"ເຖິງຈະເລືອກຜິດຄັ້ງດຽວບາງຄັ້ງກໍ່ໝົດ
ໂອກາດ ທີ່ຈະກັບໄປແກ້ໄຂໄດ້ ເສຍເງິນ
ເສຍເວລາ ລວມໄປເຖິງ ຄອບຄົວທີ່ອົບ
ອຸ່ນຂອງເຮົາໄປດ້ວຍ ທ່ານ...ອາດຈະບໍ່
ໄດ້ສຳຜັດກັບມັນເລີຍທັ້ງຊີວິດ"
"ເມື່ອເຮົາຕ້ອງການເງິນ ເຮົາຕ້ອງຮຽນຮູ້
ເລື່ອງເງິນ ເມື່ອເຮົາຕ້ອງການເວລາເຮົາ
ຕ້ອງຮຽນຮູ້ວ່າຈະໄດ້ມາຢ່າງໃດ? ສຳຄັນທີ່
ສຸດເຮົາຕ້ອງຮູ້ວ່າຕອນນີ້ເຮົາຕິດຢູ່ກັບດັກ
ສິ່ງໃດ ແລະຈະອອກຈາກກັບດັກນີ້ໄປໄດ້ຢ່າງໃດ"
ມີຄົນຫຼາຍຄົນໃຊ້ຊີວິດດ້ວຍຄວາມຍາກລຳບາກ
ຕ້ອງເລ່ງລີບ ຕ້ອງສູ້ ຕ້ອງກົດດັນ ກັບທຸກໆວັນ
ໂດຍບໍ່ຮູ້ເລີຍວ່າວັນໃດຈະໄດ້ຢຸດພັກຈັກເທື່ອໃນຊີວິດ
ເມື່ອທຸກຄົນລ້ວນແລ້ວແຕ່ມີ "ຄວາມໄຝ່ຝັນ"
ມີຄວາມຕ້ອງການທີ່ຈະມີຊີວິດທີ່ມີຄຸນນະພາບ
ທີ່ດີ ຢາກມີຄອບຄົວທີ່ອົບອຸ່ນ ຢາກມີຄວາມໝັ້ນ
ຄົງທາງດ້ານການເງິນ ຢາກມີບ້ານຫຼັງງາມໆໃນ
ຝັນຢາກມີລົດຄັນຫລູໆເອົາໄວ້ ຂັບຂີ່ໄປມາ ເພື່ອ
ອຳນວຍຄວາມສະດວກແລະປອດໄຟ ຢາກໄປທ່ອ
ງທ່ຽວສະຖານທີ່ທີ່ຢາກຈະໄປແລະອື່ນໆ
ແຕ່...ຄົນສ່ວນໄຫຍ່ແລ້ວ 90% ເປັນເຊັ່ນນີ້
ໃນທຸກໆເຊົ້າຂອງວັນໄໝ່ທີ່ຕື່ນຂື້ນມາແລ້ວ
ພົບວ່າເຮົາຍັງຕ້ອງດຳເນີນຊີວິດໃນຮູບແບບ
ທີ່ເໜືອນໆກັບທຸກໆວັນທີ່ຜ່ານມາ ຄືຕ້ອງ
ຕື່ນແຕ່ເຊົ້າອອກຈາກບ້ານປະເຊີນກັບບັນຫາ
ຈາລະຈອນ ເພື່ອໄປໃຫ້ ທັນເວລາແລ້ວເຮັດ
ວຽກງານຕາມໜ້າທີ່ຮັບຜິດຊອບທີ່ໄດ້ຮັບ
ມອບໝາຍໃຫ້
ພົບເຈີກັບຄວາມຄຽດຕ່າງໆໃນການເຮັດ
ວຽກຕອນແລງລໍຄອຍໂມງເລີກງານຕ້ອງ
ປະເຊີນກັບບັນຫາຈາລະ ຈອນອີກຄັ້ງ ກັບ
ເຖິງບ້ານແລ້ວກໍ່ຫຼັບໄປດ້ວຍຄວາມເມື່ອຍ
ເພຍ ແລະ ຕຽມພົບກັບວັນໄໝ່ທີ່ດຳເນີນ
ຊີວິດໃນຮູບແບບເດີມໆ ເປັນວົງຈອນຊ້ຳ
ແລ້ວຊ້ຳອີກທຸກວັນ ເຮົາເຄີຍສັງເກດຕົວ
ເຮົາເອງແດ່ຫຼືບໍວ່າເຮົາທຳສິ່ງເຫຼົ່ານີ້ເພື່ອຫຍັງ?
ເພື່ອຈະສາມາດດຳເນີນຊີວິດຜ່ານໄປ ໄດ້
ວັນໆໜຶ່ງເທົ່ານັ້ນເອງບໍ?
ເຮົາຕ້ອງການຊີວິດທີ່ເປັນແບບນີ້ແທ້ຫຼືບໍ?
ເຊື່ອວ່າຄົນເຮົາເກີດມາທຸກຄົນລ້ວນແຕ່
ມີຄວາມຝັນ ຍາກຈະມີຊີວິດທີ່ດີກ່ວາ ທີ່ເຮົາ
ເປັນຢູ່ໃນທຸກວັນນີ້ຢ່າງແນ່ນອນ ແລ້ວເປັນ
ຫຍັງບໍ່ລອງຫາທາງປ່ຽນຊີວິດ ຂອງເຮົາເອງໄປ
ສູ່ຮູບແບບການໃຊ້ຊີວິດແບບໄໝ່ ໃນແບບທີ່
ເຮົາຢາກຈະເປັນ ຫາກຕ້ອງການເລີ່ມຕົ້ນ
ສ້າງຄວາມສຳເລັດໃຫ້ກັບຊີວິດ ດ້ວຍເສັ້ນ
ທາງທີ່ສາມາດສ້າງຄວາມຝັນຂອງເຮົາໄດ້
ພາຍໃນໄລຍະ ເວລາທີ່ບໍ່ຍາວເກີນໄປ
ນີ້ຄືວົງຈອນຊີວິດຂອງຄົນສ່ວນຫຼວງຫຼາຍເຊື່ອວ່າຄົນເຮົາເກີດມາທຸກຄົນລ້ວນແຕ່
ມີຄວາມຝັນ ຍາກຈະມີຊີວິດທີ່ດີກ່ວາ ທີ່ເຮົາ
ເປັນຢູ່ໃນທຸກວັນນີ້ຢ່າງແນ່ນອນ ແລ້ວເປັນ
ຫຍັງບໍ່ລອງຫາທາງປ່ຽນຊີວິດ ຂອງເຮົາເອງໄປ
ສູ່ຮູບແບບການໃຊ້ຊີວິດແບບໄໝ່ ໃນແບບທີ່
ເຮົາຢາກຈະເປັນ ຫາກຕ້ອງການເລີ່ມຕົ້ນ
ສ້າງຄວາມສຳເລັດໃຫ້ກັບຊີວິດ ດ້ວຍເສັ້ນ
ທາງທີ່ສາມາດສ້າງຄວາມຝັນຂອງເຮົາໄດ້
ພາຍໃນໄລຍະ ເວລາທີ່ບໍ່ຍາວເກີນໄປ
ຕ້ອງໃຊ້ຊິວິດດ້ວຍຄວາມກົດດັນ ກັບຄ່າ
ຄອງຊີບສູງຂື້ນທຸກໆປີຄ່າລ້ຽງ ດູລູກໆ ຄ່າ
ການສືກສາ ຄ່າປິ່ນປົວສຸຂະພາບ ຄ່າເດີນ
ທາງອື່ນໆ
ຫຼາຍຄົນບໍ່ມີເວລາຮອດຈະຄິດທົບທວນເຖິງ
ຄວາມໄຝ່ຝັນ ແລະຄວາມຕ້ອງການທີ່ແທ້
ຈິງຂອງຕົນເອງຫຼາຍຄົນໃຊ້ເວລາໄປກັບຄວາມ
ຈົ່ມເຖິງຄວາມລຳບາກຂອງຕົວເອງ ຫຼາຍກ່ວາ
ທີ່ຈະໄປສະແຫວງຫາໂອກາດ ແລະຄວາມຮູ້ໄໝ່ໆ
ໃນຊີວິດເພື່ອທີ່ຈະນຳມາປ່ຽນແປງ "ວີທີຄິດ"
ປ່ຽນແປງ "ພຶດຕິກຳ"
ແຕ່ນັ້ນກໍ່ອາດຈະບໍ່ແມ່ນເປັນເລື່ອງທີ່ສຳຄັນ
ໄປກ່ວາ ທີ່ຄົນສ່ວນໄຫຍ່ບໍ່ຮູ້ເລີຍ "ເຮັດແນວ
ໃດຈິ່ງຈະໄດ້ຕາມທີ່ຕ້ອງ ການ ແລະໄຝ່ຝັນ"
ນີຄືເຫດຜົນທີ່ຂ້າພະເຈົ້າຂຽນບັອກນີ້ຂື້ນມາ
ເຮົາໃຊ້ເວລາຢູ່ໃນໂຮງຮຽນບໍ່ຕ່ຳກ່ວາ 15 ປີ
ຄຳຖາມມີຢູ່ວ່າເຮົາໄດ້ຮັບຄວາມເຊື່ອ ແລະ
ຄວາມຮູ້ກ່ຽວກັບສິ່ງໃດມາດແດ່?
ໂຮງຮຽນສອນໃຫ້ເຮົາ "ສະຫຼາດໃນການຮຽນຮູ້
ສະເພາະໃນຕຳລາແລະເນື້ອຫາໃນຫລັກສູດ
ເທົ່ານັ້ນ" ແຕ່ບໍ່ໄດ້ສອນໃຫ້ເຮົາ "ສາຫຼາດໃນ
ການຫາເງິນ"
ຄວາມເຊື່ອແລະທ້ດສະນະຄະຕິນັ້ນ ຖືກປູກຝັງ
ກັນມານັ້ນຜິດຍຸກຜິດສະໄໝ ໃນວີທີການສ້າງ
ລາຍໄດ້ທີ່ຍາວນານຄືສາເຫດຂອງການ "ລົ້ມເຫລວ''
ໃນການສ້າງລາຍໄດ້ໃຫ້ຫຼາຍຂື້ນກໍ່ເດີມ
ກອບແລະການຍືດຕິດຢູ່ກັບແນວຄວາມຄິດ
ແບບເກົ່າໆເຫຼົ່ານັ້ນ ເປັນບັນຫາໃຫ້ກັບຄົນຈຳ
ນວນ ຫຼາຍທີ່ບໍ່ສາມາດທີ່ຈະປ່ຽນແປງຕົວເອງໄດ້
ຫຼາຍຄົນຈິ່ງຕິດຢູ່ໃນວົງຈອນວີຖີຊີວິດແບບເດີມໆ
ບັນຫາໃນການແຂ່ງຂັນທີ່ສູງຂື້ນ ໜັກຂື້ນ
ແລະຮຸນແຮງຫຼາຍຂື້ນ ເພື່ອຄວາມຢູ່ລອດ
ໃນທຸກໆດ້ານຂອງຜູ້ຄົນໃນສັງຄົມ ຜູ້ຄົນ
ສ່ວນໄຫຍ່ມີຄວາມຄຽດເພີ່ມຂື້ນ ຄວາມ
ສຸກລົດລົງ (EQ) ຄວາມສາຫຼາດທາງອາ
ລົມໜ້ອຍລົງຄວາມເຊື່ອໃຈເຊິ່ງກັນແລະ
ກັນເລີ່ມໜ້ອຍລົງ ແລະມອງເບິ່ງໂລກໃນ
ແງ່ລົບຫຼາຍຂື້ນ
ແບບນີ້ແລ້ວຍັງຈະໝັ້ນໃຈໄດ້ແນວໃດ?
ວ່າວຽກປະຈຳຢ່າງດຽວ ຈະເຮັດໃຫ້ຊີວິດ
ເຮົາພ້ອມຄອບຄົວ ບັນລຸເຖິງເຊິ່ງຄວາມ
ໄຝ່ຝັນນັ້ນໄດ້
ຕັ້ງແຕ່ຕອນນີ້ ຕອນທີ່ເຮົາຍັງມີເຫື່ອແຮງ
ໃນການສ້າງຄວາມຝັນໃຫ້ເປັນຈິງ ດ້ວຍການ
ຮຽນຮູ້ "ເກມການເງິນ ແລະ ວີທີສ້າງຄວາມ
ສຳເລັດ" ທີ່ສາມາດເຮັດໄດ້ຈິງຈາກທີ່ນີ້ ແຫ່ງນີ້
ແລ້ວ ທ່ານກໍ່ຈະຮູ້ວ່າຄວາມສຳເລັດໃນຊີວິດທີ່
ແທ້ຈິງນັ້ນຄືຫຍັງ? ແລະຈະໄດ້ມັນມາແນວໃດ?
ວຽກງານຖືກທີ່ ຖືກວີທີເທົ່ານັ້ນ ທີ່ຈະເຮັດໃຫ້
ປະສົບຜົນສຳເລັດໃນຊີວິດໄດ້ "ທີ່ວ່ອງໄວກ່ວາ"
ຈົ່ງຢ່າລືມວ່າຄວາມສຳເລັດນັ້ນມີຢູ່ຈິງແລະມີ
ຢູ່ໃນທຸກຫົນທຸກແຫ່ງເພື່ອລໍພວກເຮົາທຸກຄົນ
ໄດ້ໄປສຳຜັດແລະຈັບມັນເອົາມາໄວ້ໃນຄອບຄອງ
ພຽງແຕ່ວ່າໃຜຈະຄົ້ນຫາຫຼືເບິ່ງເຫັນ ວີທີການທີ່ດີ
ແລະ ຊັດເຈນທີ່ສຸດ ທີ່ສາມາດນຳໄປສູ່ຄວາມສຳ
ເລັດນັ້ນໄດ້ ດ້ວຍວີທີການທີ່ຖືກຕ້ອງແລະວ່ອງໄວ
ກ່ວາ ປອດໄຟກ່ວາ ແລະລົງທືນໜ້ອຍກ່ວາກັນ
ເທົ່ານັ້ນເອງ "ເຖິງຈະເປັນວຽກງານຫຼືອາຊີບ
ດຽວກັນກໍ່ຕາມ"

ພຽງແຕ່ເຮົາຄິດເປັນ "ອິດສະຫຼະພພາບໃນຊີວິດ" ຢູ່ໃນກຳມື
ແດ່ຄວາມສຳເລັດຂອງທ່ານ
...................................................................................................
ິລະເດດ ພົມມະວົງ
18:14
viraded





0 ความคิดเห็น:
แสดงความคิดเห็น