ສະບາຍດີເພື່ອນໆຊາວນັກທຸລະກິດອອນລາຍທຸກໆທ່ານ
ຖ້າຫາກທ່ານຍັງບໍ່ເຂົ້າໃຈ ເຫດຜົນຂອງການເຮັດການຕະຫຼາດແບບ (Attraction Marketing)
ເທົ່າໃດໜັກ ແລະນັ້ນກໍ່ຄືເຫດຜົນທີ່ຈຳເປັນທີ່ທ່ານຈະຮຽນຮູ້ໃຫ້ໄວທີ່ສຸດໃນຄະນະນີ້ຫາກວ່າທ່ານ
ຕ້ອງການທີ່ຈະເປັນນັກທຸລະກິດເຄືອຂ່າຍ ອອນລາຍທີ່ປະສົບຜົນສຳເລັດຢ່າງຈິງຈັງ?
ອັອບລາຍ (ແມ່ທີມ) ສອນທ່ານແບບນີ້ຢູ່ແມ່ນຫຼືບໍ?
ຂ້າພະເຈົ້າບອກໄດ້ເລີຍວ່າ ການເຮັດທຸລະກິດເຄືອຂ່າຍແບບເດີມໆ ທີ່ໄດ້ມາຈາກການຖ່າຍທອດ ຈາກແມ່ທີມ
ຂອງທ່ານນັ້ນ ບໍ່ວ່າຈະດ້ວຍວີທີໃດກໍ່ຕາມ ມັນບໍ່ໄດ້ຊ່ວຍໃຫ້ທຸລະກິດຂອງທ່ານ ດີຂື້ນໄດ້ດັ່ງທີ່ທ່ານຄາດຫວັງເອົາ
ໄວ້ ຢ່າງແນ່ນອນ ແຕ່ທ່ານກໍ່ຕ້ອງຝືນເຮັດເປັນທຳມະດາ ເພາະທ່ານຖືກສອນມາແບບນັ້ນ ຖ້າຫາກທ່ານພໍໃຈ
ກັບວີທີແບບເດີມໆ ທີ່ທ່ານເຮັດຜ່ານມາ ແລະ ບໍ່ຫວັງທີ່ຈະຊອກຫາວີທີການອື່ນ ທີ່ຊ່ວຍໃຫ້ທຸລະກິດຂອງທ່ານ
ປະສົບຜົນສຳເລັດຢ່າງແທ້ຈິງ ກາລຸນາອອກຈາກເວັບໄຊ ຂອງຂ້າພະເຈົ້າໄປເລີຍ ເພາະມັນຈະເປັນການເສຍເວ
ລາຂອງທ່ານ ໃນການຮຽນຮູ້ ວີທີສູ່ຄວາມສຳເລັດທີ່ຂ້າພະເຈົ້າຈະມາເປີດເຜີຍດັ່ງຕໍ່ໄປນີ້
ທ່ານບອກຜູ້ມຸ້ງຫວັງຂອງທ່ານວ່າ ສິນຄ້າຂອງທ່ານດີກ່ວາບໍລິສັດອື່ນ ຫຼືບອກວ່າແຜນລາຍໄດ້ຂອງ
ທ່ານດີກ່ວາບໍລິສັດໜຶ່ງ ແມ່ນຫຼືບໍ?
ຈຸດປ່ຽນທຸລະກິດເຄືອຂ່າຍ MLM ສູ່ຄວາມສຳເລັດໂດຍບໍ່ຕ້ອງເຈັບປວດ
ແມ່ນທ່ານຫຼືບໍ? ຄືໜຶ່ງໃນຈຳນວນ ນັກທຸລະກິດເຄືອຂ່າຍ MLM 90% ທີ່ຍັງເຮັດແບບນັ້ນຢູ່...ຂ້າພະເຈົ້າກຳລັງ
ຈະບອກພວກເຮົາວ່າ ສິ່ງທີ່ເຮົາກຳລັງຂາຍນັ້ນ ມັນບໍ່ໄດ້ເປັນໄປຢ່າງທີ່ເຮົາຄິດ ຖ້າທ່ານກຳລັງຄິດວ່າທຸລະກິດ
ເຄືອຂ່າຍ MLM ຂອງທ່ານຄືການຂາຍອາຫານເສີມ ຂາຍວີຕາມິນ ຄີມໜ້າເດ້ງ ຄໍລອຍຟິວ ຫຼື ຄໍລອຍເຈນທີ່ດີ
ທີ່ສຸດ...ທ່ານກຳລັງຄິດຜິດແລ້ວ ມັນອາດຈະເປັນຄວາມຈິງທີ່ວ່າສິນຄ້າ ຂອງທ່ານດີກ່ວາອີກບໍລິສັດໜຶ່ງຫຼື
ແຜນຈ່າຍລາຍໄດ້ຂອງທ່ານນັ້ນດີກ່ວາ ຂອງອີກບໍລິສັດໜຶ່ງ ແລະມັນກໍ່ເປັນອົງປະກອບໜຶ່ງໃນການຕັດສິນໃຈ
ທີ່ບໍ່ຄວນມອງຂ້າມ ແຕ່...
ທ່ານລອງນືກເຖິງເວລາທີ່ທາງຮຽນໜັງສື ທ່ານຮຽນໜັງສືໄປເພື່ອຈະໄດ້ເກດດີໆ ມີຄະແນນສູງໆ ກຽດນິຍົມອັນ
ດັບຕົ້ນເທົ່ານັ້ນບໍ..? ແລະເພື່ອຈະໄດ້ເຮັດວຽກດີໆ ເງິນເດືອນສູງໆ ທ່ານເຮັດວຽກງານ ເພື່ອວຽກງານທີ່ທ່ານຮັກຈິງໆ
ຫຼື ເພື່ອຜົນຕອບແທນຈາກການເຮັດວຽກນັ້ນ? ທ່ານຊື້ສະວ່ານເພື່ອຕ້ອງການຈະສ້າງຮູ ແຕ່ຈິງໆແລ້ວທ່ານບໍ່
ໄດ້ຕ້ອງການສະວ່ານນັ້ນເລີຍ ເຊັ່ນກັນ...ຂ້າພະເຈົ້າເອງກໍ່ມີຄວາມເຊື່ອວ່າ ຫຼາຍໆຄົນຄົງບໍ່ຕ້ອງການສະວ່ານນັນ?
ພວກເຮົາຕ້ອງການສ້າງຮູຈາກສະວ່ານເທົ່ານັ້ນເອງ (ແຕ່ຖ້າເຮົາບໍ່ມີສະວ່ານເຮົາກໍ່ບໍ່ສາມາດສ້າງຮູໄດ້ແມ່ນຫຼືບໍ?)
ສະວ່ານກໍ່ຄືເຄື່ອງມືສ້າງໃນການ "ເຈາະ" ສ່ວນ " ຮູ " ໝາຍເຖິງ "ຄວາມສຳເລັດທີ່ເກີດຂື້ນ" ເຮົາຈະຂາດສະວ່ານ
ໄປບໍ່ໄດ້ເດັດຂາດ ເຖິງແມ່ນວ່າສະວ່ານຂອງເຮົາຈະບໍ່ແມ່ນສະວ່ານທີ່ດີທີ່ສຸດກໍ່ຕາມແຕ່ຖ້າຫາກມັນສາມາດຊ່ວຍ
ສ້າງຮູໃຫ້ກັບເຮົາໄດ້ ກໍ່ຖືວ່າເຮົາ "ປະສົບຜົນສຳເລັດ" ໄດ້ເຊັ່ນດຽວກັນ ແຕ່ຈະໃຫ້ດີທີ່ສຸດຫາກເລືອກໄດ້ເຮົາກໍ່ຄວນ
ເລືອກສະວ່ານຕົວທີ່ດີທີ່ສຸດຢ່າງແນ່ນອນ
ແຕ່ເຮົາຈະບໍ່ຂາຍສະວ່ານທີ່ດີທີ່ສຸດເປັນອັນດັບແລກ ເພາະສິ່ງທີ່ເຮົາຈະໄດ້ຂາຍສະວ່ານໄດ້ກໍ່ຄື "ວີທີເຈາະຮູທີ່ຖືກ
ຕ້ອງໃນຮູບແບບທີ່ດີທີ່ສຸດ" ເພື່ອທີ່ຈະໄດ້ຮູທີ່ວ່ອງໄວແລະສວຍງາມທີ່ສຸດແລະປະຫຍັດພະລັງງານຂອງ ເຮົາໃຫ້
ໄດ້ຫຼາຍທີ່ສຸດ...ເທົ່ານັ້ນ...ທ່ານກໍ່ຈະຂາຍສະວ່ານນີ້ໄດ້ທັນທີ
ທ່ານຕ້ອງເຮັດໃຫ້ຜູ້ມຸ້ງຫວັງຂອງທ່ານຄິດໄດ້ດ້ວຍຕົວຂອງເຂົາເອງວ່າ ເຂົາຈະໄປເຖິງເປົ້າໝາຍຂອງເຂົາໄດ້
ຢ່າງໃດ ໂດຍໃຊ້ໂອກາດທີ່ທ່ານຈະສະເໜີໃຫ້ເປັນເຄື່ອງມືໜຶ່ງ ໃນການກ້າວໄປສູ່ຄວາມສຳເລັດນັ້ນ
ຈົ່ງຈຳໄວ້ວ່າ... ພວກເຂົາບໍ່ໄດ້ເຂົ້າຮ່ວມທຸລະກິດຂອງທ່ານ ເພາະບໍລິສັດຂອງທ່ານໜັ້ນຄົງກ່ວາ? ເຂົາບໍ່ໄດ້ເຂົ້າ
ຮ່ວມທຸລະກິດ ຂອງທ່ານເພື່ອສິນຄ້າຂອງທ່ານທີ່ດີກ່ວາ? ແຕ່ເຂົາຈະເຂົ້າຮ່ວມທຸລະກິດຂອງທ່ານເພາະວ່າ...
ທ່ານມີວີທີທີ່ຈະສ້າງຄວາມສຳເລັດໃຫ້ກັບເຂົາຕ່າງຫາກ
ແລະເມື່ອເຂົາໄດ້ເຂົ້າໃຈແລະໄດ້ແນມເຫັນວ່າ ເຂົາຈະໄດ້ສິ່ງໃດຢ່າງນີ້ແລ້ວ ເຂົາຍ່ອມບໍ່ລັງເລໃນການຄົ້ວໂອກາດ
ນີ້ໄວ້ ທີ່ທ່ານຍິບຢືນໃຫ້ ຈາກນັ້ນກໍ່ມີທ່ານເປັນຜູ້ໃຫ້ຄຳປືກສາ ທ່ານຄືຜູ້ທີ່ຄອຍແນະນຳ ວີທີການໃນການໃຊ້
ເຄື່ອງ ມືນັ້ນ ແລະແກ້ໄຂບັນຫາໃຫ້ກັບພວກເຂົາ ໂດຍທີ່ພວກເຂົາຈະເດີນເຂົ້າມາຫາທ່ານເອງ ເພາະເຂົາຮູ້ວ່າ
ເມື່ອເຂົ້າມາຫາທ່ານແລ້ວ ເຂົາຈະໄດ້ສິ່ງໃດ?
ວຽກຂອງທ່ານກໍ່ຄື ການວາງຕຳແໜ່ງຂອງທ່ານໃນຖານະ ຂອງວີທີການທີ່ຈະແກ້ໄຂບັນຫາສິ່ງນັ້ນໆ ໃຫ້ກັບພວກ
ເຂົາ ແລະສິ່ງທີ່ທ່ານຕ້ອງຈຳເອົາໄວ້ກໍ່ຄື ທ່ານຕ້ອງບໍ່ຂາຍ ຄົນເຮົາບໍ່ມັກຖືກການຂາຍພວກເຂົາບໍ່ໄດ້ເຫັນທ່ານ
ເກີນໄປ ກ່ວາຄົນແປກໜ້າຄົນໜຶ່ງ ຫຼືໃຜກໍ່ບໍ່ຮູ້ທີ່ຈະພະຍາຍາມ ຈົກເງິນອອກຈາກກະເປົ໋າຂອງພວກເຂົາ
ວີທີການທີ່ດີທີ່ສຸດນັ້ນກໍ່ຄື ການໃຫ້ຂໍ້ມູນທີ່ເປັນປະໂຫຍດ ແລະວີທີການສູ່ຄວາມສຳເລັດໃຫ້ກັບຜູ້ມຸ້ງຫວັງກ່ອນ
ເພື່ອຈະໄດ້ສືກສາລາຍລະອຽດກ່ອນ ການຕັດສິນໃຈດ້ວຍຕົວເຂົາເອງ ແທນທີ່ຈະຂາຍໂອກາດທາງທຸລະກິດລາ
ຄາ 10.000-40.000ບາດ ເຊິ່ງຍັງບໍ່ທັນມີຄວາມແນ່ນອນໃຫ້ກັບພວກເຂົາເລີຍ
ສິ່ງທີ່ທ່ານຈະຂາຍບໍ່ແມ່ນການບອກວ່າ ບໍລິສັດຂອງທ່ານໝັ້ນຄົງພຽງໃດ ຫຼືສິນຄ້າຂອງບໍລິສັດທ່ານນັ້ນດີຂະ
ໜາດໃດ ທ່ານຈະຕ້ອງຮູ້ວ່າຜູ້ມຸ້ງຫວັງ ກຳລັງເຈີບັນຫາອັນໃດຢູ່ ທ່ານຕ້ອງບອກເຂົາວ່າທ່ານ ມີວີທີອື່ນທີ່ດີ
ກ່ວານັ້ນ ຫຼືເຈັບປວດໜ້ອຍລົງກ່ວານັ້ນ ເມື່ອທ່ານໄດ້ຮູ້ແລ້ວວ່າບັນຫາຂອງເຂົານັ້ນຄືສິ່ງໃດ ການບອກຂໍ້ມູນ
ທີ່ຈະນຳໄປສູ່ຄວາມສຳເລັດ ໂດຍທີ່ເຂົາບໍ່ຕ້ອງພົບກັບຄວາມເຈັບປວດຕ່າງຫາກ...ຄືສິ່ງທີ່ທ່ານຕ້ອງເຮັດ
ທ່ານຕ້ອງການເປັນ "ຜູ້ຖືກລ່າ" ຫຼື "ຜູ້ໄລ່ລ່າ"
ຂ້າພະເຈົ້າເຄີຍເຮັດທຸລະກິດເຄືອຂ່າຍແບບເດີມໆນັ້ນກໍ່ຄື Old School ເຊິ່ງກໍ່ຄືການອອກຕາມໄລ່ລ່າຜູ້ຄົນຢ່າງ
ຫຼວງຫຼາຍຢູ່ລ້ອມໆຕົວຂ້າພະເຈົ້ານັ້ນເອງ ບໍ່ວ່າຈະເປັນ ເພື່ອນໆ ຍາດຕິພີນ້ອງ ຄົນຮູ້ຈັກ ຫຼື ກະທັ້ງຄົນທີ່ບໍ່ເຄີຍຮູ້
ຈັກກັນມາກ່ອນເລີຍ ຂ້າພະເຈົ້າເຮັດທຸກວີທີທາງເພື່ອຈະໄດ້ເພື່ອນໄໝ່ໆ ລາຍຊື່ໄໝ່ໆເຂົ້າມາໃນຊີວິດຂ້າພະເຈົ້າ
ຕ້ອງເສຍເງິນເຂົ້າຫ້ອງປະຊຸມສຳມະນາຕ່າງໆ ທັ້ງຄ່າເດີນທາງ ຄ່າອາຫານຄ່າພັກເຊົາແລະອື່ນໆ...ເພື່ອຫວັງທີ່ຈະ
ເພີ່ມລາຍຊື່ໃຫ້ກັບຕົນເອງ ໃຫ້ໄດ້ຫຼາຍທີ່ສຸດ ທ່ານເຄີຍເຮັດເໜືອນກັບຂ້າພະເຈົ້າແບບນີ້ຫຼືບໍ?
ຖ້າຫາກທ່ານຍັງຄົງເຮັດແບບນີ້ຢູ່ ທ່ານລອງຕິດຕາມເລື່ອງລາວຂອງຂ້າພະເຈົ້າເບິ່ງນະ ວ່າຂ້າພະເຈົ້າເຄີຍເຈີກັບ
ສິ່ງໃດມາແດ່ ແລະທ່ານຕ້ອງໄດ້ເຈີເໜືອນກັບທີ່ ຂ້າພະເຈົ້າໄດ້ເຄີຍເຈີມາຢ່າງແນ່ນອນ ແຕ່ຖ້່ຫາກທ່ານຍັງຄົງເຮັດ
ທຸລະກິດເຄືອຂ່າຍຂອງທ່ານ ເໜືອນກັບຂ້າພະເຈົ້າທີ່ເຄີຍເຮັດມາກ່ອນແບບ Old School
ຂ້າພະເຈົ້າຕ້ອງເສຍເງິນແລະເວລາໃນການເດີນທາງ ພົບປະນັດໝາຍກັບຜູ້ຄົນຈຳນວນຫຼາຍ ພໍໝົດຄົນຮູ້ຈັກ
ຕ້ອງເສຍເງິນ ໃນການໄປຊອກຫາລາຍຊື່ຜູ້ມຸ້ຫວັງໄໝ່ເຂົ້າມາອີກ ກໍ່ນັບວ່າແທບຈະບໍ່ເວັ້ນໜ້າຄົນທີ່ເດີນຜ່ານ
ເລີຍ ໃນໃຈຄິດແຕ່ຢາກເປີດໂອກາດໃຫ້ເຂົາທາງທຸລະກິດ ແຕ່ມັນກໍ່ຕ້ອງທຳໃຈເມື່ອສິ່ງທີ່ມັນອອກມາ ບໍ່ເປັນໄປ
ຕາມກຳນົດກົດເກນຂອງເຮົາຄິດເອົາໄວ້ເລີຍ ທ່ານລອງນືກພາບເບິ່ງເອົາເອງນະ...ຂະໜາດ ຄົນທີ່ຮູ້ຈັກເຮົາໄປ
ນຳສະເໜີສິ່ງທີ່ເຮົາຄິດວ່າດີທີ່ສຸດແລ້ວ ໃຫ້ກັບເຂົາ ເຂົາຍັງປະຕິເສດກັບມາເລີຍ ຫຼືຄ້າຕອບຮັບກໍ່ດ້ວຍຄວາມ
ເກງໃຈເທົ່ານັ້ນ ແລະຈະໄປເອົາຫຍັງກັບຄົນທີ່ເຮົາບໍ່ຮູ້ຈັກເຂົາມາກ່ອນ ແລະທີ່ກຳລັງລົມກັນໂດຍທີ່ບໍ່ໄດ້ສ້າງຄວາມ
ສຳພັນ ອັນດີງາມກັບເຂົາມາກ່ອນເລີຍ ແລະລາຍຊື່ສ່ວນໄຫຍ່ກໍ່ບໍ່ມີຄຸນນະພາບ ບາງຄົນຕາຍຄາໃບສະໝັກ
ໃນທີ່ສຸດກໍ່ບໍ່ເຫຼືອໃຜເລີຍ ເຫດຜົນເພາະໃນທີມງານບໍ່ມີໃຜຮູ້ຈິງ ໃນເລື່ອງເຮັດການຕະຫຼາດທີ່ມີປະສິດຕິພາບນັ້ນ
ເອງ ຂ້າພະເຈົ້າຈິ່ງຕ້ອງເສຍເງິນ ເສຍເວລາທີ່ມີຄຸນຄ່າ ຂອງຂ້າພະເຈົ້າ ເສຍຄວາມຮູ້ສືກດີໆກັບຍາດຕິພີ່ນ້ອງແລະ
ເພື່ອນຝູງ ທີ່ບໍ່ສາມາດຮຽກຮ້ອງຄວາມຮູ້ສືກດີໆ ກັບຄືນມາໃຫ້ເປັນເໜືອນເດີມໄດ້ອີກ ແລະທີ່ສຳຄັນມັນເຮັດໃຫ້
ຄອບຄົວຂອງຂ້າພະເຈົ້າ ຕ້ອງເຈັບປວດຈາກຄວາມແຕກແຍກ ຈາກການເຮັດທຸລະກິດທີ່ "ຜິດວີທີ" ແລະຂ້າພະ
ເຈົ້ເຊື່ອວ່າ "ທ່ານຄົງບໍ່ຢາກໃຫ້ເຫດການເຊັ່ນນີ້ເກີດຂື້ນກັບຕົວທ່ານ ແລະຄົນທີ່ທ່ານຮັກເຊັ່ນກັນ"
ຫຼັງຈາກທີ່ຂ້າພະເຈົ້າໄດ້ຄົ້ນພົບເຄັດລັບ ວີທີເຮັດການຕະຫຼາດແບບໄໝ່ຈາກ Old School ມາເປັນການຕະຫຼາດ
New School ໄດ້ຮຽນຮູ້ແລະຝີກຝົນເປັນຢ່າງໜັກ ໃນການປ່ຽນແປງຄັ້ງຫຍິ່ງໄຫຍ່ ທີ່ເກີດຂື້ນກັບຕົວຂ້າພະເຈົ້າ
ແລະຄວາມສຳເລັດ ທີ່ຕາມມາໂດຍບໍ່ຕ້ອງອອກແລ່ນໄລ່ລ່າຜູ້ຄົນອີກຕໍ່ໄປ ແລ້ວທ່ານລ່ະ...?
ທ່ານຕ້ອງການເປັນຜູ້ຖືກລ່າ ຫຼື ເປັນຜູ້ໄລ່ລ່າ
ວັນນີ້ບໍວ່າທ່ານຈະເຮັດທຸລະກິດເຄືອຂ່າຍ ຢູ່ກັບບໍລິສັດໃດກໍ່ຕາມ ຄວາມສຳເລັດລໍທ່ານຢູ່ທີ່ນີ້ແລ້ວ ທ່ານຈຳເປັນ
ຕ້ອງຮຽນຮູ້ ວີທີການເຮັດການຕະຫຼາດ ແບບນີ້ໂດຍໄວທີ່ສຸດ ຈາກທີ່ນີ້ທີ່ດຽວເທົ່ານັ້ນທີ່ຈະເປີດເຜີຍຄວາມລັບ
ຂອງຄົນທີ່ປະສົບຜົນສຳເລັດ ທີ່ເຂົາເຮັດກັນທີ່ທ່ານບໍ່ເຄີຍຮູ້ມາກ່ອນ ກຳລັງຈະເກີດຂື້ກັບຕົວທ່ານແລ້ວ ຕໍ່ຈາກນີ້
ໄປມັນຂື້ນກັບການຕັດສິນໃຈຂອງທ່ານເອງທັ້ງໝົດ
ເທັກນີກການເຈາະຮູ ຂອງແຕ່ລະຄົນຈະແຕກຕ່າງກັນອອກໄປ ຕາມຄວາມຮູ້ຄວາມສຳນານຂອງແຕ່ລະຄົນ
ທີ່ນີ້ເອງຄືສິ່ງທີ່ສຳຄັນທີ່ສຸດ ທີ່ທ່ານຈະຕ້ອງເລືອກໃນວີທີການທີ່ແຕກຕ່າງ ທີ່ໃຫ້ທັ້ງຄວາມສວຍງາມ ແລະວ່ອງໄວ
ພ້ອມທັ້ງເຮັດປະຫຍັດພະລັງງານໜ້ອຍທີ່ສຸດ...ເຊິ່ງຂ້າພະເຈົ້າໄດ້ຕຽມສິ່ງເຫຼົ່ານີ້ໄວ້ໃຫ້ກັບທ່ານແລ້ວ... ພຽງແຕ່ທ່ານເປີດໃຈເຂົ້າມາຮຽນຮູ້ກັບຂ້າພະເຈົ້າຢ່າງຈິງຈັງ ແລ້ວທ່ານຈະໄດ້ຮັບວີທີການສ້າງຮູ ຂອງທ່ານດ້ວຍວີທີທີາງ່າຍ ວ່ອງໄວ ແລະປະຫຍັດປອດໄຟ ກ່ວາທີ່ອື່ນໃນການເຮັດທຸລະກິດນີ້.
..........................................................................................................................
ວິລະເດດ ພົມມະວົງ
ແດ່ຄວາມສຳເລັດຂອງທ່ານ...
ໂຄດທີ່ຕ້ອງການຊ່ວຍໃຫ້ທ່ານປະສົບຄວາມສຳເລັດໂດຍບໍ່ຕ້ອງພົບກັບຄວາມເຈັບປວດ ຄຣີກທີ່ນີ້
04:42
viraded


0 ความคิดเห็น:
แสดงความคิดเห็น