ເລີ່ມຕົ້ນຈາກການທີ່ທ່ານຈະຕ້ອງຮຽນຮູ້ການໃຊ້ເຄື່ອງມື...
ທີ່ໃຊ້ໃນການຫາຜູ້ມຸ້ງຫວັງຮຽນຮູ້ວີທີການປະໂມດເວັບໄຊ...
ຈົນໄປເຖິງການປິດຮັບສະໝັກຜູ້ມຸ້ງຫວັງເທັກນີກຕ່າງໆ...
ທີທ່ານຈະໄດ້ຮຽນຮູ້ ແລະນຳໄປໃຊ້ ກັບທຸລະກິດຂອງທ່ານ...
ນັ້ນຈະມີຫຍັງແດ່
ຂໍ້ທີ1.
ການເລືອກບໍລິສັດທີ່ທ່ານຈະຕ້ອງເຮັດ ການທີ່ທ່ານຈະເຮັດທຸລະກິດເຄືອຂ່າຍຈັກຕົວຂ້າພະເຈົ້າຂໍແນະນຳໃຫ້ທ່ານ
ກວດສອບຂໍ້ມູນໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະຫຼາຍໄດ້ ເຊັ່ນວ່າ ສຳນັກງານໄຫຍ່ ທີ່ຕັ້ງ ການດຳເນີນທຸລະກິດໃນລັກສະນະ
ໃດ ການຕະຫຼາດມີຄວາມເປັນໄປໄດ້ ຫຼາຍໜ້ອຍພຽງໃດ ທີ່ເຮົາສາມາດເຮັດໄດ້ ນະໂຍບາຍການເຮັດທຸລະກິດໃນໄລ
ຍະຍາວເປັນແນວໃດປະທານບໍລິສັດ ມີຄຸນນະທຳ ມີຈະລິຍະທຳແລະຈັນຍາບັນ ໃນການເຮັດທຸລະກິດເຄືອຂ່າຍຫຼືບໍ
ສິ່ງຕ່າງໆ ທີ່ໄດ້ກ່າວມານີ້ ມີຄວາມສຳຄັນປັນຢ່າງຫຍິ່ງ ເຊິ່ງຖ້າທ່ານເລືອກບໍລິສັດຜິດແລ້ວອາດຈະຕ້ອງພົບກັບ
ຄວາມລົ້ມເຫລວ ໃນການເຮັດທຸລະກິດເຄືອຂ່າຍ ພົບຄວມຊອກຊ້ຳ ແລະຕ້ອງສູນເສຍເງິນຄຳໄປໂດຍບໍ່ໄດ້ຢ່າງ
ໃດເລີຍ
ຂໍ້ທີ2.
ການເລືອກທີມງານຫຼືຜູ້ແນະນຳ ທີ່ທ່ານຈະເຂົ້າຮ່ວມດ້ວຍ ຜູ້ແນະນຳທີ່ຈະຊັກຊວນທ່ານເຂົ້າສູ່ທຸລະກິດເຄືຂ່າຍນີ້
ຈະຕ້ອງເປັນຜູ້ທີ່ມີຄວາມສາມາດ ຊ່ວຍເຫຼືອສະໜັບສະໜູນທ່ານໄດ້ບໍ່ແມ່ນວ່າຊັກຊວນເຂົ້າມາແລ້ວບໍ່ແນະນຳ
ຢ່າງໃດໃຫ້ກັບທ່ານເລີຍ ປ່ອຍໃຫ້ທ່ານເຮັດວຽກຢູ່ຄົນດຽວ ກ່ອນທີ່ທ່ານຈະຂຽນໃບສະໝັກ ຂ້າພະເຈົ້າຂໍແນະນຳວ່າ
ໃຫ້ທ່ານ ສືກສາທີມງານຫຼືຜູ້ແນະນຳທ່ານຢ່າງລະອຽດ ໂດຍສືກສາວີທີການເຮັດທຸລະກິດ ເຄື່ອງມືລະບົບສະໜັບສະ
ໜູນຕ່າງໆຖ້າທ່ານເລືອກທີມງານທີ່ດີ ໂອກາດທີ່ທ່ານຈະປະສົບຜົນສຳເລັດກໍ່ມີຫຼາຍຂື້ນ
ຂໍ້ທີ3.
ການເລືອກໃຊ້ເຄື່ອງມືຊ່ວຍ ໃນການເຮັດການຕະຫຼາດ ຈາກຂໍ້ທີ2 ຖ້າທ່ານເລືອກຖືກທີມງານ ທີ່ມີເຄື່ອງມືແລະລະ
ບົບສໜັບສະໜູນ ສິ່ງສຳຄັນລະດັບຕໍ່ໄປ ທີ່ທ່ານຈະຕ້ອງເຮັດຄືການໃຊ້ເຄື່ອງມື ໃນການເຮັດການຕະຫຼາດ ສິ່ງທີ່ຂ້າ
ພະເຈົ້າຈະແນະນຳຕໍ່ໄປນີ້ ເປັນເຄື່ອງມືທີ່ມີປະສິດຕິພາບຫຼາຍທີ່ສຸດນັ້ນກໍ່ຄື ການມີເວັບໄຊ ເປັນຂອງຕົວເອງໂດຍ
ໃຊ້ Word press, Blogger ແລະ E-mailmarketing ຂໍ້ດີຂອງມັນຄື ເບິ່ງນ່າເຊື່ອຖື ເບິ່ງເປັນມືອາຊີບ ສາມາດສ້າງ
ລາຍຊື່ຜູ້ມຸ້ງຫວັງ ໄດ້ຢ່າງຫຼວງຫຼາຍ ແບບບໍ່ມີວັນຢຸດ ແລະຂໍ້ດີອີກຢ່າງໜຶ່ງຄືເວັບໄຊຂອງທ່ານສາມາດເຮັດວຽກໄດ້
ຕະຫຼອດ24 ຊົ່ວໂມງ ແບບບໍ່ມີວັນເມື່ອຍເລີຍ
ຂໍັທີ4.
ເລື່ອງລາວແລະປະສົບການຕ່າງໆ ທີ່ທ່ານຈະມາແບ່ງປັນໃຫ້ຜູ້ມຸ້ງຫວັງ ຫຼັງຈາກທີ່ທ່ານມີເວັບໄຊແລະລະບົບ E-mail
marketing ພ້ອມຮຽບຮ້ອຍແລ້ວ ຂັ້ນຕອນຕໍ່ໄປຄືທ່ານຈຳເປັນ ທີ່ຈະຕ້ອງຖ່າຍທອດຄວາມເປັນຕົວຕົນຂອງທ່ານ
ເອງ ແບ່ງປັນກັບຜູ້ມຸ້ງຫວັງຂອງທ່ານ ສິ່ງທີ່ທ່ານຈະຕ້ອງຂຽນນັ້ນ ອາດຈະເປັນປະສົບການຕ່າງໆ ຫຼືວີທີການເປັນປະ
ໂຫຍດ ທີ່ສາມາດຊ່ວຍເຫຼືອຜູ້ທີ່ກຳລັງປະສົບບັນຫາ ໃນການເຮັດທຸລະກິດເຄືອຂ່າຍ ຖ້າເລືອງລາວທີ່ທ່ານຂຽນຂື້ນ
ມານັ້ນເປັນສິ່ງທີ່ເຂົາມີຄວາມຕ້ອງການ...ເຂົາອາດຕ້ອງການຄວາມຊ່ວຍເຫຼືອຈາກທ່ານ
ຂໍ້ທີ5.
ວີທີການປະໂມດເວັບໄຊຂອງທ່ານ ເມື່ອເວັບໄຊຂອງທ່ານມີເລື່ອງລາວຕ່າງໆ ພໍສົມຄວນແລ້ວລຳດັບຕໍ່ໄປມີຄວາມ
ສຳຄັນເປັນຢ່າງຫຍິ່ງ ທີ່ຈະຊ່ວຍຜັກດັນເວັບໄຊຂອງທ່ານເປັນທີ່ຮູ້ຈັກກັນຫຼາຍຂື້ນແລະຍັງເຮັດໃຫ້ເວັບໄຊຂອງທ່ານ
ຕິດອັນດັບຢູ່ໃນໜ້າໜຶ່ງຂອງ Google ສິ່ງສຳຄັນຂ້າພະເຈົ້າຢາກຈະບອກ ນີ້ຄືການໃຊ້ສື່ Social Network ໃນການ
ປະໂມດເວັບໄຊໃຫ້ກັບເພື່ອນໆເຊັ່ນ ການໃຊ້ facebooktwitter hi5 ແລະອື່ນໆ...ອີກຫຼວງຫຼາຍ
ຂໍ້ທີ6.
ການສ້າງຄວາມສຳພັນກັບຜູ້ມຸ້ງຫວັງ ການເຮັດທຸລະກິດເຄືອຂ່າຍ ໃຫ້ປະສົບຜົນສຳເລັດ ນັ້ນເປັນສິ່ງທີ່ຂາດບໍ່ໄດ້
ເລີຍຄື ຜູ້ມຸ້ງຫວັງ ເຊິ່ງເປັນປັດໃຈສຳຄັນຕໍ່ການດຳເນີນ ທຸລະກິດເຄືອຂ່າຍ ຫຼາຍທີ່ສຸດເທົ່ານັ້ນ ການທີ່ເຮົາຈະຊວນ
ເຂົາເຂົ້າມາເຮັດທຸລະກິດ ຈຳເປັນຕ້ອງສ້າງຄວາມສຳພັນ ກັບຄົນເຫຼົ່ານັ້ນກ່ອນ ເພື່ອສ້າງຄວາມເຊື່ອໝັ້ນ ສ້່ງ
ຄວາມ ໄວ້ວາງໃຈ ໃຫ້ໄດ້ຫຼາຍທີ່ສຸດ ສ່ວນວີທີການນັ້ນງ່າຍທີ່ສຸດຄື ໃຊ້ລະບົບ E-mail marketing ເຊິ່ງເປັນລະບົບທີ່
ສາມາດ ເຮັດວຽກແທນເຮົາໄດ້ເກືອບທັ້ງໝົດຕັ້ງແຕ່ ການສົ່ງຂໍ້ມູນໃຫ້ກັບຜູ້ມຸ້ງຫວັງເຊີນຜູ້ມຸ້ງຫວັງເຂົ້າຫ້ອງປະ
ຊຸມ ສ້າງຄວາມສຳພັນກັບຜູ້ມຸ້ງຫວັງແລະ ປິດການຂາຍໃຫ້ເຮົາໂດຍອັດຕະໂນມັດ
ຂໍ້ທີ7.
ຮຽນຮູ້ຢູ່ສະເໝີ ຫຼັກສຳຄັນໃນການເຮັດທຸລະກິດເຄືອຂ່າຍ ຄືຄວາມຕໍ່ເນື່ອງ ຄວາມສະໝ່ຳສະເໝີ ເມື່ອທ່ານເຂົ້າ
ມາເຮັດທຸລະກິດເຄືອຂ່າຍ ແບບອອນໄລນແລ້ວ ທ່ານຈະຕ້ອງຮຽນຮູ້ເທັກນີກຕ່າງໆຂອງທີມງານໃຫ້ໝົດ ເພື່ອທີ່
ທ່ານຈະໄດ້ຖ່າຍທອດ ຄວາມຮູ້ໃຫ້ກັບທີມງານຂອງທ່ານຕໍ່ໄປ ແລະເພື່ອສ້າງ ອົງກອນຂອງທ່ານ ໃຫ້ເຕີບໂຕຂະ
ຫຍາຍ ຕົວໄປຢ່າງບໍ່ມີວັນຊິ້ນສຸດ
.............................................................................................................................................
ວິລະເດດ ພົມມະວົງ
ແດ່ຄວາມສຳເລັດຂອງທ່ານ...
ໂຄດທີ່ຕ້ອງການຊ່ວຍໃຫ້ທ່ານປະສົບຄວາມສຳເລັດໂດຍບໍ່ຕ້ອງພົບກັບຄວາມເຈັບປວດ ຄຣີກທີ່ນີ້
22:50
viraded



0 ความคิดเห็น:
แสดงความคิดเห็น