ຮຽນຮູ້ທຳທຸລະກິດເຄືອຂ່າຍຢ່າງມືອາຊີບ

ຂ້າພະເຈົ້າບອກໄດ້ເລີຍວ່າ ການເຮັດທຸລະກິດເຄືອຂ່າຍແບບເດີມໆ ທີ່ໄດ້ມາຈາກການຖ່າຍທອດ ຈາກແມ່ທີມ ຂອງທ່ານນັ້ນ ບໍ່ວ່າຈະດ້ວຍວີທີໃດກໍ່ຕາມ ມັນບໍ່ໄດ້ຊ່ວຍໃຫ້ທຸລະກິດຂອງທ່ານ ດີຂື້ນໄດ້ດັ່ງທີ່ທ່ານຄາດຫວັງເອົາ ໄວ້ ຢ່າງແນ່ນອນ ແຕ່ທ່ານກໍ່ຕ້ອງຝືນເຮັດເປັນທຳມະດາ ເພາະທ່ານຖືກສອນມາແບບນັ້ນ ຖ້າຫາກທ່ານພໍໃຈ ກັບວີທີແບບເດີມໆ ທີ່ທ່ານເຮັດຜ່ານມາ ແລະ ບໍ່ຫວັງທີ່ຈະຊອກຫາວີທີການອື່ນ ທີ່ຊ່ວຍໃຫ້ທຸລະກິດຂອງທ່ານ ປະສົບຜົນສຳເລັດຢ່າງແທ້ຈິງ ກາລຸນາອອກຈາກເວັບໄຊ ຂອງຂ້າພະເຈົ້າໄປເລີຍ ເພາະມັນຈະເປັນການເສຍເວ ລາຂອງທ່ານ ໃນການຮຽນຮູ້ ວີທີສູ່ຄວາມສຳເລັດທີ່ຂ້າພະເຈົ້າຈະມາເປີດເຜີຍດັ່ງຕໍ່ໄປນີ້

วันอังคารที่ 1 มีนาคม พ.ศ. 2559

ຍາກລວຍເຮັດແນວໃດດີ




ເຊື່ອວ່າຄົງເປັນຄຳຖາມ ທີ່ໃຜຕໍ່ໃຜກໍ່ຕ້ອງການຄຳຕອບ..ຈະມີຈັກຄົນແດ່ທີ່ບໍ່ຢາ ລວຍ (ແມ່ນບໍ?)
ເຊິ່ງຈິງໆ ແລ້ວທຸກ ຄົນກໍ່ບໍ່ວ່າຈະເກີດມາ ໃນກອງເງິນ ກອງທອງ ຖືເງິນ ຖືຄຳມາຕັ້ງແຕ່ເກີດ
ແຕ່ຄວາມສຳເລັດ ໃນການຫາເງິນ ເປັນສິ່ງ ທີ່ທຸກຄົນ ສາມາດ ສ້າງໄດ້ສະເໝີ ສຳຄັນ ວ່າຈະຕ້ອງຄົ້ນ
ພົບຕົວຕົນ ແລະ ດືງສັກກະຍະພາບ ຂອງຕົນອອກມາໃຊ້ 

ວັນນີ້ໄດ້ຍິບເອົາ 5 ວີທີງ່າຍໆ ທີ່ຈະເຮັດໃຫ້ທຸກຄົນລວຍ ແບບບໍ່ຮູ້ເນື້ອຮູ້ຕົວ ເປັນເຄັດລັບທີ່ຄົນ
ສ່ວນໄຫຍ່ຍັງບໍ່ຮູ້ ເຊິ່ງ ເຄັບ ລັບນີ້ໄດ້ຊີທາງລວຍ ໃຫ້ຄົນໄດ້ເປັນເສດຖີ ມາແລ້ວຢ່າງຫຼວງຫຼາຍ

1. ວາງເປົ້າໝາຍ
ຄົນທີ່ຈະປະສົບຜົນສຳເລັດໄດ້ ສິ່ງທີ່ສຳຄັນທີ່ສຸດຄື ການຕັ້ງເປົ້າໝາຍ ແລ້ວເດີນໄປສູ່ເປົ້າໝາຍນັ້ນ
ການຕັ້ງເປົ້າ ໝາຍ ຈະເຮັດໃຫ້ການວາງແຜນ ການດຳເນີນວຽກງານທີ່ຊັດເຈນ ມີການ ບໍລິຫານ
ເວລາ ທີ່ແນ່ນອນ ຫາກວາງ ເປົ້າໝາຍຜິດ ພາດ ທຸກຢ່າງກໍ່ຈະຜິດພາດ ຂາດເປົ້າໝາຍ ໄປດ້ວຍ
ເຊັນ: ໄທເກີ້ວູດ ນັກກັອບມື1 ຂອງໂລກບໍ່ໄດ້ຕັ້ງ ເປົ້າໝາຍ ທີ່ເງິນ ລາງວັນ ແຕ່ເປົ້າໝາຍຂອງ
ເຂົາຢູ່ທີ່ ເຮັດແນວໃດເຖິງ ຈະໄດ້ເປັນທີ1 ໃນກີລາກັອບເຂົາຝືກຜົນ ຢ່າງໜັກ ໃນທີ່ສຸດກໍ່ ຄອງທີ1 
 ຂອງໂລກໄປໄດ້ ຈາກນັ້ນເງິນກໍ່ຫຼັ່ງໄຫຼ ເຂົ້າມາແບບບໍ່ຮູ້ຕົວເລີຍ

2. ສະຫຼາດເລືອກ
ຕ້ອງຮູ້ຈັກເລືອກສິ່ງດີໆ ໃນຕົນເອງ ສົມບັດມີວຽກຢ່າງໜຶ່ງຈະຕ້ອງເຮັດ ເຊິ່ງບໍ່ເຮັດບໍ່ໄດ້ ແຕ່ວຽກ
ອັນນີ້ ບໍ່ໃຫ້ເກີດ ລາຍໄດ້ ຫຼື ເກີດລາຍໄດ້ພຽງເລັກໆ ນ້ອຍໆກໍ່ຕາມ ຖ້າເຊັ່ນນັ້ນຈະເປັນໄປໄດ້ຫຼືບໍທີ່
ຈະມອບ ໝາຍໃຫ້ຄົນອື່ນ (ທີ່ມີລາຍ ໄດ້ຕໍ່ນາທີທີ່ ຕ່ຳ ກ່ວາເຮົາ) ໄປດຳເນີນການແທນ ດ້ວຍວີທີ
ນີ້ເຮົາບໍ່ ຕ້ອງເສຍເວລາກັບ ວຽກດັ່ງກ່າວ ແລະງານນັ້ນກໍ່ບໍ່ ເສຍດ້ວຍ ນີ້ຄືການສະ ຫຼາດ ເລືອກ 
3. ເພີ່ມຜົນຜະລິດຂອງເວລາ
ຊັບພະຍາກອນທີ່ດີທີ່ສຸດຄືເວລາໃນ 1 ວັນ ເຮົາເຮັດວຽກຈັກຊົ່ວໂມງ ນຳວັນເຮັດວຽກທັ້ງໝົດມາຄິດ
ເປັນຈັກຊົ່ວ ໂມງ ຈັກນາທີ ແລ້ວເອົາຈຳນວນ ນາທີທັ້ງໝົດ ໄປຫາລາຍ ໄດ້ໝົດປີ ນີ້ຄືການຫາຄ່າ
ຂອງນາທີວ່າ ນາທີໜຶ່ງຂອງເຮົາ ມີຄ່າເທົ່າໃດ ຈາກນັ້ນກໍ່ໄປ ເພີ່ມຜົນຜະລິດ ຂອງເວລາ ເຊັ່ນວ່າ
ວັນໜຶ່ງ ອ່ານໜັງສືໄດ້ 50 ໜ້າ ແລະຖ້າໃນໜຶ່ງວັນ ເຮົາ ອ່ານໜັງສືໄດ້ຫຼາຍກ່ວາ 100 ໜ້າ ອັນນີ້
ເອິ້ນວ່າການ ເພີ່ມຜົນຜະລິດ ຂອງເວລາ ຖ້າເພີ່ມຜົນຜະລິດ ໄດ້ສູງ ເຮົາກໍ່ ໄດ້ ພັດທະນາວຽກງານ
ຂອງເຮົາໄດ້ສູງ ທີ່ສຳຄັນຄືເຮົາໄດ້ ພັດທະນາ ຕົວເອງໄປນຳດ້ວຍ
4. ຊີວິດ (ຕ້ອງ) ລິຂິດເອງ
ການທີ່ຄົນບໍ່ໃຫ້ຄວາມສຳຄັນ ຂອງຕົວເອງ ແລ້ປ່ອຍ ເວລາໃຫ້ເປັນໄປ ຕາມມີຕາມເກີດແຕ່ພໍ
ເກີດມີບັນຫາຂື້ນມາ ກໍ່ໂທດດວງຊະຕາ ໂທດຟ້າລິຂິດ ເຊິ່ງເປັນຂໍ້ອ້າງ ແລະ ເປັນຈຸດອ່ອນ ທີ່
ເຮັດໃຫ້ບໍ່ ພັດທະນາ ຕົວເອງ ຖ້າຈະເບິ່ງຄວາມ ສຳເລັດຂອງຕົນເອງ ຕ້ອງເບິ່ງການກະທຳຂອງ
ເຮົາໃນປັດຈຸບັນ ວ່າເຮົາດຳເນີນຊີວິດ ສອດຄ່ອງກັບ ເປົ້າໝາຍທີ່ ເຮົາຕັ້ງໄວ້ຫຼືບໍ 
"ເພາະວ່າສິ່ງທີ່ເຮົາມີ ສິ່ງທີ່ເຮົາເປັນໃນ ປັດຈຸບັນນີ້ ເກີດຈາກການ ຕັດສິນໃຈ ຂອງເຮົາໃນ ອາດີດ" 
5. ຕ້ອງກ້າທີ່ຈະປ່ຽນແປງ
ການທີ່ທຸກຄົນປະສົບ ຜົນສຳເລັດ ເພາະພວກເຂົາບໍ່ຍອມຢຸດກັບສິ່ງເດີມໆ ເມື່ອເຫັນໂອກາດ
ເຂົາກ້າທີ່ຈະປ່ຽນແປງ ການປ່ຽນແປງເປັນ ເລື່ອງທີ່ທຸກຄົນຕ້ອງ ສະແດງຄວາມກ້າອອກມາ 5 
 ເລື່ອງໄຫຍ່ທີ່ຄວນປ່ຽນມີດັ່ງນີ້
  1. ຄວາມຄິດ
  2. ພຶດຕິກຳ
  3. ທີ່ຢູ່ອາໃສ
  4. ສະຖານທີ່ເຮັດວຽກ
  5. ແລະສິ່ງແວດລ້ອມ
ວີທີການທີ່ຈະເຮັດໃຫ້ ປະສົບຜົນສຳເລັດ ໃນຊີວິດໄດ້ ເຫຼົ່າເສດຖີທັ້ງຫຼາຍ ໃຊ້ໄດ້ຜົນມາແລ້ວ
ຈົ່ງສືກສາວີທີເຫຼົ່ານີ້ ຄົງບໍ່ ແມ່ນເລື່ອງເສຍຫາຍ ແລະຫວັງວ່າຄົງຈະເປັນ ປະໂຫຍດແກ່ກັບ
ຜູ້ອ່ານ ເຮົາລອງມາເບິ່ງກັນວ່າຄົນ ທີ່ເຂົາປະສົບຜົນສຳເລັດ ກັບ ຄົນທີ່ລົ້ມເຫຼວ ເຂົາມີແນວ
ຄິດ ແຕກຕ່າງກັນແນວໃດ


 

 



ແດ່ຄວາມສຳເລັດຂອງທ່ານ...



 ສະມັກສຳມະຊີກ

ຊີວິດ...ເປັນຫຍັງຕ້ອງເລືອກ


"ເຖິງຈະເລືອກຜິດຄັ້ງດຽວບາງຄັ້ງກໍ່ໝົດ
ໂອກາດ ທີ່ຈະກັບໄປແກ້ໄຂໄດ້ ເສຍເງິນ
ເສຍເວລາ ລວມໄປເຖິງ ຄອບຄົວທີ່ອົບ
ອຸ່ນຂອງເຮົາໄປດ້ວຍ ທ່ານ...ອາດຈະບໍ່
ໄດ້ສຳຜັດກັບມັນເລີຍທັ້ງຊີວິດ"




"ເມື່ອເຮົາຕ້ອງການເງິນ ເຮົາຕ້ອງຮຽນຮູ້
ເລື່ອງເງິນ ເມື່ອເຮົາຕ້ອງການເວລາເຮົາ
ຕ້ອງຮຽນຮູ້ວ່າຈະໄດ້ມາຢ່າງໃດ? ສຳຄັນທີ່
ສຸດເຮົາຕ້ອງຮູ້ວ່າຕອນນີ້ເຮົາຕິດຢູ່ກັບດັກ
ສິ່ງໃດ ແລະຈະອອກຈາກກັບດັກນີ້ໄປໄດ້ຢ່າງໃດ"
ມີຄົນຫຼາຍຄົນໃຊ້ຊີວິດດ້ວຍຄວາມຍາກລຳບາກ
ຕ້ອງເລ່ງລີບ ຕ້ອງສູ້ ຕ້ອງກົດດັນ ກັບທຸກໆວັນ
ໂດຍບໍ່ຮູ້ເລີຍວ່າວັນໃດຈະໄດ້ຢຸດພັກຈັກເທື່ອໃນຊີວິດ

ເມື່ອທຸກຄົນລ້ວນແລ້ວແຕ່ມີ "ຄວາມໄຝ່ຝັນ" 
ມີຄວາມຕ້ອງການທີ່ຈະມີຊີວິດທີ່ມີຄຸນນະພາບ
ທີ່ດີ ຢາກມີຄອບຄົວທີ່ອົບອຸ່ນ ຢາກມີຄວາມໝັ້ນ
ຄົງທາງດ້ານການເງິນ ຢາກມີບ້ານຫຼັງງາມໆໃນ
ຝັນຢາກມີລົດຄັນຫລູໆເອົາໄວ້ ຂັບຂີ່ໄປມາ ເພື່ອ
ອຳນວຍຄວາມສະດວກແລະປອດໄຟ ຢາກໄປທ່ອ
ງທ່ຽວສະຖານທີ່ທີ່ຢາກຈະໄປແລະອື່ນໆ


ແຕ່...ຄົນສ່ວນໄຫຍ່ແລ້ວ 90% ເປັນເຊັ່ນນີ້

ໃນທຸກໆເຊົ້າຂອງວັນໄໝ່ທີ່ຕື່ນຂື້ນມາແລ້ວ
ພົບວ່າເຮົາຍັງຕ້ອງດຳເນີນຊີວິດໃນຮູບແບບ
ທີ່ເໜືອນໆກັບທຸກໆວັນທີ່ຜ່ານມາ ຄືຕ້ອງ
ຕື່ນແຕ່ເຊົ້າອອກຈາກບ້ານປະເຊີນກັບບັນຫາ
ຈາລະຈອນ ເພື່ອໄປໃຫ້ ທັນເວລາແລ້ວເຮັດ
ວຽກງານຕາມໜ້າທີ່ຮັບຜິດຊອບທີ່ໄດ້ຮັບ
ມອບໝາຍໃຫ້

 ພົບເຈີກັບຄວາມຄຽດຕ່າງໆໃນການເຮັດ
ວຽກຕອນແລງລໍຄອຍໂມງເລີກງານຕ້ອງ
ປະເຊີນກັບບັນຫາຈາລະ ຈອນອີກຄັ້ງ ກັບ
ເຖິງບ້ານແລ້ວກໍ່ຫຼັບໄປດ້ວຍຄວາມເມື່ອຍ
ເພຍ ແລະ ຕຽມພົບກັບວັນໄໝ່ທີ່ດຳເນີນ
ຊີວິດໃນຮູບແບບເດີມໆ ເປັນວົງຈອນຊ້ຳ
ແລ້ວຊ້ຳອີກທຸກວັນ ເຮົາເຄີຍສັງເກດຕົວ
ເຮົາເອງແດ່ຫຼືບໍວ່າເຮົາທຳສິ່ງເຫຼົ່ານີ້ເພື່ອຫຍັງ?
ເພື່ອຈະສາມາດດຳເນີນຊີວິດຜ່ານໄປ ໄດ້
ວັນໆໜຶ່ງເທົ່ານັ້ນເອງບໍ?
ເຮົາຕ້ອງການຊີວິດທີ່ເປັນແບບນີ້ແທ້ຫຼືບໍ?
 ເຊື່ອວ່າຄົນເຮົາເກີດມາທຸກຄົນລ້ວນແຕ່
ມີຄວາມຝັນ ຍາກຈະມີຊີວິດທີ່ດີກ່ວາ ທີ່ເຮົາ
ເປັນຢູ່ໃນທຸກວັນນີ້ຢ່າງແນ່ນອນ ແລ້ວເປັນ
ຫຍັງບໍ່ລອງຫາທາງປ່ຽນຊີວິດ ຂອງເຮົາເອງໄປ
ສູ່ຮູບແບບການໃຊ້ຊີວິດແບບໄໝ່ ໃນແບບທີ່
ເຮົາຢາກຈະເປັນ ຫາກຕ້ອງການເລີ່ມຕົ້ນ
 ສ້າງຄວາມສຳເລັດໃຫ້ກັບຊີວິດ ດ້ວຍເສັ້ນ
ທາງທີ່ສາມາດສ້າງຄວາມຝັນຂອງເຮົາໄດ້
ພາຍໃນໄລຍະ ເວລາທີ່ບໍ່ຍາວເກີນໄປ
ນີ້ຄືວົງຈອນຊີວິດຂອງຄົນສ່ວນຫຼວງຫຼາຍ
ຕ້ອງໃຊ້ຊິວິດດ້ວຍຄວາມກົດດັນ ກັບຄ່າ
ຄອງຊີບສູງຂື້ນທຸກໆປີຄ່າລ້ຽງ ດູລູກໆ ຄ່າ
ການສືກສາ ຄ່າປິ່ນປົວສຸຂະພາບ ຄ່າເດີນ
ທາງອື່ນໆ

ຫຼາຍຄົນບໍ່ມີເວລາຮອດຈະຄິດທົບທວນເຖິງ

ຄວາມໄຝ່ຝັນ ແລະຄວາມຕ້ອງການທີ່ແທ້
ຈິງຂອງຕົນເອງຫຼາຍຄົນໃຊ້ເວລາໄປກັບຄວາມ
ຈົ່ມເຖິງຄວາມລຳບາກຂອງຕົວເອງ ຫຼາຍກ່ວາ
ທີ່ຈະໄປສະແຫວງຫາໂອກາດ ແລະຄວາມຮູ້ໄໝ່ໆ
ໃນຊີວິດເພື່ອທີ່ຈະນຳມາປ່ຽນແປງ "ວີທີຄິດ" 
ປ່ຽນແປງ "ພຶດຕິກຳ"

ແຕ່ນັ້ນກໍ່ອາດຈະບໍ່ແມ່ນເປັນເລື່ອງທີ່ສຳຄັນ

ໄປກ່ວາ ທີ່ຄົນສ່ວນໄຫຍ່ບໍ່ຮູ້ເລີຍ "ເຮັດແນວ
ໃດຈິ່ງຈະໄດ້ຕາມທີ່ຕ້ອງ ການ ແລະໄຝ່ຝັນ" 

ນີຄືເຫດຜົນທີ່ຂ້າພະເຈົ້າຂຽນບັອກນີ້ຂື້ນມາ

 ເຮົາໃຊ້ເວລາຢູ່ໃນໂຮງຮຽນບໍ່ຕ່ຳກ່ວາ 15 ປີ
 ຄຳຖາມມີຢູ່ວ່າເຮົາໄດ້ຮັບຄວາມເຊື່ອ ແລະ
ຄວາມຮູ້ກ່ຽວກັບສິ່ງໃດມາດແດ່?

ໂຮງຮຽນສອນໃຫ້ເຮົາ "ສະຫຼາດໃນການຮຽນຮູ້

 ສະເພາະໃນຕຳລາແລະເນື້ອຫາໃນຫລັກສູດ
ເທົ່ານັ້ນ" ແຕ່ບໍ່ໄດ້ສອນໃຫ້ເຮົາ "ສາຫຼາດໃນ
ການຫາເງິນ"

ຄວາມເຊື່ອແລະທ້ດສະນະຄະຕິນັ້ນ ຖືກປູກຝັງ

ກັນມານັ້ນຜິດຍຸກຜິດສະໄໝ ໃນວີທີການສ້າງ
ລາຍໄດ້ທີ່ຍາວນານຄືສາເຫດຂອງການ "ລົ້ມເຫລວ'' 
ໃນການສ້າງລາຍໄດ້ໃຫ້ຫຼາຍຂື້ນກໍ່ເດີມ


ກອບແລະການຍືດຕິດຢູ່ກັບແນວຄວາມຄິດ

ແບບເກົ່າໆເຫຼົ່ານັ້ນ ເປັນບັນຫາໃຫ້ກັບຄົນຈຳ
ນວນ ຫຼາຍທີ່ບໍ່ສາມາດທີ່ຈະປ່ຽນແປງຕົວເອງໄດ້
ຫຼາຍຄົນຈິ່ງຕິດຢູ່ໃນວົງຈອນວີຖີຊີວິດແບບເດີມໆ


ບັນຫາໃນການແຂ່ງຂັນທີ່ສູງຂື້ນ ໜັກຂື້ນ

ແລະຮຸນແຮງຫຼາຍຂື້ນ ເພື່ອຄວາມຢູ່ລອດ
ໃນທຸກໆດ້ານຂອງຜູ້ຄົນໃນສັງຄົມ ຜູ້ຄົນ
ສ່ວນໄຫຍ່ມີຄວາມຄຽດເພີ່ມຂື້ນ ຄວາມ
ສຸກລົດລົງ (EQ) ຄວາມສາຫຼາດທາງອາ
ລົມໜ້ອຍລົງຄວາມເຊື່ອໃຈເຊິ່ງກັນແລະ
ກັນເລີ່ມໜ້ອຍລົງ ແລະມອງເບິ່ງໂລກໃນ
ແງ່ລົບຫຼາຍຂື້ນ


 ແບບນີ້ແລ້ວຍັງຈະໝັ້ນໃຈໄດ້ແນວໃດ? 
ວ່າວຽກປະຈຳຢ່າງດຽວ ຈະເຮັດໃຫ້ຊີວິດ
ເຮົາພ້ອມຄອບຄົວ ບັນລຸເຖິງເຊິ່ງຄວາມ
ໄຝ່ຝັນນັ້ນໄດ້


ທາງທີ່ດີເຮົາຄວນຈະວາງແຜນອານາຄົດໄວ້
ຕັ້ງແຕ່ຕອນນີ້ ຕອນທີ່ເຮົາຍັງມີເຫື່ອແຮງ
ໃນການສ້າງຄວາມຝັນໃຫ້ເປັນຈິງ ດ້ວຍການ
ຮຽນຮູ້ "ເກມການເງິນ ແລະ ວີທີສ້າງຄວາມ
ສຳເລັດ" ທີ່ສາມາດເຮັດໄດ້ຈິງຈາກທີ່ນີ້ ແຫ່ງນີ້
ແລ້ວ ທ່ານກໍ່ຈະຮູ້ວ່າຄວາມສຳເລັດໃນຊີວິດທີ່

ແທ້ຈິງນັ້ນຄືຫຍັງ? ແລະຈະໄດ້ມັນມາແນວໃດ?

ວຽກງານຖືກທີ່ ຖືກວີທີເທົ່ານັ້ນ ທີ່ຈະເຮັດໃຫ້

ປະສົບຜົນສຳເລັດໃນຊີວິດໄດ້ "ທີ່ວ່ອງໄວກ່ວາ"

ຈົ່ງຢ່າລືມວ່າຄວາມສຳເລັດນັ້ນມີຢູ່ຈິງ
ແລະມີ
ຢູ່ໃນທຸກຫົນທຸກແຫ່ງເພື່ອລໍພວກເຮົາທຸກຄົນ
 ໄດ້ໄປສຳຜັດແລະຈັບມັນເອົາມາໄວ້ໃນຄອບຄອງ
ພຽງແຕ່ວ່າໃຜຈະຄົ້ນຫາຫຼືເບິ່ງເຫັນ ວີທີການທີ່ດີ
ແລະ ຊັດເຈນທີ່ສຸດ ທີ່ສາມາດນຳໄປສູ່ຄວາມສຳ
ເລັດນັ້ນໄດ້ ດ້ວຍວີທີການທີ່ຖືກຕ້ອງແລະວ່ອງໄວ
ກ່ວາ ປອດໄຟກ່ວາ ແລະລົງທືນໜ້ອຍກ່ວາກັນ
ເທົ່ານັ້ນເອງ "ເຖິງຈະເປັນວຽກງານຫຼືອາຊີບ
ດຽວກັນກໍ່ຕາມ"

ພຽງແຕ່ເຮົາຄິດເປັນ "ອິດສະຫຼະພພາບໃນຊີວິດ" ຢູ່ໃນກຳມື 


ແດ່ຄວາມສຳເລັດຂອງທ່ານ


...................................................................................................

ິລະເດດ ພົມມະວົງ



ການບໍລິຫານເວລາທີ່ດີ


ເວລາຂອງທຸກຄົນກໍ່ມີ 24 ຊົ່ວໂມງເທົ່າກັນ ແຕ່ກັບເຫັນຫຼາຍໆຄົນ ເວົ້າວ່າບໍ່ມີເວລາຢູ່ສະເໝີ ທີ່ເປັນ ແບບນີ້ສາເຫດໜຶ່ງນັ້ນ ມາຈາກການບໍລິຫານເວລາແບບຜິດໆ ນັ້ນເອງ ເພາະບາງຄົນ ນັ້ນມັກ ຈະຄິດ ວ່າຕົວເອງ ບໍ່ຄ່ອຍມີເວລາ ເວລາບໍ່ພໍ ຫຼື ຮູ້ສືກ ເລ່ງລີບ ຈົນເປັນເຫດໃຫ້ຄວາມ ຄຽດເຂົ້າມາແທນທີ່ ສະ ນັ້ນລອງມາຫາທາງອອກກັນເບິ່ງ ດ້ວຍການບໍລິຫານເວລາໃຫ້ມີປະ ສິດຕິພາບ ມາຝາກທຸກໆຄົນຈະໄດ້ ບໍລິຫານເວລາ ໃຫ້ທັນວຽກງານໃຫ້ສຳເລັດ ທັນເວລາຫຼາຍ ຫຍິ່ງຂື້ນ ຫຼື ສາມາດຈັດສັນເວລາ ກັນໄດ້ຢ່າງມີປະສິດຕິພາບອີກດ້ວຍ ຮັບຮອງວ່າດ້ວຍ ເທັກນີກ ວີທີການບໍລິຫານເວລາ ນີ້ຍັງຊ່ວຍໃຫ້ທ່ານມີໂອກາດ ເຫຼືອໃນການ ພັກຜ່ອນສ່ວນ ຕົວອີກດ້ວຍ

ຕາມຄຳຄົມຂອງ "ເບນຈາມິນ ແຟຣງ ຄິນ" ນັກ ວິທະຍາສາດ ຊື່ກ້ອງ ໂລກທີ່ ກ່າວເອົາໄວ້ວ່າ "ເວລາຄືເງິນ" ເຖິງວ່າໃຜຈະ ຖຽງວ່າເງິນຊື້ຄວາມສຸກ ໄດ້ ແຕ່ເງິນກໍ່ ເປັນປັດໃຈຫຼັກທີ່ເອື້ອ ໃຫ້ ເຮົາຢູ່ໄດ້ຢ່າງ ມີຄວາມສຸກເຊັ່ນດຽວ ກັບເວລາ ຖ້າເຮົາໃຊ້ ບໍ່ເປັນ ກໍ່ເໝືອນ ກັບເຮົາ ເຮັດຂອງມີຄ່າຕົກເຮ່ຍເສຍ ຫາຍ ບາງຄົນຄິດວ່າ ເກັບໄວ້ ຢ່າງດີແລ້ວ ກໍ່ຍັງຖືກເຝີເຮັດ ເສຍເວລາ ຢູ່ຕະລອດ ທີ່ວ່າ ໂອ໊ຍ...!!! ບໍ່ມີເວລາ ວຽກຫຼາຍຈະຕາຍ ...ບໍ່ວ່າງ...ບໍ່ມີເວລາ...  ຕ້ອງເຮັດວຽກ ໃຫ້ສຳເລັດກ່ອນ ຄົນ ສ່ວນຫຼາຍມັກຮູ້ສືກຕົວເອງວ່າ ບໍ່ມີ ເວລາທີ່ຈິງແລ້ວ ຢູ່ທີ່ເຄັບ ລັບການບໍລິຫານເວລານັ້ນເອງ ຟັງເບິ່ງແລ້ວ ເໝືອນຍາກ ແຕ່ຖ້າຮູ້ຈັກບໍລິຫານ ເວລາ ໃຫ້ດີກໍ່ສາມາດຈະຫາ ເວລາ ເພີ່ມໄດ້ ພຽງປັບປ່ຽນພຶດຕິກຳ ບາງຢ່າງ ແລະ ເລີ່ມປະຕິ ບັດຕົວຈິງຈັງ ແລ້ວທ່ານຈະມີເວລາເພີ່ມຂື້ນ.


ລອງມາເບິ່ງຄວາມສຳເລັດຂອງບຸກຄົນທີ່ມີຊື່ສຽງລະດັບໂລກເຂົາມີການບໍລິຫານຈັດການກັບເວລາກັນແບບໃດ


ການບໍລິຫານເວລາຕ້ອງເລີ່ມຈາກການຈັດການຕົວເອງສະກ່ອນ ກໍ່ຈະມີປະໂຫຍດຫຍັງລະ ຖ້າເຮັດ List ຂື້ນມາແລ້ວ ເຮັດຕາມນັ້ນບໍ່ໄດ້ ຈະບອກໃຫ້ກໍ່ໄດ້ວ່າ ສາເຫດຫຼັກຂອງຄວາມລົ້ມເຫຼວ ເກີດຈາກໂລກຄວາມຮັບຜິດຊອບ ບົກຝ່ອງ ຂອງຄົນເຮົານີ້ລະ ບໍ່ມີຢາຮັກສາໄດ້ ແຕ່ເຊົາໄດ້ດ້ວຍວິໃນ ໃນຕົວທ່ານເອງ

ທ່ານລອງໃຊ້ເວລາບໍ່ພໍເທົ່າໃດນີ້ ທີ່ອ່ານເຄັດລັບບໍລິຫານເວລາເຫຼົ່ານີ້ ໃຊ້ເວລາອີກໜ້ອຍໜຶ່ງ ລອງລົງມືປະຕິບັດ ແລ້ວ ທ່ານຈະຄົ້ນພົບເວລາອີກຫຼາຍຊົ່ວໂມງທີ່ເສຍຫາຍໄປ ທີ່ນີ້ບໍ່ວ່າທ່ານຈະວຽກຫຍຸ້ງພຽງໃດ ກໍ່ຈັດການມັນໄດ້ບໍ່ ຍາກ ດ້ວຍສອງມືຂອງທ່ານເອງ ເວລາເປັນສົມບັດທີ່ມີຄຸນຄ່າ ແລະ ຫາກຫຍິ່ງທ່ານສາມາດນຳໄປແລກປ່ຽນ ສິ່ງໃດ ກໍ່ໄດ້ ຂື້ນຢູ່ກັບວ່າທ່ານຈະຈັດການກັບມັນໄດ້ດີພຽງໃດ





...ແດ່ຄວາມສຳເລັດຂອງທ່ານ

.........................................................................


 ສະມັກສຳມະຊີກ

ເງິນ4ດ້ານ ງານ4ປະເພດ


ຄວາມຈິງຂອງເງິນກັບເວລາ
 ຄົນບາງຄົນ...ມີເງິນ...ແຕ່ບໍ່ມີເວລາຄື ການເຮັດວຽກຫາເງິນຢ່າງດຽວ
ຄົນບາງຄົນ...ມີເວລາ...ແຕ່ບໍ່ມີເງິນ ຄື ບໍ່ມີວຽກເຮັດ
ຄົນບາງຄົນ...ບໍ່ມີທັ້ງເງິນແລະເວລາຄື ມະນຸດເງິນເດືອນ
ແຕ່ຖ້າທ່ານມີທັ້ງ ເງິນແລະເວລາ ຄິດວ່າດີບໍ?
ຖ້າຄິດວ່າດີ...ແລ້ວເຮັດວຽກແບບໃດລ່ະ???

ໃນໜັງສື Rich Dad Poor Dad (ພໍ່ລວຍກັບພໍ່ຈົນສອນລູກ) ຂອງ Rpbert T. kiyosaki
ມະຫາເສດຖີ ຊາວອາເມຣິກາ ໄດ້ກ່າວວ່າຄົນທີ່ລວຍທີ່ສຸດໃນໂລກ
"ສະແຫວງຫາການສ້າງເຄືອຂ່າຍ ໃນຄະນະທີ່ຄົນອື່ນໆກຳລັງຊອກຫາງານທຳ"



ພຶດຕິກຳເງິນ 4 ດ້ານ ຂອງ ໂລເບີດ ຄິໂຍສະກິ ໄດ້ສະເໝີແນວຄວາມຄິດທີ່ເໝາະສົມກ່ວາ
ສຳລັບຄົນທີ່ຢາກຈະລວຍການເປັນລູກຈ້າງເຮັດຈົນຕາຍ ຈັ່ງໃດກໍ່ບໍ່ລວຍ ມີແຕ່ເຮັດໃຫ້ຄົນ
ອື່ນລວຍ ຄົນທີ່ຢາກຈະລວຍທາງເລືອກຄືເປັນເຈົ້າຂອງທຸລະກິດ
 ເງິ່ນ 4 ດ້ານ ຄວາມຈິງແຫ່ງຊີວິດ


E (Employee) - ລູກຈ້າງ

- ເຮັດວຽກເພື່ອຄ່າຈ້າງ
- ລາຍໄດ້ຖືກແບ່ງຕາມຕຳແໜ່ງງານທີ່ໄດ້ມອບໝາຍບໍ່ແມ່ນຄວາມສາມາດ
- ປາຍບີກຂອງນາຍຈ້າງເປັນຜູ້ກຳນົດວີຖີຊີວິດແລະເງິນເດືອນໃຫ້ທ່ານ
- ຕ້ອງມີຄວາມຮູ້ແລະພຶດຕິກຳຕາມທີ່ເຂາຕ້ອງການສະໝັກເປັນລູກຈ້າງ
- ຂາດອິດສະຫຼະພາບບໍ່ສາມາດກຳນົດລາຍໄດ້ແລະເວລາດ້ວຍຕົວເອງ
- ຕົນງານກໍ່ເທົ່າກັບລົ້ມລະລາຍ(ຕົກງານ3ເດືອນກໍ່ບໍ່ຕ່າງຈາກຄົນລົ້ມລະລາຍ)
- ຢູ່ໃນວົງຈອນໜີ້ສິນ ດາວບ້ານ ດາວລົດ....
S (Self-employed) - ທຸລະກິດສ່ວນຕົວ

- ຂາຍເວລາແລກກັບເງິນກໍ່ຄືການຈ້າງຕົວເອງເພື່ອເຮັດວຽກ
- ມັກຄິດເອງເຮັດເອງຄວບຄຸມທຸກຢ່າງດ້ວຍຕົວເອງບໍ່ມີນາຍຈ້າງບໍ່ມີລູກຈ້າງ
- ປະສົບການແລະຄວາມຮູ້ເປັນໜຶ່ງ ໃນຕົວບົ່ງບອກຄວາມສ່ຽງ ເຊິ່ງມີຫຼາຍຢ່າງດ້ວຍກັນ
- ເຈີຄູ່ແຂ່ງມີທືນຫຼາຍກ່ວາທຸລະກິດຈະດຳເນີນຢາກ(ອາດຈະຕ້ອງທົນເຮັດເພາະມັກອິດສະຫຼະ
ແຕ່ບໍ່ມີອິດສຫຼະພາບຖ້າຢຸດກໍ່ບໍ່ມີລາຍໄດ້)

B (Business Owner) - ເຈົ້າຂອງທຸລະກິດ

- ມືທືນ
- ຫາຄົນເກັ່ງໆ ມາເຮັດວຽກໃຫ້
- ບໍ່ເຮັດກໍ່ມີລາຍໄດ້
B ມີດ້ວຍກັນ 3 ປະເພດດັ່ງນີ້
1. ເຈົ້າຂອງລະບົບເຈົ້າຂອງບໍລິສັດເຈົ້າຂອງກິດຈະການ80%ຖືກວິໃຈວ່າມີຄວາມສ່ຽງສູງຄື
- ມີທືນນ້ອຍ ຈະເສຍໃຫ້ຜູ້ທີ່ມີທືນຫຼາຍ
- ສະຖານທີ່ດີ
- ຄູ່ແຂ່ງຫຼາຍ
- ຂາດຄວາມຊ່ຽວຊານ
- ປະສົບການຽໜ້ອຍ
- ປະສິດຕິພາບຂອງລູກຈ້າງຕ່ຳ
- ບາງທຸລະກິດຕ້ອງລົງທືນສູງ
2. ຊື້ລະບົບ - ປະເພດທຸລະກິດແຟຣນໄຊຍົກຕົວຢ່າງຢູ່ປະເທດໄທຄືSeven
ທຸລະກິດແບບນີ້ມີຂໍ້ດີຢູ່ບ່ອນວ່າ ຄວາມສ່ຽງຕ່ຳ ແຕ່ຈະຕ້ອງລົງທືນຢ່າງຫຼວງຫຼາຍ
3. ການຕະຫຼາດແບບເຄືອຂ່າຍ - Network Maketing 
ເປັນຊ່ອງທາງທີ່ຈະເປັນເຈົ້າຂອງກິດຈະການລົງທືນໜ້ອຍແລະມີຄວາມສ່ຽງຕ່ຳ 

I (Investor) - ນັກລົງທືນ
\
- ໃຊ້ເງິນເຮັດວຽກແທນ
- ບໍ່ໄດ້ເຮັດວຽກເພື່ອເງິນ
- ເບິ່ງຜົນຕອນແທນຈາກການປັນຜົນ
- ຊື້ກິດຈະການມາປັບປຸງແລະຂາຍຕໍ່

ຄວາມແຕກຕ່າງລະຫວ່າງຝັ່ງຊ້າຍແລະຝັ່ງຂວາ
ຄົນຝັ່ງຊ້າຍ
ຄົນຝັ່ງຂວາ
ມີຄວາມຢ້ານກົວ ເປັນຕົວຂັບເຄື່ອນ ມີຄວາມຝັນ (ຄວາມໄຝ່ຝັນความ) ເປັນຕົວຂັບເຄື່ອນ
ຍຶດຕິດກັບວຽກປະຈຳ ພະຍາຍາມສ້າງວຽກ
ລາຍໄດ້ຈຳກັດ ລາຍໄດ້ບໍ່ຈຳກັດ
ຄິດເອງເຮັດເອງ ເຮັດວຽກເປັນທີມ
ບໍ່ມີເປົ້າໝາຍໃນຊີວິດ ມີເປົ້າໝາຍຊັດເຈນ
ແນມເຫັນອຸປະສັກ ແນມເຫັນໂອກາດ
ບໍ່ເຂົ້າໃຈຄຳວ່າ ໜີ້ສິນ-ຊັບສິນ ເຂົ້າໃຈຄຳວ່າ ໜີ້ສິນ-ຊັບສິນ
ເຮັດວຽກເພື່ອເງິນ ໃຊ້ເງິນເຮັດວຽກ
ຄິດເຖິງແຕ່ຄວາມສ່ຽງ ຄິດເຖິງແຕ່ຄວາມໜ່າສ່ຽງ
ຍຶດຕິດກັບສິ່ງເກົ່າໆ ຮຽນຮູ້ສິ່ງໄໝາໆ
ລົງທືນໃນສິ່ງທີ່ເຫັນ ລົງທືນໃນສິ່ງທີ່ຄິດ
ບໍ່ມີແຜນງານ ມີແຜນງານຊັດເຈນ
ດຳເນີນຊີວິດດ້ວຍຕົວເອງ ມີທີ່ປືກສາ
ມັກອອກຄຳຄິດເຫັນ ມັກຫາຄວາມຈິງ
ຕ້ອງມີເງິນສົດຫຼາຍໆ ຕ້ອງມີກະແສເງິນສົດສະໝ່ຳສະເໝີ
ມັກເປັນຜູ້ຈັດການ ມັກເປັນຜູ້ນຳ
ມັກສະແດງຕົວວ່າເກັ່ງ ມັກແນມຫາຄົນເກັ່ງ
ມັກວີທີການ ມັກວີທີຄິດ
ມີຄວາມສ່ຽງສູງ ມີຄວາມສ່ຽງຕ່ຳ
ຖືກລະບົບຄວບຄຸມ ຄວບຄຸມລະບົບ
ເປັນສ່ວນໜຶ່ງຂອງລະບົບ ເປັນເຈົ້າຂອງລະບົບ
ຮຽນເພື່ອໃບປະກາດ ຮຽນເພື່ອຫາຄວາມຮູ້
ມັກເປັນຜູ້ຊ່ຽວຊານ ມັກເປັນຜູ້ຮອບຮູ້
ທຳງານເພື່ອຄົນອື່ນ ສ້າງງານເພື່ອຄົນອື່ນ
ຢາກເຮັດບຸນຫຼາຍໆແຕ່ບໍ່ມີເງິນ ເຮັດບຸນທຸກຄັ້ງທີ່ມີໂອກາດ
ທ່ານຈົ່ງເລືອກເອົາເອງວ່າຈະຢູ່ ຝັ່ງຊ້າຍ ຫຼື ຝັ່ງຂວາ ຂອງເງິນສີ່ດ້ານ
ທ່ານສາມາດເລືອກໄດ້ ວ່າຢາກເຮັດຫຼືຢາກເປັນແນວໃດ ຢາກຢູ່ຈຸດໃດ ຖ້າພໍໃຈກັບສິ່ງ
ທີ່ເກີດຂື້ນກັບຕົວເອງແລ້ວ ກໍ່ຈົ່ງເກັບມັນເອົາໄວ້ ແລະຈົ່ງໃຊ້ຊີວິດແບບເດີມຕໍ່ໄປ...


ຄົນເຮົາທຸກຄົນເລືອກຢືນຢູ່ ຈຸດໃດຈຸດໜຶ່ງຂອງ ເງິນ 4 ດ້ານ ຂື້ນຢູ່ກັບວ່າ...ລາຍໄດ້ຂອງທ່ານ
ມາຈາກຫຍັງ? ເລື່ອງກ່ຽວກັບກຸ່ມຄົນສີ່ປະເພດ ທີ່ຢູ່ໃນໂລກຂອງທຸລະກິດ ແລະມີອຸປະນິໃສທີ່
ແຕກຕ່າງກັນ ການເຮັດລາຍໄດ້ຂອງຄົນສີ່ປະເພດ ແຕ່ລະຄົນເຮັດວຽກສາມາດ ທີ່ຈະຢູ່ໄດ້ໃນທຸກ
ດ້ານ ບໍ່ແມ່ນດ້ານໃດກໍ່ດ້ານໜຶ່ງ ແລະທ່ານສາມາດທີ່ຈະຫາເງິນ ໄດ້ຈາກເງິນທັ້ງສີ່ດ້ານ ການສ້າງ
ລາຍ ໄດ້ໂດຍວີທີໃດກໍ່ຕາມ ຈາກເງິນສີ່ດ້ານນີ້ ຕົວກຳນົດຂອງມັນຄືຄວາມຄິດແລະຄວາມສົນໃຈ 
ຄວາມແຕກຕ່າງຂອງເງິນສີ່ດ້ານອາດຈະກ່າວໄດ້ອີກຢ່າງໜຶ່ງວ່າ ການກະທຳ ບໍ່ສຳຄັນເທົ່າຄວາມ
ຄິດ ບໍ່ມີດ້ານໃດທີ່ດີກ່ວາກັນ ເພາະແຕ່ລະດ້ານ ມີຈຸດອ່ອນແລະຈຸດແຂງ ທີ່ແຕກຕ່າງກັນ

ເປັນຫຍັງຫຼາຍຄົນຈິ່ງເລືອກຄວາມໝັ້ນຄົງ ແທນທີ່ຈະເລືອກຄວາມອິດສະຫຼະ
ສິ່ງເຫຼົ່ານີ້ແຕກຕ່າງກັນຢ່າງໃດ
 
  • ຄວາມໝັ້ນຄົງຂອງງານ ຄົນໃນກຸ່ມນີ້ມີການສືກສາດີ ມີປະສົບການການເຮັດວຽກ
ຢ່າງຫຼວງຫຼາຍ ແລະປະຕິບັດວຽກງານໄດ້ເປັນຢ່າງດີ ຄົນເຫຼົ່ານີ້ຈະຮູ້ສືກ ການຂາດຄວາມໝັ້ນ
ຄົງທາງການເງິນ ເພາະຖືກສອນໃຫ້ເຮັດວຽກພຽງຢ່າງດຽວເທົ່ານັ້ນ
 
  • ຄວາມໝັ້ນຄົງທາງການເງິນ ເງິນພຽງຢ່າງດຽວບໍ່ສາມາດເຮັດໃຫ້ເກີດຄວາມໝັ້ນຄົງ
ເພາະທຸກຄັ້ງ ທີ່ມີການປ່ຽນແປງ ທາງເສດຖະກິດ  ຄວາມຮັ່ງມີຈະຖືກປ່ຽນມື
 
  • ອິດສະຫຼະພາບທາງການເງິນ ສາມາດໃຊ້ເງິນແທນຕົວເອງ ຈິ່ງມີອິດສະຫຼະທີ່ຈະເລືອກ
ເຮັດ ຫຼືບໍ່ຢາກເຮັດວຽກກໍ່ໄດ້ ຄວາມຮູ້ທາງດ້ານການລົງທືນ ຍັງມີອິດສະຫຼະພາບ ທາງກາຍມາໃຫ້
ອີກດ້ວຍ

ດ້ານຊ້າຍສ່ຽງກ່ວາ ຄົນເຫຼົ່ານີ້ຍັງຄົງຍຶດຕິດຢູ່ກັບວຽກງານ ແລະ ຕຳແໜ່ງທີ່ໝັ້ນຄົງ
ເມື່ອຮ່າງກາຍບໍ່ສາມາດ ທີ່ຈະເຮັດວຽກໄດ້ ກໍ່ຈະເຮັດໃຫ້ບໍ່ມີລາຍໄດ້

ດ້ານຂວາໝັ້ນຄົງກ່ວາ ເພາະຖ້າມີລະບົບທີ່ດີ ທ່ານກໍ່ບໍ່ຈຳເປັນຕ້ອງໄປເຮັດວຽກ ເພາະລະບົບ
ທີ່ດຳເນີນຢູ່ ກໍ່ສາມາດທີ່ຈະຝັນປ່ຽນ ເງິນເຂົ້າມາສູ່ກະເປົ໋າຂອງທ່ານໄດ້
 
ການເປັນເຈົ້າຂອງກິດຈະການ (Business Owner) ມີ 3 ລະບົບໃຫ້ທ່ານເລືອກໃຊ້ດັ່ງນີ້
1. ບໍລິສັດ ເຊິ່ງທ່ານສ້າງລະບົບຂື້ນມາດ້ວຍຕົວທ່ານເອງ
2. ແຟຣນໄຊ ເຊິ່ງທ່ານສາມາດຊື້ລະບົບຈາກຄົນອື່ນ
3. ການຕະຫຼາດແບບເຄືອຂ່າຍ

ແຕ່ລະ ລະບົບ ມີຂໍ້ດີແລະຂໍ້ເສຍແຕກຕ່າງກັນ ທີ່ເໝືອນກັນກໍ່ຄື ຖ້າທ່ານເຮັດສຳເລັດ
ບໍ່ວ່າຈະເລືອກລະບົບໃດ ທ່ານຈະມີລາຍໄດ້ທີ່ແນ່ນອນ ແລະບອກລາຄວາມຈົນໄດ້ເລີຍ


ການກ້າວໄປສູ່ການເປັນເຈົ້າຂອງ ກິດຈະການ ໄດ້ຢ່າງວ່ອງໄວມີ 3 ວີທີຄື
1.​ຫາຕົ້ນແບບ ຕົ້ນແບບຄືຄົນເຮັດວຽກທີ່ມີປະສົບການ ເຄີຍເຮັດແລະປະສົບຜົນສຳເລັດມາແລ້ວ
ພໍ່ລວຍສອນເລື່ອງລະບົບ ແລະການເປັນຜູ້ນຳ ບໍ່ແມ່ນເປັນຜູ້ຈັດການ ເພາະຜູ້ຈັດການມັກເບິ່ງ
ລູກນ້ອງ ຫຼື ຜູ້ໃຕ້ບັງຄັບບັນຊາໃນແງ່ທີ່ດ້ອຍກ່ວາ ແຕ່ຜູ້ນຳຕ້ອງຮູ້ຈັກໃຊ້ຄົນເກັ່ງກ່ວາ ສະຫຼາດກ່ວາ
2. ຫາແຟຣນໄຊ ວີທີຮຽນລະບົບທຸລະກິດອີກວີທີໜຶ່ງ ຄືການຊື້ແຟຣນໄຊ ເຊິ່ງທ່ານຈະໄດ້ລະບົບ
ທີ່ຜ່ານການຮັບຮອງວ່າມີ ຄຸນນະພາບແນ່ນອນ ແລະມີແຟຣນໄຊດີໆ ໃຫ້ທ່ານເລືອກອີກຫຼວງຫຼາຍ
3. ຫາການຕະຫຼາດ ແບບເຄືອຂ່າຍ ຫຼື ການຂາຍຕົງ ບາງທ່ານອາດຈະບອກວ່າ ເປັນເລື່ອງຫຼອກ
ລວງ ຫຼັງຈາກໄດ້ສືກສາ ລາຍລະອຽດ ຂອງລະບົບຫຼາຍຮູບແບບ ຈິ່ງມີການປ່ຽນໃຈໃນເວລາຕໍ່ມາ

...ການທີ່ຈະປ່ຽນຕົວເອງເປັນຄົນໄໝ່ ທ່ານຈະຕ້ອງມີວີທີຄິດທີ່ຈະປ່ຽນໄປ ພໍ່ລວຍມັກເນັ້ນຍ້ຳສະເໝີ
ວ່າ ຢ່າເຮັດວຽກເພື່ອເງິນ ເຮົາຕ້ອງຮູ້ຈັກສ້າງລະບົບ ໃຫ້ມັນເຮັດວຽກແລ້ວໄດ້ເງິນເຖິງຈະຖືກຕ້ອງ
ຄວາມຢ້ານກົວເປັນສິ່ທີ່ຫຼາຍຄົນຊ່າງສະຫຼາດ ຫຼາຍຄົນຮຽກຮ້ອງຫາສິ່ງນີ້ແບບ ອັດຕະໂນມັດ

1. ຄວາມໝັ້ນຄົງ ແທນທີ່ອິດສະຫຼະພາບ
2. ຫຼີກລ້ຽງກັບຄວາມສ່ຽງ ແທນທີ່ ຈະຈັດການກັບຄວາມສ່ຽງ
3. ຢູ່ຢ່າງປອດໄຟ ແທນທີ່ ຢູ່ຢ່າງສະຫຼາດ
4. ບໍ່ມີປັນຢາເຮັດ ແທນທີ່ ຈະເຮັດສິ່ງໃດຈັກຢ່າງ
5. ແພງເກີນໄປ ແທນທີ່ ຄຸ້ມຄ່າບໍສຳລັບໄລຍະຍາວ
6. ກະຈາຍຄວາມສ່ຽງ ແທນທີ່ ໂຟກັດ
7. ເພື່ອນໆຄິດວ່າຢ່າງໃດ ແທນທີ່ ຕົວເຮົາເອງຄິດແນວໃດ

...ສຳລັບຄົນທີ່ຢາກຈະຍ້າຍ ຈາກດ້ານຊ້າຍ ໄປສູ່ດ້ານຂວາ ສິ່ງທີ່ສຳຄັນທີ່ສຸດ

ໃນການເດີນທາງ ຫຼື ການຍ້າຍ ບໍ່ແມ່ນການກະທຳ ແຕ່ເປັນວີທີຄິດ ແນວຄວາມຄິດ
ເຮັດໃຫ້ຄົນເຮົາ ເປັນອີຄົນໜຶ່ງທີ່ບໍ່ເຄີຍເປັນ...
ຂ້າພະເຈົ້າກໍ່ເປັນອີກຄົນໜຶ່ງ ທີ່ຢາກຈະຍ້າຍຈາກ...ຝັ່ງຊ້າຍໄປຝັ່ງຂວາ...ເພື່ອອິດສະຫຼະພາບ
ແລະຄວາມສຳເລັດໃຫ້ໄວທີ່ສຸດ ເຮັດວຽກພາຍໃນ 5 ປີ ສ້າງລະບົບຫາເງິນໃຫ້ສຳເລັດ ແລ້ວໄປ
ໃຊ້ຊີວິດທີ່ເຫຼືອໃຫ້ຄຸ້ມຄ່າ ແຕ່ມັນບໍ່ງ່າຍເລີຍ...ເພາະບໍ່ມີເງິນທືນ ແລະ ສະສົມປະສົບການ ທາງ
ດ້ານທຸລະກິດຫຼາຍສິບປີ ແຕ່ມີທາງເລືອກດຽວແລະວຽກດຽວເທົ່ານັ້ນ ທີ່ລົງທືນຕ່ຳ ມີຄວາມສ່ຽງ
ໜ້ອຍ ແຕ່ເງິນປັນຜົນບໍ່ມີຂີດຈຳກັດ ທີ່ມີຄົນສ້າງທຸລະກິດແລະລະບົບໄວ້ໃຫ້ແລ້ວ ເຫຼືອແຕ່ເຮົາ
ເທົ່ານັ້ນ ພຽງແຕ່ປ່ຽນຄວາມຄິດ ແລະ ລົງມືທຳ ເມື່ອປະສົບຄວາມສຳເລັດ ກໍ່ບອກລາຄວາມຈົນ
ໄດ້ເລີຍ...ນັ້ນຄືທຸລະກິດເຄືອຂ່າຍ

ທຸລະກິດເຄືອຂ່າຍໃນປະເທດລາວ ກໍ່ມີຢ່າງຫຼວງຫຼາຍ ຫາກເລືອກຜິດບໍລິສັດ ອາດຈະເຮັດ
ໃຫ້ເຮົາລົ້ມເຫລວ ແລະ ອາດເບື່ອໜ່າຍທຸລະກິດນັ້ນໄປເລີຍກໍ່ໄດ້


ເຮົາຄວນຈະເລືອກບໍລິສັດໃດດີລ່ະ?
1. ບໍລິສັດທີ່ໝັ້ນຄົງ ຕ້ອງເຮັດທຸລະກິດດ້ວຍເງິນສົດ
2. ແນວຄິດຂອງຜູ້ກໍ່ຕັ້ງ
ສຳຄັນທີ່ສຸດ ຜູ້ກໍ່ຕັ້ງບໍລິຫານເອງຫຍິ່ງດີ ຖ້າໃຫ້ຄົນອື່ນມາບໍລິຫານແທນສ່ຽງຫຼາຍ
3. ສິນຄ້າ ເປັນຕົວຂັບເຄື່ອນທຸລະກິດ
4. ແຜນລາຍໄດ້
 ທີ່ກະຈ່າຍລາຍໄດ້ທົ່ວເຖິງ ທຸກຄົນສາມາດເຮັດໄດ້ ແລະ ເງື່ອນໄຂການຈ່າຍເງິນທີ່ງ່າຍ
5. ຜູ້ນຳແລະທີມ
ຕ້ອງມີຜູ້ນຳແລະທີມ ທີ່ເປັນມືອາຊີບ ແລະ ມີປະສົບການມາກ່ອນ ສາມາດຊ່ວຍໃຫ້ທຸກ
ຄົນປະສົບຜົນສຳເລັດໄດ້
6. ລະບົບການຈັດການທີ່ເປັນມືອາຊີບ ຜູ້ບໍລິຫານງານຕ້ອງມີປະສົບການ ມາຍາວນານ
ໃນດ້ານທຸລະກິດເຄືອຂ່າຍ

ຂ້າພະເຈົ້າຂໍແນະນຳ >>>  Juenesse  <<<

ເຮົາຄືທີມງານມືອາຊີບ!!! ທີ່ພ້ອມຈະຊ່ວຍເຫຼືອທ່ານ ໃຫ້ປະ
ສົບຜົນສຳເລັດແລະບອກລາຄວາມຈົນໄປດ້ວຍກັນ...
ສາມາດເບິ່ງລາຍລະອຽດກ່ຽວກັບທຸລະກິດ Juenesse ໄດ້ທີ່ໜ້າເວັບໄຊ




..........................................................................



 ສະມັກສຳມະຊີກ

ປ່ຽນຄວາມຄິດ...ຊີວິດປ່ຽນ


ປ່ຽນແນວຄິດ...ຊີວິດກໍ່ປ່ຽນ
ທ່ານເຄີຍຮູ້ສືກຢ່າງໃດ...ເມື່ອຕ້ອງພົບປະກັບຄົນລວຍ...???
ເຂົາໂຊກດີທີ່ເກີດມາລວຍ...???
ແອບອິດສາເຂົາຫຼືບໍ...ຈິງຢູ່ທີ່ເຂົາອາດຈະບໍ່ໄດ້ສ້າງສິ່ງໃດດ້ວຍຕົວເຂົາເອງເລີຍ
ແຕ່ຮູ້ວ່າ...ຄົນໃດຄົນໜຶ່ງໃນບັນພະບຸລຸດຂອງເຂົາ ເປັນຜູ້ສ້າງໃຫ້ ແລະເຂົາເປັນຜູ້ຮັບມໍລະດົກ
ເຊິ່ງເປັນຄົນທີ່ໂຊກດີຄົນໜຶ່ງ ທີ່ເກີດມາແລະໄດ້ຢູ່ເທິງຢອດ ພູເຂົາແຫ່ງຄວາມສຳເລັດ ໂດຍບໍ່
ຕ້ອງເຮັດສິ່ງໃດເລີຍ

ໂຊກຊະຕາ...ກຳນົດຄວາມລວຍແລະຄວາມຈົນຂອງເຂົາ...ຈິງຫຼືບໍ???
ເມື່ອກ່ອນຕົວຂ້າພະເຈົ້າເອງ ກໍ່ເຄີຍຄິດເຊັ່ນນີ້ ແຕ່ຖ້າເບິ່ງຍ້ອນໄປໃນອາດີດ ບັນພະບຸລຸດ ເຂົາ
ສ້າງສິ່ງນີ້ໄວ້ຢ່າງໃດລ່ະ...???


ແນ່ນອນວ່າເຂົາກໍ່ເປັນຄົນທຳມະດາຄົນໜຶ່ງ...ແຕ່ຮູ້ວ່າ...ຄວາມຄິດຕ່າງຫາກລ່ະ ທີ່ແຕກຕ່າງ...
ໂດຍປົກກະຕິແລ້ວ...ມະນຸດບໍ່ຄິດຈະປ່ຽນແປງ ເພາະເລີກໆແລ້ວມະນຸດຢ້ານຄວາມປ່ຽນແປງ...
ມະນຸດຈິ່ງເດີນຕາມກັນໄປ ໃນເສັ້ນທາງທີ່ທຸກຄົນບອກວ່າດີ ແລະຖືກຕ້ອງ
ຍົກຕົວຢ່າງງ່າຍໆເຊັ່ນ...


ມີນັກລ່າສັດ3ຄົນ ຊື່ ທອງສີ ທອງດີ ທອງມີ ທັ້ງ3 ຄົນນີ້ເປັນເພື່ອນສະນິດກັນດີທີ່ສຸດ
ທັ້ງ 3 ອອກເດີນທາງຕາມລ່າສັດທຸກວັນ ຕາມເສັ້ນທາງທີ່ທຸກຄົນໃນໝູ່ບ້ານ ລ່າກັນເປັນປະຈຳ
ແຕ່ຮູ້ວ່າວັນໜຶ່ງ...ທອງສີ ຕັດສິນໃຈໄປທາງອື່ນ...ທາງທີ່ບໍ່ເຄີຍມີໃຜໄປເລີຍ ແລະບໍ່ຕ້ອງການໄປ
ທອງສີ ກໍ່ເລີຍຊວນເພື່ອນຮັກ ທອງສີແລະທອງມີ ເພື່ອຈະໄປບຸກເບີກເສັ້ນທາງໄໝ່ໆລອງເບິ່ງ
ແຕ່ວ່າເພື່ອນຮັກທັ້ງສອງກໍ່ໄດ້ ປະຕິເສດ
ການເວລາຜ່ານໄປ


ຫຼັງຈາກທີ່ທອງສີ ໄດ້ບຸກເບີກເສັ້ນທາງສາຍໄໝ່ຂອງເຂົາ ທີ່ເຕັມໄປດ້ວຍຄວາມທຸກທໍລະມານ
ຕົກລະກຳລຳບາກເປັນເວລາອັນຍາວນານ ທອງສີກໍ່ໄດ້ພົບກັບ ຝູງສັດຝູງໜຶ່ງ ແລະເຂົາກໍ່ໄດ້ປຸກເຮືອນພັກຢູ່ໃນໄລຍະທີ່ໃກ້ໆກັບຝູງສັດນັ້ນໃນຄະນະທີ່ທອງດີແລະທອງມີ ຍັງຄົງອອກລ່າສັດຕາມເສັ້ນທາງສາຍເດີມໆຈະເຫັນໄດ້ວ່າບຸກຄົນສ່ວນໄຫຍ່ ມັກຈະເຄີຍຊິນແລະຍຶດຕິດກັບເສັ້ນທາງເດີມໆ
ພໍມີໃຜທີ່ມີຄວາມຄິດຜິດແປກອອກໄປ ບຸກຄົນເຫຼົ່ານີ້ ກໍ່ຈະຖືກປະຕິເສດຈາກຄົນສ່ວນໄຫຍ...


ເຊິ່ງຜູ້ທີ່ກ້າທີ່ຈະເຮັດສິ່ງທີ່ແຕກຕ່າງ ຍ່ອມຈະມີຊີວິດທີ່ແຕກຕ່າງ ແນວຄິດແບບເດີມ...
ສະໜອງຍ່ອມສັ່ງໃຫ້ເຮັດໃນຮູບແບບເດີມໆ ແລະໄດ້ຮັບແຕ່ສິ່ງເດີມໆ ເຊິ່ງບໍ່ແຕກຕ່າງຈາກບຸກຄົນສ່ວນໄຫຍ່

ແຕ່...ກໍ່ບໍ່ແມ່ນເລື່ອງຜິດ ທີ່ເຮົາຈະມີຄວາມຄດແບບນີ້ ແລະມີຄວາມຕ້ອງການທີ່ຈະເຮັດແບບນີ້
ເຫດຜົນກໍ່ຄື...ເຮົາຍັງບໍ່ໄດ້ຈຸດປະກາຍ ແລະ ຄວາມຄິດໄໝ່ໆ
ຈົ່ງຢ່າຈົມຢູ່ກັບຄວາມຈຳເຈ...ຊີວິດຍັງມີອີກຫຼາຍຢ່າງໃຫ້ຜູ້ທີ່ ກ້າ ທີ່ຈະ ປ່ຽນແປງ




............................................................................................................




ຈຸດເລີ່ມຕົ້ນຂອງຄວາມສຳເລັດ


ການເຮັດທຸລະກິດໃຫ້ປະສົບຜົນສຳເລັດ...ເລີ່ມຈາກຄວາມຝັນ ...ເປັນຕົວສຳຄັນທີ່ ເຮັດໃຫ້ເກີດແຮງບັນດານໃຈ...ແລະກ້າທີ່ຈະຕັ້ງເປົ້າ ໝາຍຂອງຊີວິດໄດ້
 ເມື່ອເຮົາມີຄວາມປາດຖະໜາຢ່າງ
ແຮງກ້າ ເຮັດໃຫ້ເກີດ
ແຮງຜັກດັນກະ
ຕຸ້ນໃຫ້ຕົວເຮົາກ້າທີ່ຈະລົງມືເຮັດ

ຫຼາຍຄົນມີຄວາມຝັນແຕ່ບໍ່ມີຕົວກະຕຸ້ນໃຫ້ເກີດ ແຮງບັນດານໃຈຢ່າງແຮງກ້າ ເຂົາຈິ່ງບໍ່ກ້າທີ່ຈະລົງເຮັດ ຄວາມສຳ
ສຳເລັດຈິງບໍ່ເກີດຂື້ນ ເພາະສະນັ້ນແມ່ນຫຍັງລ່ະ...? ທີ່ເປັນຕົວກະຕຸ້ນໃຫ້ເກີດແຮງບັນດານໃຈເຮັດໃຫ້ທ່ານຖາມຕົວ
ເອງກ່ອນວ່າຊີວິດຂອງທ່ານມີຄວາມຕ້ອງການຢ່າງໃດແດ່...ຊີວິດຄວາມເປັນຢູ່ໃນປັດຈຸບັນເປັນແນວໃດ...ທ່ານພໍ
ໃຈໃນກັບຊີວິດທີ່ເປັນຢູ່ຂອງຕົວເອງຫຼືບໍ...? ທ່ານຍັງຂາດສິ່ງໃດຢູ່...ແລະທ່ານມີຄວາມຕ້ອງການມັນຫຼືບໍ ?
 ເຊັ່ນຢາກມີບ້ານຫລູໆ ຢາກມີລົດລາຄາແພງ ຢາກທ່ອງທ່ຽວ ຢາກມີເວລາພັກຜ່ອນ ກັບຄອບຄົວຫຼືຄົນທີ່ທ່ານ
ຮັກ...ຖ້າປັດຈຸບັນທ່ານພໍກັບສິ່ງທີເປັນຢູ່ ສະແດງວ່າທ່ານປະສົບຜົນສຳເລັດແລ້ວ ທ່ານບໍ່ຈຳເປັນຕ້ອງເຮັດສິ່ງໃດ
ອີກ ແລ້ວ...ແຕ່ຖ້າທ່ານຍັງຂາດສິ່ງເຫຼົ່ານັ້ນຢູ່.. ຄວາມຕ້ອງການນັ້ນແຫລະເປັນຕົວສ້າງແຮງບັນດານໃຈທີ່ຈະເຮັດ
ໃຫ້ທ່ານມີພະລັງ ໃນການທີ່ຈະເຮັດໃຫ້ທ່ານປະສົບຜົນສຳເລັດໄດ້.


ທ່ານເຄີຍຄິດຢູ່ບໍ່ວ່າ...ເປັນຫຍັງທ່ານບໍ່ຄ່ອຍປະສົບຜົນສຳເລັດ ທັ້ງໆທີ່ທ່ານເຮັດສຸດຄວາມສາມາດແລ້ວ  ແຕ່ຜົນ
ທີ່ໄດ້ຮັບພຽງແຕ່ໄດ້ເຮັດເທົ່ານັ້ນ...ຂ້າພະເຈົ້າຢາກໃຫ້ທ່ານລອງທົບທວນເຫດຜົນທີ່ຜ່ານມາໃນອາດີດ...ວ່າທ່ານ
ເຄີຍເຮັດສິ່ງໃດແດ່ ທີ່ບໍ່ປະສົບຜົນສຳເລັດຕາມທີ່ຕັ້ງເອົາໄວ້ແລະເພາະເຫດຜົນໃດຈິ່ງບໍ່ສຳເລັດ...ເຄີຍຖາມຕົວເຮົາ
ເອງຢູ່ບໍ ?...ທີ່ຜ່ານມາເຄີຍປະສົບຜົນສຳເລັດຈັກຄັ້ງແລ້ວແລະລົ້ມເຫລວຈັກຄັ້ງ...ແລະອານາຄົດຄັ້ງໜ້າທ່ານຈະ
ເຮັດໃຫ້ມັນລົ້ມເຫລວອີກຫຼືບໍ ?...ຖ້າຄຳຕອບວ່າບໍ່...ແລ້ວທ່ານຈະແກ້ບັນຫານີ້ຢ່າງໃດກັບເຫດຜົນເຫຼົ່ານີ້

ວີທີແກ້ບັນຫາຄວາມລົ້ມເຫລວ

  1. ທ່ານຕ້ອງມີຄວາມຝັນຢ່າງແຮງກ້າ ເພື່ອທີ່ຈະໄປສູ່ເປົ້າໝາຍໃຫ້ໄດ້
  2. ສືກສາຄວາມເປັນໄປໄດ້ທີ່ຈະໄປສູ່ເປົ້າໝາຍ ໂດຍເບິ່ງຕົວເອງວ່າມີຄວາມສາມາດທີ່ຈະເຮັດສິ່ງນັ້ນໄດ້ຫຼືບໍ?
  3. ພັດທະນາຕົນເອງໃຫ້ເປັນຜູ້ຊ່ຽວຊານ  ເຊິ່ງຕ້ອງໃຂ້ເວລາພໍສົມຄວນຈົນກ່ວາທ່ານຈະມີຄວາມໝັ້ນໃຈ
    ທີ່ຈະກະທຳສິ່ງເຫຼົ່ນີ້ໄດ້
  4. ລົງມືເຮັດຢ່າງສະໝ່ຳສະເໝີ ຢ່າຮຽນຮູ້ແຕ່ທິດສະດີຢ່າງດຽວ ຄວນປະຕິບັດດ້ວຍເພື່ອໃຫ້ເກີດທັກສະ
    ແລະຕັ້ງໃຈເຮັດຢ່າງຈິງຈັງ
  5. ເມື່ອທ່ານປະສົບກັບບັນຫາທີ່ແກ້ບໍ່ໄດ້ ໃຫ້ໄປປືກສາຜູ້ທີ່ຮູ້ຫຼືຜູ້ທີ່ຊ່ຽວຊານ
  6. ເຮັດວຽກເປັນທີມຢ່າເຮັດຄົນດຽວ ເພາະການເຮັດຄົນດຽວຈະເຮັດໃຫ້ເກີດອາການທໍ້ແທ້ງ່າຍ ຄວນຫາ
    ທີມທີ່ໄວ້ວາງໃຈໄດ້
  7. ທົບທວນຄວາມຝັນຢູ່ສະໝ່ຳສະເໝີ ໂດຍການຂຽນເປັນລາຍຫລັກອັກສອນ ແລະເປີດອ່ານທຸກວັນ
    ເພື່ອຕອກຢ້ຳຄວາມຊົງຈຳ
  8. ມີ່ຄວາມອົດທົນບໍ່ທໍ້ແທ້ ເຖິງວ່າບາງຄັ້ງເຮັດໄປແລ້ວບໍ່ໄດ້ຕາມທີ່ຄາດຫວັງໄວ້ ຄວນທົບທວນແລະເຮັດ
    ມັນໄໝ່ ຈົນກ່ວາຈະຜ່ານຈຸດນັ້ນໄດ້


ທີ່ກ່າວມາເປັນຫຼັກເບື້ອງຕົ້ນທີ່ທ່ານສາມາດ ນຳໄປໃຊ້ໄດ້ ແຕ່ສິ່ງສຳຄັນທີ່ສຸດຄືຕົວທ່ານເອງ...ທ່ານພ້ອມທີ່ຈະ
ປ່ຽນຕົວເອງແລ້ວຫຼືຍັງ...? ພຽງແຕ່ທ່ານປ່ຽນທັດສານະຄະຕິ ຂອງທ່ານເສຍໄໝ່...ເທົ່ານີ້ທ່ານກໍ່ສາມາດໄປສູ່
ຄວາມສຳເລັດໄດ້
ການເລີ່ມຕົ້ນເຮັດທຸລະກິດເຄືອຂ່າຍ

ຖ້າທ່ານຄິດຈະເລີ່ມຕົ້ນເຮັດທຸລະກິດເຄືອຂ່າຍ ທ່ານຄວນຈະເລີ່ມຮຽຮູ້ການເຮດທຸລະກິດ ຈາກອາດີດທີ່ຜ່ານມາ
ຈົນເຖິງປັດຈຸບັນ ວ່າມີຫຼັກການເຮັດທຸລະກິດເຄືອຂ່າຍໃຫ້ປະສົບຜົນສຳເລັດ ດ້ວຍວີທີການຢາງໃດແດ່
ເທັກນີກ 
ການເຮັດທຸລະກິດເຄືອຂ່າຍ ທີ່ປະສົບຜົນສຳເລັດ ໃນອາດີດຈົນເຖິງປັດຈຸບັນ ແລະ ເປັນທີ່ນິຍົມກັນທົ່ວໂລກມີຢູ່
2 ວີທີຄື
1. ວີທີເຮັດທຸລະກິດເຄືອຂ່າຍແບບອັອບລາຍ (Ofline)

ປະສົບຜົນສຳເລັດໃນອາດີດ ແລະ ເປັນທີ່ນິຍົມຢ່າງສູງ ແຕ່ເກີດຜົນສຳເລັດຕໍ່ຄົນກຸ່ມໜຶ່ງເທົ່ານັ້ນ
2. ວີທີເຮັດທຸລະກິດເຄືອຂ່າຍແບບອອນລາຍ (Online)

ປະສົບຜົນສຳເລັດໃນປັດຈຸບັນ ແລະເປັນທີ່ນິຍົມຢ່າງສູງໃນຄະນະນີ້ ນັກທຸລະກິດເຄືອຂ່າຍ ໜ້າໄໝ່ໆ ບາງທ່ານອາດ
ຈະຍັງບໍ່ເຂົ້າໃຈກ່ຽວກັບຄຳວ່າ ງານແບບອອປໄລນ ແລະ ງານແບບອອນໄລນ ຂ້າພເຈົ້າຈະອະທິບາຍໃຫ້ທັ້ງສອງ
ແບບນີ້ ມັນມີວີທີການປະຕິບັດແຕກຕ່າງກັນຢ່າງໃດ
1. ວຽກແບບອັອບລາຍ (Ofline)
ກໍ່ຄືການເຮັດທຸລະກິດຂາຍຕົງ ໃນໂລກແຫ່ງຄວາມເປັນຈິງນີ້ ທີ່ເຮົາໃຊ້ຊີວິດປະຈຳວັນຢູ່ຄະນະນີ້ ວີທີການເຮັດວຽກ
ແບບນີ້ກໍ່ຄື ເຮັດໂດຍການນຳສະເໜີໂອກາດ ທາງທຸລະກິດຂອງບໍລິສັດ ທີ່ເຮັດເຮັດຢູ່ນັ້ນເອງ ວ່າມີໂອກາດ ທີ່ຈະລ້ຳ
ລວຍໄດ້ຢ່າງໃດ ໃນເວລາທີ່ວ່ອງໄວນີ້ ຫຼື ມີໂອກາດທີ່ຈະມີອິດສະຫຼະພາບທາງດ້ານການເງິນແລະເວລາ ໂດຍບໍ່ຕ້ອງ
ເຮັດວຽກປະຈຳອີກຕໍ່ໄປ ໃຫ້ກັບບຸກຄົນອ້ອມຂ້າງຕົວເຮົາ ໂດຍບໍ່ຈຳກັດເລື່ອງໃດທັ້ງຊິ້ນ ບໍ່ວ່າຈະເປັນເລື່ອງເພດ
ອາຍຸການສືກສາ ອາຊີບ ແລະອື່ນໆ ທຸກຄົນໃນໂລກນີ້ສາມາດເຮັດໄດ້ໝົດ
ກ່ອນທີ່ຈະເລີ່ມເຮັດລົງສະໝານກັນຈິງໆ ທາງບໍລິສັດອາດຈະມີການເຝີກອົບຮົມ ໃນເລື່ອງຂອງວີທີການເຮັດທຸລະ
ກິດ ໂດຍຈະອາໃສຫຼັກການເຮັດວຽກເປັນທີມ ການລວມກຸ່ມເຮັດກິດຈະກຳ ເພື່ອສ້າງແຮງຈູງໃຈ (Motives) ໃຫ້
ແກ່ນັກທຸລະກິດເຄືອຂ່າຍໜ້າໄໝ່ໆ ທີ່ຍັງບໍ່ທັນມີປະສົບການໃນການເຮັດທຸລະກິດເຄືອຂ່າຍມາກ່ອນ

ວີທີການເຮັດວຽກຈະເລີ່ມເຮັດຈາກຄົນໃກ້ໆຕົວກ່ອນເຊັ່ນ: ພໍ່ແມ່  ຫຼື ຍາດຕິພີ່ນ້ອງ ຈົນກະທັ້ງເພື່ອນສະນິດມິດສະ
ຫາຍ ສາມາດຊວນມາເຮັດທຸລະກິດເຄືອຂ່າຍໄດ້ ໝົດທຸກຄົນ(ຖ້າຄົນເຫຼົ່ານັ້ນເຊື່ອໃນສິ່ງທີ່ເວົ້ານະ) ວີທີນີ້ການ
ນຳສະ
ເໜີກໍ່ຄື ແບ່ງປັນເລື່ອງລາວດີໆ ດ້ວຍຄວາຫວັງດີ

ໂດຍການ Show the plan shear the product ຄືນຳສະເໝີສິນຄ້າ ຜະລິດຕະພັນຂອງທາງບໍລິສັດ ວ່າດີຢ່າງໃດ
ໂດຍເຫຼົ່າເລື່ອງລາວປະສົບການ ຂອງຄົນທີ່ເຄີຍໃຊ້ຜະລິດຕະພັນ ວ່າໃຊ້ແລ້ວມັນຊ່ວຍເຮັດໃຫ້ ເກີດຜົນລັບໃນທາງ
ທີ່ດີຢ່າງໃດແດ່ ແລະກໍ່ນຳສະເໜີແຜນການລາຍໄດ້ ຫຼືຄ່າຕອບແທນ ແລະຜົນປະໂຫຍດຕ່າງໆ ອີກຫຼາຍຢ່າງທີ່ຈະ
ໄດ້ຮັບຕາມມາ ຫາກຄົນເຫຼົ່ານັ້ນ ຮ່ວມເຮັດທຸລະກິດເຄືອຂ່າຍ ກັບທາງບໍລິສັດ ກໍ່ຄືຈະຕ້ອງສະໝັກ ເປັນສຳມະຊີກ
ຂອງທ່ານບໍລິສັດນັ້ນເອງ


ຂັ້ນຕອນຕໍ່ມາກໍ່ຄືແຊລາຍໄດ້ ຂອງຄົນທີ່ໄດ້ຜົນຕອບແທນຈາກການເຮັດທຸລະກິດເຄືອຂ່າຍ ໃນບໍລິສັດນີ້ ປະກອບ
ກັບຫຼັກຖານທາງດ້ານການເງິນຕ່າງໆເຊັ່ນ: ເອກະສານບັນຊີທະນາຄານ ໃນໜ້າທີ່ຍອດເງິນໃນບັນຊີທະນາຄານ ເປັນ
ຕົວເລກມາຢືນຢັ້ງ ຄວາມຈິງທີ່ໄດ້ກ່າວມານັ້ນ ເພື່ອສ້າງຄວາມນ່າເຊື່ອຖື ໃນການນຳສະເໜີຫຼາຍຍິ່ງຂື້ນ ແລະເຫດ
ຜັນນີ້ເອງທີ່ເປັນເຫດຜົນສຳຄັນທີ່ສຸດ ໃນການຕັດສິນໃຂອງຜູ້ມຸ້ງຫວັງ ທີ່ຈະເຂົ້າຮ່ວມທຸລະກິດເຄືອຂ່າຍ ດ້ວຍການ
ເຮັດວຽກແບບນີ້ເຮົາເອີ້ນກັນວ່າ ວຽກແບບອອປໄລນ 
2. ວຽກແບບອອນລາຍ (Online)
ກໍ່ຄືການເຮັດທຸລະກິດເຄືອຂ່າຍ ໃນໂລກເຊິ່ງບໍ່ມີ້ພົມແດນ ໂດຍການເຮັດໄດ້ທຸກມຸມໂລກ ເຂົ້າໃກ້ແລະງ່າຍພຽງປາຍ
ນິ້ວສຳຜັດ ຫຼືທີ່ເຮົາເອີ້ນກັນຕາມຄວາມເຂົ້າໃຈກັນເອົາເອງວ່າ ອິນເຕີເນັດ (Internet) ທ່ານສາມາດໂຄສະນາຊວນ
ຄົນ ທີ່ສົນໃຈເຂົ້າມາຮ່ວມທຸລະກິດ ກັບທ່ານໄດ້ທາງເວັບໄຊ ຂອງທ່ານເອງ ຕະຫຼອດ 24 ຊົ່ວໂມງ
ເຖິງວ່າທ່ານຈະຕື່ນຈະກິນ ຈະນອນ ຫຼືຈະເຮັດສິ່ງໃດຢູ່ແລ້ວແຕ່ ຖ້າເວັບໄຊຂອງທ່ານອອກສູ່ສາຍຕາ ຊາວໂລກ
ແລ້ວລ່ະກໍ ຫຼັງຈາກນັ້ນກໍ່ປ່ອຍໃຫ້ເປັນໜ້າທີ່ຂອງໂລກອອນໄລນ ເພາະໂລກອອນໄລນບໍ່ເຄີຍມີວັນຢຸດ ເປັນເຄື່ອງ
ມືທີ່ມີພະລັງອຳນາດຢ່າງຢັ້ງຢືນແທ້ຈິງ

ແລະການເຮັດວຽກອອນລາຍ ໃນແບບສະບັບຂອງຂ້າພະເຈົ້າເອງ ທີ້ຈະເປີິດເຜີຍໃຫ້ກັບທຸກທ່ານໄດ້ຮູ້ ແບບບໍ່ມີຄ່າ
ໃຊ້ຈ່າຍໃນການເຮັດວຽກແຕ່ຢ່າງໃດ ທຸກຢ່າງຟຣີໝົດ ພຽງແຕ່ທ່ານນັ່ງຢູ່ໜ້າຄອມຟິວເຕີທີ່ບ້ານຂອງທ່ານ ແຕ່
ທ່ານສາມາດຊວນຄົນໄດ້ທຸກທົ່ວມຸມໂລກໄດ້ ໃຫ້ມາເຫັນສິ່ງດີໆ ທີ່ທ່ານກຳລັງແບ່ງປັນເລື່ອງລາວຜ່ານເວັບໄຊຂອງ
ທ່ານເອງໄດ້ ໂດຍບໍ່ຕ້ອງໄປເມື່ອຍຍາກ ກັບການເຮັດວຽກແບບອັອປໄລນອີກຕໍ່ໄປ

ສ່ວນທຸລະກິດເຄືອຂ່າຍດ້ານທາງອອນໄລນ ໃນເລື່ອງຂອງລາຍລະອຽດນຳສະເໜີແລ້ວນັ້ນ ຈະບໍ່ຕ່າງຫຍັງກັບການ
ສະເໜີໂອກາດທາງທຸລະກິດ ໃນວຽກແບບອັອປໄລນເລີຍແຕ່ຢ່າງໃດ ພຽງແຕ່ປ່ຽນການປະຕິບັດ ໃນການນຳສະເໜີ
ຈາກໂລກແຫ່ງຄວາມຈິງ ມານຳສະເໜີໃນໂລກອອນໄລນໄດ້ ຈະຕ້ອງມີເວັບໄຊເປັນຂອງຕົນເອງ ເພື່ອຈະທຳການປະ
ໂມດ ໂຄສະນາເວັບໄຊ ທີ່ມີຢູ່ໂລກອອນໄລນ ຫຼືທີ່ເຮົາເອີ້ນກັນວ່າ Search engine (ເສີດເອນຈິນ) 
ຍົກຕົວຢ່າງເຊັ່ນ:
Google, yahoo, youtube ແລະ Bing ເປັນຕົ້ນ

ຂັ້ນຕອນການເຮັດວຽກຕໍ່ມາຂອງວຽກແບບອອນລາຍກໍ່ຄື ເມື່ອມີຜູ້ມຸ້ງຫວັງທີ່ສນໃຈ ໃນທຸລະກິດຄືອຂ່າຍຂອງ
ທ່ານແລ້ວ ພາຍໃນເວັບໄຊຂອງທ່ານ ຈະຕ້ອງມີລະບົບການເກັບລິດລາຍຊື່ຜູ້ມຸ້ງຫວັງ ທີ່ສົນໃຈເອີ້ນວ່າ capture
page
ມາຕິດກັບເວັບໄຊຂອງທ່ານ ເພື່ອຮັບຂໍ້ມູນຈາກຜູ້ມຸ້ງຫວັງ

ຟອມ  capture page ຂອງເວັບໄຊນີ້ ເມື່ອໄດ້ລາຍຊື່ຜູ້ມຸ້ງຫວັງແລ້ວ ກໍ່ໂທລະສັບໄປນັດໝາຍ ຈາກນັ້ນກໍ່ປະຕິບັກ
ເໝືອນກັບງານແບບອັອປໄລນເລີຍ

ສະຫລຸບການເຮັດວຽກແບບອັອປໄລນ ດັ່ງທີ່ຂ້າພະເຈົ້າໄດ້ກ່າວມາແລ້ວນັ້ນ ຄືວີທີການເຮັດວຽກແບບລ່າສະໄໝ
ແລະໄດ້ຜົນລັບເກືອບ 90% ຄືຄວາມລົ້ມເຫລວ ການເຮັດທຸລະກິດເຄືອຂ່າຍໃນປັດຈຸບັນນີ້ ຈະເຮັດແບບເດີມໆບໍ່
ໄດ້ອີກແລ້ວ ເຫດຜົນທຸກສິ່ງທຸກຢ່າງປ່ຽນແປງໄປແລ້ວ

ດັ່ງນັ້ນຖ້າເຮົາຈະເຮັດເຮົາກໍ່ຈະຕ້ອງປ່ຽນແປງວີທີຄິດ ແລະວີທີເຮັດໄປດ້ວຍ ແຕ່ຍືດພື້ນຖານທາງກົດໝາຍ ກ່ຽວ
ກັບການປະກອບເຮັດທຸລະກິດເຄືອຂ່າຍໄປດ້ວຍ ເຮັດໃຫ້ຖືກຕ້ອງຕາມກົດໝາຍ ວີທີທີ່ຂ້າພະເຈົ້າໄດ້ອະທິບາຍໄປ
ເບື້ອງຕົ້ນນັ້ນ ຄືວີທີການເຮັດແບບເດີມໆທີ່ສົ່ງຕໍ່ກັນມາ ຈາກນັກຂາຍເຊິ່ງຜູ້ປະສົບຜົນສຳເລັດໄດ້ຖ່າຍທອດສູ່ດາວ
ໄລນ(ລູກທີມ)ຕໍ່ໆມາທີ່ເອີ້ນວ່າ ການຮຽນແບບເຮັດຊ້ຳໆ ແຕ່ໄດ້ຜົນຮັບທີ່ຖືກຕ້ອງໃນໄລຍະໜຶ່ງ ກັບຄົນກຸ່ມໜຶ່ງ
ເທົ່ານັ້ນ ບໍ່ໄດ້ກະຈາຍສູ່ຮາກຖານເສດຖະກິດເຄືອຂ່າຍຢ່າງແທ້ຈິງ

ເພາະຖ້າຈິງທຸກຄົນທີ່ເຮັດທຸລະກິດເຄືອຂ່າຍຕ້ອງລວຍທຸກຄົນ ຢ່າງໜ້ອຍກໍ່ຕ້ອງບໍ່ຂາດທືນ ແຕ່ສິ່ງທີ່ເກີດຂື້ນ ໃນ
ທຸລະກິດເຄືອຂ່າຍໃນປັດຈຸບັນນີ້ ສ່ວນຫຼວງຫຼາຍບໍ່ມີໄດ້ເປັນເຊັ່ນນັ້ນເລີຍ

ສິ່ງທີຂ້າພະເຈົ້າຈະນຳສະເໝີ ໃນການເຮັດທຸລະກິດເຄືອຂ່າຍ ແບບອອນລາຍ ທີ່ທ່ານກຳລັງຈະໄດ້ສືກສາຕໍ່ໄປນນີ້ ບໍ່
ໄດ້ມີວີທີການນຳສະເໜີໂອກາດທາງທຸລະກິດ ເຄືອຂ່າຍແບບເດີມໆຢ່າງແນ່ນອນ ແຕ່ຈະເນັ້ນໃນການນຳສະເໜີ ວີ
ທີເຮັດໃຫ້ທ່ານປະສົບຜົນສຳເລັດ ໃນການເຮັດທຸລະກິດເຄືອຂ່າຍ ດ້ວຍວຽກແບບອອນລາຍ ຢ່າງສົມເຫດສົມຜົນ
ຕົງໄປຕົງມາ ຫຼັກການຕະຫຼາດນີ້ເປັນຫຼັກການທີ່ເກີດຂື້ນຈິງ ໃນໂລກໃບນີ້ ທີ່ນັກທຸລະກິດເຄືອຂ່າຍສ່ວນຫຼວງຫຼາຍ
ຍັງບໍ່ຮູ້ສຳລັບໃນປະເທດລາວເຮົາ ຈິ່ງກໍ່ໃຫ້ເກີດບັນຫາອັນໄຫຍ່ຫຼວງໂດຍບໍ່ຮູ້ຕົວ ໂດຍບໍ່ສາມາດຫາທາງແກ້ໄຂໄດ້
ຈົນສຸດທ້າຍກໍ່ນຳໄປສູ່ຄວາມລົ້ມເຫລວ


                      ແລະນີ້ຄື...ໄມ ດີລາດ Mike Dillard
                                                 
ຜູ້ກໍ່ກຳເນີດການຕະຫຼາດ ແບບດຶງດູດ ຄົນທຳອິດຂອງໂລກ ສາມາດນຳຫຼັກສູດ

 ນີ້ມາໃຊ້ກັບ "ທຸລະກິດເຄືອຂ່າຍ" ໄດ້ຢ່າງແທ້ຈິງ




ທ່ານບໍ່ສາມາດ ຢູ່ໃນໂອກາດທາງທຸລະກິດ ທີ່ດີທີ່ສຸດໃນໂລກ ມີສິນຄ້າແລະແຜນລາຍຈ່າຍທີ່ດີທີ່ສຸດໃນໂລກ ແຕ່ທັ້ງ

ໝົດທີ່ກ່າວມານັ້ນ ຈະບໍ່ມີຄວາມໝາຍເລີຍ ຖ້າທ່ານບໍ່ສາມາດສະປອນເຊີໃຜໄດ້ ຫຼື ບໍ່ສາມາດສ້າງລະບົບທີ່ແທ້ຈິງ
ໃນການດຶງດູດຜູ້ຄົນມາສູ່ອົງກອນຂອງທ່ານເອງ

ແຕ່ສຳລັບໃນປະເທດລາວນີ້ ດ້ວຍຫຼັກການດຽວກັນນີ້ ຂ້າພະເຈົ້າຄືອີກບຸກຄົນໜຶ່ງ ທີ່ຢູ່ໃນທຸລະກິດເຄືອຂ່າຍ ໂດຍ
ໃຊ້ຫຼັກການ "ການຕະຫຼາດແບບດຶງດູດ" ທີ່ພິສູດຜົນລັບທາງທຸລະກິດໄດ້ຢ່າງວ່ອງໄວແລະຖືກຕ້ອງທີ່ສຸດ

ໂດຍໃຊ້ວີທີການຕະຫຼາດແບບດຶງດູດ ໃນການສະປອນເຊີຜູ້ມຸ້ງຫວັງ ແບບບໍ່ຕ້ອງເອີ່ຍປາກຊວນໃຜເລີຍ ບໍ່ຕ້ອງ
ຂາຍສິນຄ້າ ບໍ່ຕ້ອງເຂົ້າປະຊຸມ ບໍ່ຕ້ອງໄລ່ລ້າຄົນອີກຕໍ່ໄປ


ດ້ວຍລະບົບນີ້ທ່ານບໍ່ຕ້ອງອອກຈາກບ້ານໄປຊວນໃຜເລີຍ ໃຫ້ມາຮ່ວມກັບທຸລະກິດຂອງທ່ານ ເພາະລະບົບມັນຈະ
ທຳງານດ້ວຍຕົວມັນເອງຕະຫຼອດ 24 ຊົ່ວໂມງ ໄປຊວນຄົນມາຮ່ວມທຸລະກິດກັບທ່ານ ແບບບໍ່ເລືອກໜ້າ ເພາະເຮົາ
ເຮັດວຽກແບບອອນລາຍ

ດ້ວຍລະບົບນີ້ ທ່ານບໍ່ຕ້ອງເຂົ້າປະຊຸມ ຫຼື ໄປເຝີກອົບຮົມໃດໆ ຈາກທ່ານບໍລິສັດທີ່ທ່ານຈັດຂື້ນ ເພາະບໍ່ແມ່ນຫຼັກ
ການຕະຫຼາດທີ່ຖືກຕ້ອງ ແລະໃຊ້ບໍ່ໄດ້ຜົນອີກຕໍ່ໄປແລ້ວ ຖ້າກຽວກັບເລື່ອງຂອງບໍລິສັດ ທຸກບໍລິສັດມັນກໍ່ດີ
ເໜືອນກັນໝົດ

ດ້ວຍລະບົບນີ້ ຜູ້ມຸ້ງຫວັງຈະມາຂໍສະໝັກກັບທ່ານເອງເຖິງໜ້າບ້ານລະບົບຈະປິດການຂາຍດ້ວຍຕົວມັນເອງ


ດ້ວຍລະບົບທີ່ປິດການສະໝັກໂດຍອັດຕະໂນມັດ ຫາຜູ້ມຸ້ງຫັວງ ສ້າງກະແສເງິນສົດແລະການສະປອນເຊີໃນເວລາ
ດຽວກັນ ໄດ້ຢ່າງມີປະສິດຕິພາບ ເປັນລະບົບທີ່ສົມບູນແບບທີ່ສຸດ ເທົ່າທີ່ຂ້າພະເຈົ້າໄດ້ສືກສາມາ ແລະນຳມາໃຊ້ແລ້ວ
ເກີດຜົນລັບໄດ້ຢ່າງແທ້ຈິງ


ວັນນີ້ບໍ່ວ່າທ່ານຈະເຄີຍເຮັດ ຫຼື ບໍ່ເຄີຍເຮັດກ່ຽວກັບທຸລະກິດເຄືອຂ່າຍກໍ່ຕາມ ທ່ານກໍ່ສາມາດທີ່ຈະປະສົບຄວາມ
ສຳເລັດໄດ້ ໃນເມື່ອທ່ານພ້ອມທີ່ຈະຮຽນຮູ້ແລະຕັ້ງໃຈຢ່າງຈິງຈັງ ຄວາມສຳເລັດຍ່ອມເກີດຂື້ນຢ່າງແນ່ນອນ
 






ແດ່ຄວາມສຳເລັດຂອງທ່ານ

 
Design by Free WordPress Themes | Bloggerized by Lasantha - Premium Blogger Themes | Free Samples By Mail