂອງຂ້າພະເຈົ້າ ເສຍຄວາມຮູ້ສືກດີໆກັບຍາດຕິພີ່ນ້ອງແລະ
ເພື່ອນຝູງ ທີ່ບໍ່ສາມາດຮຽກຮ້ອງຄວາມຮູ້ສືກດີໆ ກັບຄືນມາໃຫ້ເປັນເໜືອນເດີມໄດ້ອີກ ແລະທີ່ສຳຄັນມັນເຮັດໃຫ້
ຄອບຄົວຂອງຂ້າພະເຈົ້າ ຕ້ອງເຈັບປວດຈາກຄວາມແຕກແຍກ ຈາກການເຮັດທຸລະກິດທີ່ "ຜິດວີທີ" ແລະຂ້າພະ
ເຈົ້ເຊື່ອວ່ "ທ່ານຄົງບໍ່ຢາກໃຫ້ເຫດການເຊັ່ນນີ້ເກີດຂື້ນກັບຕົວທ່ານ ແລະຄົນທີ່ທ່ານຮັກເຊັ່ນກັນ"


ຫຼັງຈາກທີ່ຂ້າພະເຈົ້າໄດ້ຄົ້ນພົບເຄັດລັບ ວີທີເຮັດການຕະຫຼາດແບບໄໝ່ຈາກ Old School ມາເປັນການຕະຫຼາດ
 New School ດ້ຮຽນຮູ້ແລະຝີກຝົນເປັນຢ່າງໜັກ ໃນການປ່ຽນແປງຄັ້ງຫຍິ່ງໄຫຍ່ ທີ່ເກີດຂື້ນກັບຕົວຂ້າພະເຈົ້າ
ແລະຄວາມສຳເລັດ ທີ່ຕາມມາໂດຍບໍ່ຕ້ອງອອກແລ່ນໄລ່ລ່າຜູ້ຄົນອີກຕໍ່ໄປ ແລ້ວທ່ານລ່ະ...?

ທ່ານຕ້ອງການເປັນຜູ້ຖືກລ່າ ຫຼື ເປັນຜູ້ໄລ່ລ່າ


ວັນນີ້ບໍວ່າທ່ານຈະເຮັດທຸລະກິດເຄືອຂ່າຍ ຢູ່ກັບບໍລິສັດໃດກໍ່ຕາມ ຄວາມສຳເລັດລໍທ່ານຢູ່ທີ່ນີ້ແລ້ວ ທ່ານຈຳເປັນ
ຕ້ອງຮຽນຮູ້ ວີທີການເຮັດການຕະຫຼາດ ແບບນີ້ໂດຍໄວທີ່ສຸດ ຈາກທີ່ນີ້ທີ່ດຽວເທົ່ານັ້ນທີ່ຈະເປີດເຜີຍຄວາມລັບ
ຂອງຄົນທີ່ປະສົບຜົນສຳເລັດ ທີ່ເຂົາເຮັດກັນທີ່ທ່ານບໍ່ເຄີຍຮູ້ມາກ່ອນ ກຳລັງຈະເກີດຂື້ກັບຕົວທ່ານແລ້ວ ຕໍ່ຈາກນີ້
ໄປມັນຂື້ນກັບການຕັດສິນໃຈຂອງທ່ານເອງທັ້ງໝົດ




ເທັກນີກການເຈາະຮູ ຂອງແຕ່ລະຄົນຈະແຕກຕ່າງກັນອອກໄປ ຕາມຄວາມຮູ້ຄວາມສຳນານຂອງແຕ່ລະຄົນ
ທີ່ນີ້ເອງຄືສິ່ງທີ່ສຳຄັນທີ່ສຸດ ທີ່ທ່ານຈະຕ້ອງເລືອກໃນວີທີການທີ່ແຕກຕ່າງ ທີ່ໃຫ້ທັ້ງຄວາມສວຍງາມ ແລະວ່ອງໄວ
ພ້ອມທັ້ງເຮັດປະຫຍັດພະລັງງານໜ້ອຍທີ່ສຸດ
...ເຊິ່ງຂ້າພະເຈົ້າໄດ້ຕຽມສິ່ງເຫຼົ່ານີ້ໄວ້ໃຫ້ກັບທ່ານແລ້ວ... ພຽງແຕ່ທ່ານເປີດໃຈເຂົ້າມາຮຽນຮູ້ກັບຂ້າພະເຈົ້າຢ່າງຈິງຈັງ ແລ້ວທ່ານຈະໄດ້ຮັບວີທີການສ້າງຮູ ຂອງທ່ານດ້ວຍວີທີທີາງ່າຍ ວ່ອງໄວ ແລະປະຫຍັດປອດໄຟ ກ່ວາທີ່ອື່ນໃນການເຮັດທຸລະກິດນີ້.

..........................................................................................................................





ວິລະເດດ ພົມມະວົງ

ແດ່ຄວາມສຳເລັດຂອງທ່ານ...

ໂຄດທີ່ຕ້ອງການຊ່ວຍໃຫ້ທ່ານປະສົບຄວາມສຳເລັດໂດຍບໍ່ຕ້ອງພົບກັບຄວາມເຈັບປວດ 
ຄຣີກທີ່ນີ້

วันเสาร์ที่ 13 กรกฎาคม พ.ศ. 2556

ເທັກນີກການເຮັດ ທຸລະກິດເຄືອ ຂ່າຍຢ່າງມືອາຊີບ


ເລີ່ມຕົ້ນຈາກການທີ່ທ່ານຈະຕ້ອງຮຽນຮູ້ການໃຊ້ເຄື່ອງມື...

ທີ່ໃຊ້ໃນການຫາຜູ້ມຸ້ງຫວັງຮຽນຮູ້ວີທີການປະໂມດເວັບໄຊ...

ຈົນໄປເຖິງການປິດຮັບສະໝັກຜູ້ມຸ້ງຫວັງເທັກນີກຕ່າງໆ...

ທີທ່ານຈະໄດ້ຮຽນຮູ້ ແລະນຳໄປໃຊ້ ກັບທຸລະກິດຂອງທ່ານ...


ນັ້ນຈະມີຫຍັງແດ່


ຂໍ້ທີ1.
ການເລືອກບໍລິສັດທີ່ທ່ານຈະຕ້ອງເຮັດ ການທີ່ທ່ານຈະເຮັດທຸລະກິດເຄືອຂ່າຍຈັກຕົວຂ້າພະເຈົ້າຂໍແນະນຳໃຫ້ທ່ານ
ກວດສອບຂໍ້ມູນໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະຫຼາຍໄດ້ ເຊັ່ນວ່າ ສຳນັກງານໄຫຍ່ ທີ່ຕັ້ງ  ການດຳເນີນທຸລະກິດໃນລັກສະນະ
ໃດ ການຕະຫຼາດມີຄວາມເປັນໄປໄດ້ ຫຼາຍໜ້ອຍພຽງໃດ ທີ່ເຮົາສາມາດເຮັດໄດ້ ນະໂຍບາຍການເຮັດທຸລະກິດໃນໄລ
ຍະຍາວເປັນແນວໃດປະທານບໍລິສັດ ມີຄຸນນະທຳ ມີຈະລິຍະທຳແລະຈັນຍາບັນ ໃນການເຮັດທຸລະກິດເຄືອຂ່າຍຫຼືບໍ

ສິ່ງຕ່າງໆ ທີ່ໄດ້ກ່າວມານີ້ ມີຄວາມສຳຄັນປັນຢ່າງຫຍິ່ງ ເຊິ່ງຖ້າທ່ານເລືອກບໍລິສັດຜິດແລ້ວອາດຈະຕ້ອງພົບກັບ
ຄວາມລົ້ມເຫລວ ໃນການເຮັດທຸລະກິດເຄືອຂ່າຍ ພົບຄວມຊອກຊ້ຳ ແລະຕ້ອງສູນເສຍເງິນຄຳໄປໂດຍບໍ່ໄດ້ຢ່າງ
ໃດເລີຍ

ຂໍ້ທີ2.​
ການເລືອກທີມງານຫຼືຜູ້ແນະນຳ ທີ່ທ່ານຈະເຂົ້າຮ່ວມດ້ວຍ ຜູ້ແນະນຳທີ່ຈະຊັກຊວນທ່ານເຂົ້າສູ່ທຸລະກິດເຄືຂ່າຍນີ້
ຈະຕ້ອງເປັນຜູ້ທີ່ມີຄວາມສາມາດ ຊ່ວຍເຫຼືອສະໜັບສະໜູນທ່ານໄດ້ບໍ່ແມ່ນວ່າຊັກຊວນເຂົ້າມາແລ້ວບໍ່ແນະນຳ
ຢ່າງໃດໃຫ້ກັບທ່ານເລີຍ ປ່ອຍໃຫ້ທ່ານເຮັດວຽກຢູ່ຄົນດຽວ ກ່ອນທີ່ທ່ານຈະຂຽນໃບສະໝັກ ຂ້າພະເຈົ້າຂໍແນະນຳວ່າ
ໃຫ້ທ່ານ ສືກສາທີມງານຫຼືຜູ້ແນະນຳທ່ານຢ່າງລະອຽດ ໂດຍສືກສາວີທີການເຮັດທຸລະກິດ ເຄື່ອງມືລະບົບສະໜັບສະ
ໜູນຕ່າງໆຖ້າທ່ານເລືອກທີມງານທີ່ດີ ໂອກາດທີ່ທ່ານຈະປະສົບຜົນສຳເລັດກໍ່ມີຫຼາຍຂື້ນ

ຂໍ້ທີ3.

ການເລືອກໃຊ້ເຄື່ອງມືຊ່ວຍ ໃນການເຮັດການຕະຫຼາດ ຈາກຂໍ້ທີ2 ຖ້າທ່ານເລືອກຖືກທີມງານ ທີ່ມີເຄື່ອງມືແລະລະ
ບົບສໜັບສະໜູນ ສິ່ງສຳຄັນລະດັບຕໍ່ໄປ ທີ່ທ່ານຈະຕ້ອງເຮັດຄືການໃຊ້ເຄື່ອງມື ໃນການເຮັດການຕະຫຼາດ ສິ່ງທີ່ຂ້າ
ພະເຈົ້າຈະແນະນຳຕໍ່ໄປນີ້ ເປັນເຄື່ອງມືທີ່ມີປະສິດຕິພາບຫຼາຍທີ່ສຸດນັ້ນກໍ່ຄື ການມີເວັບໄຊ ເປັນຂອງຕົວເອງໂດຍ
ໃຊ້ Word press, Blogger ແລະ E-mailmarketing ຂໍ້ດີຂອງມັນຄື ເບິ່ງນ່າເຊື່ອຖື ເບິ່ງເປັນມືອາຊີບ ສາມາດສ້າງ
ລາຍຊື່ຜູ້ມຸ້ງຫວັງ ໄດ້ຢ່າງຫຼວງຫຼາຍ ແບບບໍ່ມີວັນຢຸດ ແລະຂໍ້ດີອີກຢ່າງໜຶ່ງຄືເວັບໄຊຂອງທ່ານສາມາດເຮັດວຽກໄດ້
ຕະຫຼອດ24 ຊົ່ວໂມງ ແບບບໍ່ມີວັນເມື່ອຍເລີຍ

ຂໍັທີ4.

ເລື່ອງລາວແລະປະສົບການຕ່າງໆ ທີ່ທ່ານຈະມາແບ່ງປັນໃຫ້ຜູ້ມຸ້ງຫວັງ ຫຼັງຈາກທີ່ທ່ານມີເວັບໄຊແລະລະບົບ  E-mail
marketing ພ້ອມຮຽບຮ້ອຍແລ້ວ ຂັ້ນຕອນຕໍ່ໄປຄືທ່ານຈຳເປັນ ທີ່ຈະຕ້ອງຖ່າຍທອດຄວາມເປັນຕົວຕົນຂອງທ່ານ
ເອງ ແບ່ງປັນກັບຜູ້ມຸ້ງຫວັງຂອງທ່ານ ສິ່ງທີ່ທ່ານຈະຕ້ອງຂຽນນັ້ນ ອາດຈະເປັນປະສົບການຕ່າງໆ ຫຼືວີທີການເປັນປະ
ໂຫຍດ ທີ່ສາມາດຊ່ວຍເຫຼືອຜູ້ທີ່ກຳລັງປະສົບບັນຫາ ໃນການເຮັດທຸລະກິດເຄືອຂ່າຍ ຖ້າເລືອງລາວທີ່ທ່ານຂຽນຂື້ນ
ມານັ້ນເປັນສິ່ງທີ່ເຂົາມີຄວາມຕ້ອງການ...ເຂົາອາດຕ້ອງການຄວາມຊ່ວຍເຫຼືອຈາກທ່ານ

ຂໍ້ທີ5.

ວີທີການປະໂມດເວັບໄຊຂອງທ່ານ ເມື່ອເວັບໄຊຂອງທ່ານມີເລື່ອງລາວຕ່າງໆ ພໍສົມຄວນແລ້ວລຳດັບຕໍ່ໄປມີຄວາມ
ສຳຄັນເປັນຢ່າງຫຍິ່ງ ທີ່ຈະຊ່ວຍຜັກດັນເວັບໄຊຂອງທ່ານເປັນທີ່ຮູ້ຈັກກັນຫຼາຍຂື້ນແລະຍັງເຮັດໃຫ້ເວັບໄຊຂອງທ່ານ
ຕິດອັນດັບຢູ່ໃນໜ້າໜຶ່ງຂອງ Google ສິ່ງສຳຄັນຂ້າພະເຈົ້າຢາກຈະບອກ ນີ້ຄືການໃຊ້ສື່ Social Network ໃນການ
ປະໂມດເວັບໄຊໃຫ້ກັບເພື່ອນໆເຊັ່ນ ການໃຊ້  facebooktwitter hi5 ແລະອື່ນໆ...ອີກຫຼວງຫຼາຍ

ຂໍ້ທີ6.
ການສ້າງຄວາມສຳພັນກັບຜູ້ມຸ້ງຫວັງ ການເຮັດທຸລະກິດເຄືອຂ່າຍ ໃຫ້ປະສົບຜົນສຳເລັດ ນັ້ນເປັນສິ່ງທີ່ຂາດບໍ່ໄດ້
ເລີຍຄື ຜູ້ມຸ້ງຫວັງ ເຊິ່ງເປັນປັດໃຈສຳຄັນຕໍ່ການດຳເນີນ ທຸລະກິດເຄືອຂ່າຍ ຫຼາຍທີ່ສຸດເທົ່ານັ້ນ ການທີ່ເຮົາຈະຊວນ
ເຂົາເຂົ້າມາເຮັດທຸລະກິດ ຈຳເປັນຕ້ອງສ້າງຄວາມສຳພັນ ກັບຄົນເຫຼົ່ານັ້ນກ່ອນ ເພື່ອສ້າງຄວາມເຊື່ອໝັ້ນ ສ້່ງ
ຄວາມ ໄວ້ວາງໃຈ ໃຫ້ໄດ້ຫຼາຍທີ່ສຸດ ສ່ວນວີທີການນັ້ນງ່າຍທີ່ສຸດຄື ໃຊ້ລະບົບ  E-mail marketing ເຊິ່ງເປັນລະບົບທີ່
ສາມາດ ເຮັດວຽກແທນເຮົາໄດ້ເກືອບທັ້ງໝົດຕັ້ງແຕ່ ການສົ່ງຂໍ້ມູນໃຫ້ກັບຜູ້ມຸ້ງຫວັງເຊີນຜູ້ມຸ້ງຫວັງເຂົ້າຫ້ອງປະ
ຊຸມ ສ້າງຄວາມສຳພັນກັບຜູ້ມຸ້ງຫວັງແລະ ປິດການຂາຍໃຫ້ເຮົາໂດຍອັດຕະໂນມັດ

ຂໍ້ທີ7.
ຮຽນຮູ້ຢູ່ສະເໝີ ຫຼັກສຳຄັນໃນການເຮັດທຸລະກິດເຄືອຂ່າຍ ຄືຄວາມຕໍ່ເນື່ອງ ຄວາມສະໝ່ຳສະເໝີ ເມື່ອທ່ານເຂົ້າ
ມາເຮັດທຸລະກິດເຄືອຂ່າຍ ແບບອອນໄລນແລ້ວ ທ່ານຈະຕ້ອງຮຽນຮູ້ເທັກນີກຕ່າງໆຂອງທີມງານໃຫ້ໝົດ ເພື່ອທີ່
ທ່ານຈະໄດ້ຖ່າຍທອດ ຄວາມຮູ້ໃຫ້ກັບທີມງານຂອງທ່ານຕໍ່ໄປ ແລະເພື່ອສ້າງ ອົງກອນຂອງທ່ານ ໃຫ້ເຕີບໂຕຂະ
ຫຍາຍ ຕົວໄປຢ່າງບໍ່ມີວັນຊິ້ນສຸດ



.............................................................................................................................................






ວິລະເດດ ພົມມະວົງ

ແດ່ຄວາມສຳເລັດຂອງທ່ານ...

ໂຄດທີ່ຕ້ອງການຊ່ວຍໃຫ້ທ່ານປະສົບຄວາມສຳເລັດໂດຍບໍ່ຕ້ອງພົບກັບຄວາມເຈັບປວດ 
ຄຣີກທີ່ນີ້

Twitter Delicious Facebook Digg Stumbleupon Favorites More

 
Design by Free WordPress Themes | Bloggerized by Lasantha - Premium Blogger Themes | Free Samples By Mail