ເວລາຂອງທຸກຄົນກໍ່ມີ 24 ຊົ່ວໂມງເທົ່າກັນ ແຕ່ກັບເຫັນຫຼາຍໆຄົນ ເວົ້າວ່າບໍ່ມີເວລາຢູ່ສະເໝີ ທີ່ເປັນ ແບບນີ້ສາເຫດໜຶ່ງນັ້ນ ມາຈາກການບໍລິຫານເວລາແບບຜິດໆ ນັ້ນເອງ ເພາະບາງຄົນ ນັ້ນມັກ ຈະຄິດ ວ່າຕົວເອງ ບໍ່ຄ່ອຍມີເວລາ ເວລາບໍ່ພໍ ຫຼື ຮູ້ສືກ ເລ່ງລີບ ຈົນເປັນເຫດໃຫ້ຄວາມ ຄຽດເຂົ້າມາແທນທີ່ ສະ ນັ້ນລອງມາຫາທາງອອກກັນເບິ່ງ ດ້ວຍການບໍລິຫານເວລາໃຫ້ມີປະ ສິດຕິພາບ ມາຝາກທຸກໆຄົນຈະໄດ້ ບໍລິຫານເວລາ ໃຫ້ທັນວຽກງານໃຫ້ສຳເລັດ ທັນເວລາຫຼາຍ ຫຍິ່ງຂື້ນ ຫຼື ສາມາດຈັດສັນເວລາ ກັນໄດ້ຢ່າງມີປະສິດຕິພາບອີກດ້ວຍ ຮັບຮອງວ່າດ້ວຍ ເທັກນີກ ວີທີການບໍລິຫານເວລາ ນີ້ຍັງຊ່ວຍໃຫ້ທ່ານມີໂອກາດ ເຫຼືອໃນການ ພັກຜ່ອນສ່ວນ ຕົວອີກດ້ວຍ
ຕາມຄຳຄົມຂອງ "ເບນຈາມິນ ແຟຣງ ຄິນ" ນັກ ວິທະຍາສາດ ຊື່ກ້ອງ ໂລກທີ່ ກ່າວເອົາໄວ້ວ່າ "ເວລາຄືເງິນ" ເຖິງວ່າໃຜຈະ ຖຽງວ່າເງິນຊື້ຄວາມສຸກ ໄດ້ ແຕ່ເງິນກໍ່ ເປັນປັດໃຈຫຼັກທີ່ເອື້ອ ໃຫ້ ເຮົາຢູ່ໄດ້ຢ່າງ ມີຄວາມສຸກເຊັ່ນດຽວ ກັບເວລາ ຖ້າເຮົາໃຊ້ ບໍ່ເປັນ ກໍ່ເໝືອນ ກັບເຮົາ ເຮັດຂອງມີຄ່າຕົກເຮ່ຍເສຍ ຫາຍ ບາງຄົນຄິດວ່າ ເກັບໄວ້ ຢ່າງດີແລ້ວ ກໍ່ຍັງຖືກເຝີເຮັດ ເສຍເວລາ ຢູ່ຕະລອດ ທີ່ວ່າ ໂອ໊ຍ...!!! ບໍ່ມີເວລາ ວຽກຫຼາຍຈະຕາຍ ...ບໍ່ວ່າງ...ບໍ່ມີເວລາ... ຕ້ອງເຮັດວຽກ ໃຫ້ສຳເລັດກ່ອນ ຄົນ ສ່ວນຫຼາຍມັກຮູ້ສືກຕົວເອງວ່າ ບໍ່ມີ ເວລາທີ່ຈິງແລ້ວ ຢູ່ທີ່ເຄັບ ລັບການບໍລິຫານເວລານັ້ນເອງ ຟັງເບິ່ງແລ້ວ ເໝືອນຍາກ ແຕ່ຖ້າຮູ້ຈັກບໍລິຫານ ເວລາ ໃຫ້ດີກໍ່ສາມາດຈະຫາ ເວລາ ເພີ່ມໄດ້ ພຽງປັບປ່ຽນພຶດຕິກຳ ບາງຢ່າງ ແລະ ເລີ່ມປະຕິ ບັດຕົວຈິງຈັງ ແລ້ວທ່ານຈະມີເວລາເພີ່ມຂື້ນ.
ລອງມາເບິ່ງຄວາມສຳເລັດຂອງບຸກຄົນທີ່ມີຊື່ສຽງລະດັບໂລກເຂົາມີການບໍລິຫານຈັດການກັບເວລາກັນແບບໃດ
ການບໍລິຫານເວລາຕ້ອງເລີ່ມຈາກການຈັດການຕົວເອງສະກ່ອນ ກໍ່ຈະມີປະໂຫຍດຫຍັງລະ ຖ້າເຮັດ List ຂື້ນມາແລ້ວ ເຮັດຕາມນັ້ນບໍ່ໄດ້ ຈະບອກໃຫ້ກໍ່ໄດ້ວ່າ ສາເຫດຫຼັກຂອງຄວາມລົ້ມເຫຼວ ເກີດຈາກໂລກຄວາມຮັບຜິດຊອບ ບົກຝ່ອງ ຂອງຄົນເຮົານີ້ລະ ບໍ່ມີຢາຮັກສາໄດ້ ແຕ່ເຊົາໄດ້ດ້ວຍວິໃນ ໃນຕົວທ່ານເອງ
ທ່ານລອງໃຊ້ເວລາບໍ່ພໍເທົ່າໃດນີ້ ທີ່ອ່ານເຄັດລັບບໍລິຫານເວລາເຫຼົ່ານີ້ ໃຊ້ເວລາອີກໜ້ອຍໜຶ່ງ ລອງລົງມືປະຕິບັດ ແລ້ວ ທ່ານຈະຄົ້ນພົບເວລາອີກຫຼາຍຊົ່ວໂມງທີ່ເສຍຫາຍໄປ ທີ່ນີ້ບໍ່ວ່າທ່ານຈະວຽກຫຍຸ້ງພຽງໃດ ກໍ່ຈັດການມັນໄດ້ບໍ່ ຍາກ ດ້ວຍສອງມືຂອງທ່ານເອງ ເວລາເປັນສົມບັດທີ່ມີຄຸນຄ່າ ແລະ ຫາກຫຍິ່ງທ່ານສາມາດນຳໄປແລກປ່ຽນ ສິ່ງໃດ ກໍ່ໄດ້ ຂື້ນຢູ່ກັບວ່າທ່ານຈະຈັດການກັບມັນໄດ້ດີພຽງໃດ
...ແດ່ຄວາມສຳເລັດຂອງທ່ານ
.........................................................................
18:02
viraded





0 ความคิดเห็น:
แสดงความคิดเห็น