วันอังคารที่ 1 มีนาคม พ.ศ. 2559

ປ່ຽນຄວາມຄິດ...ຊີວິດປ່ຽນ


ປ່ຽນແນວຄິດ...ຊີວິດກໍ່ປ່ຽນ
ທ່ານເຄີຍຮູ້ສືກຢ່າງໃດ...ເມື່ອຕ້ອງພົບປະກັບຄົນລວຍ...???
ເຂົາໂຊກດີທີ່ເກີດມາລວຍ...???
ແອບອິດສາເຂົາຫຼືບໍ...ຈິງຢູ່ທີ່ເຂົາອາດຈະບໍ່ໄດ້ສ້າງສິ່ງໃດດ້ວຍຕົວເຂົາເອງເລີຍ
ແຕ່ຮູ້ວ່າ...ຄົນໃດຄົນໜຶ່ງໃນບັນພະບຸລຸດຂອງເຂົາ ເປັນຜູ້ສ້າງໃຫ້ ແລະເຂົາເປັນຜູ້ຮັບມໍລະດົກ
ເຊິ່ງເປັນຄົນທີ່ໂຊກດີຄົນໜຶ່ງ ທີ່ເກີດມາແລະໄດ້ຢູ່ເທິງຢອດ ພູເຂົາແຫ່ງຄວາມສຳເລັດ ໂດຍບໍ່
ຕ້ອງເຮັດສິ່ງໃດເລີຍ

ໂຊກຊະຕາ...ກຳນົດຄວາມລວຍແລະຄວາມຈົນຂອງເຂົາ...ຈິງຫຼືບໍ???
ເມື່ອກ່ອນຕົວຂ້າພະເຈົ້າເອງ ກໍ່ເຄີຍຄິດເຊັ່ນນີ້ ແຕ່ຖ້າເບິ່ງຍ້ອນໄປໃນອາດີດ ບັນພະບຸລຸດ ເຂົາ
ສ້າງສິ່ງນີ້ໄວ້ຢ່າງໃດລ່ະ...???


ແນ່ນອນວ່າເຂົາກໍ່ເປັນຄົນທຳມະດາຄົນໜຶ່ງ...ແຕ່ຮູ້ວ່າ...ຄວາມຄິດຕ່າງຫາກລ່ະ ທີ່ແຕກຕ່າງ...
ໂດຍປົກກະຕິແລ້ວ...ມະນຸດບໍ່ຄິດຈະປ່ຽນແປງ ເພາະເລີກໆແລ້ວມະນຸດຢ້ານຄວາມປ່ຽນແປງ...
ມະນຸດຈິ່ງເດີນຕາມກັນໄປ ໃນເສັ້ນທາງທີ່ທຸກຄົນບອກວ່າດີ ແລະຖືກຕ້ອງ
ຍົກຕົວຢ່າງງ່າຍໆເຊັ່ນ...


ມີນັກລ່າສັດ3ຄົນ ຊື່ ທອງສີ ທອງດີ ທອງມີ ທັ້ງ3 ຄົນນີ້ເປັນເພື່ອນສະນິດກັນດີທີ່ສຸດ
ທັ້ງ 3 ອອກເດີນທາງຕາມລ່າສັດທຸກວັນ ຕາມເສັ້ນທາງທີ່ທຸກຄົນໃນໝູ່ບ້ານ ລ່າກັນເປັນປະຈຳ
ແຕ່ຮູ້ວ່າວັນໜຶ່ງ...ທອງສີ ຕັດສິນໃຈໄປທາງອື່ນ...ທາງທີ່ບໍ່ເຄີຍມີໃຜໄປເລີຍ ແລະບໍ່ຕ້ອງການໄປ
ທອງສີ ກໍ່ເລີຍຊວນເພື່ອນຮັກ ທອງສີແລະທອງມີ ເພື່ອຈະໄປບຸກເບີກເສັ້ນທາງໄໝ່ໆລອງເບິ່ງ
ແຕ່ວ່າເພື່ອນຮັກທັ້ງສອງກໍ່ໄດ້ ປະຕິເສດ
ການເວລາຜ່ານໄປ


ຫຼັງຈາກທີ່ທອງສີ ໄດ້ບຸກເບີກເສັ້ນທາງສາຍໄໝ່ຂອງເຂົາ ທີ່ເຕັມໄປດ້ວຍຄວາມທຸກທໍລະມານ
ຕົກລະກຳລຳບາກເປັນເວລາອັນຍາວນານ ທອງສີກໍ່ໄດ້ພົບກັບ ຝູງສັດຝູງໜຶ່ງ ແລະເຂົາກໍ່ໄດ້ປຸກເຮືອນພັກຢູ່ໃນໄລຍະທີ່ໃກ້ໆກັບຝູງສັດນັ້ນໃນຄະນະທີ່ທອງດີແລະທອງມີ ຍັງຄົງອອກລ່າສັດຕາມເສັ້ນທາງສາຍເດີມໆຈະເຫັນໄດ້ວ່າບຸກຄົນສ່ວນໄຫຍ່ ມັກຈະເຄີຍຊິນແລະຍຶດຕິດກັບເສັ້ນທາງເດີມໆ
ພໍມີໃຜທີ່ມີຄວາມຄິດຜິດແປກອອກໄປ ບຸກຄົນເຫຼົ່ານີ້ ກໍ່ຈະຖືກປະຕິເສດຈາກຄົນສ່ວນໄຫຍ...


ເຊິ່ງຜູ້ທີ່ກ້າທີ່ຈະເຮັດສິ່ງທີ່ແຕກຕ່າງ ຍ່ອມຈະມີຊີວິດທີ່ແຕກຕ່າງ ແນວຄິດແບບເດີມ...
ສະໜອງຍ່ອມສັ່ງໃຫ້ເຮັດໃນຮູບແບບເດີມໆ ແລະໄດ້ຮັບແຕ່ສິ່ງເດີມໆ ເຊິ່ງບໍ່ແຕກຕ່າງຈາກບຸກຄົນສ່ວນໄຫຍ່

ແຕ່...ກໍ່ບໍ່ແມ່ນເລື່ອງຜິດ ທີ່ເຮົາຈະມີຄວາມຄດແບບນີ້ ແລະມີຄວາມຕ້ອງການທີ່ຈະເຮັດແບບນີ້
ເຫດຜົນກໍ່ຄື...ເຮົາຍັງບໍ່ໄດ້ຈຸດປະກາຍ ແລະ ຄວາມຄິດໄໝ່ໆ
ຈົ່ງຢ່າຈົມຢູ່ກັບຄວາມຈຳເຈ...ຊີວິດຍັງມີອີກຫຼາຍຢ່າງໃຫ້ຜູ້ທີ່ ກ້າ ທີ່ຈະ ປ່ຽນແປງ




............................................................................................................




0 ความคิดเห็น:

แสดงความคิดเห็น

 
Design by Free WordPress Themes | Bloggerized by Lasantha - Premium Blogger Themes | Free Samples By Mail