วันอังคารที่ 1 มีนาคม พ.ศ. 2559

ຍາກລວຍເຮັດແນວໃດດີ




ເຊື່ອວ່າຄົງເປັນຄຳຖາມ ທີ່ໃຜຕໍ່ໃຜກໍ່ຕ້ອງການຄຳຕອບ..ຈະມີຈັກຄົນແດ່ທີ່ບໍ່ຢາ ລວຍ (ແມ່ນບໍ?)
ເຊິ່ງຈິງໆ ແລ້ວທຸກ ຄົນກໍ່ບໍ່ວ່າຈະເກີດມາ ໃນກອງເງິນ ກອງທອງ ຖືເງິນ ຖືຄຳມາຕັ້ງແຕ່ເກີດ
ແຕ່ຄວາມສຳເລັດ ໃນການຫາເງິນ ເປັນສິ່ງ ທີ່ທຸກຄົນ ສາມາດ ສ້າງໄດ້ສະເໝີ ສຳຄັນ ວ່າຈະຕ້ອງຄົ້ນ
ພົບຕົວຕົນ ແລະ ດືງສັກກະຍະພາບ ຂອງຕົນອອກມາໃຊ້ 

ວັນນີ້ໄດ້ຍິບເອົາ 5 ວີທີງ່າຍໆ ທີ່ຈະເຮັດໃຫ້ທຸກຄົນລວຍ ແບບບໍ່ຮູ້ເນື້ອຮູ້ຕົວ ເປັນເຄັດລັບທີ່ຄົນ
ສ່ວນໄຫຍ່ຍັງບໍ່ຮູ້ ເຊິ່ງ ເຄັບ ລັບນີ້ໄດ້ຊີທາງລວຍ ໃຫ້ຄົນໄດ້ເປັນເສດຖີ ມາແລ້ວຢ່າງຫຼວງຫຼາຍ

1. ວາງເປົ້າໝາຍ
ຄົນທີ່ຈະປະສົບຜົນສຳເລັດໄດ້ ສິ່ງທີ່ສຳຄັນທີ່ສຸດຄື ການຕັ້ງເປົ້າໝາຍ ແລ້ວເດີນໄປສູ່ເປົ້າໝາຍນັ້ນ
ການຕັ້ງເປົ້າ ໝາຍ ຈະເຮັດໃຫ້ການວາງແຜນ ການດຳເນີນວຽກງານທີ່ຊັດເຈນ ມີການ ບໍລິຫານ
ເວລາ ທີ່ແນ່ນອນ ຫາກວາງ ເປົ້າໝາຍຜິດ ພາດ ທຸກຢ່າງກໍ່ຈະຜິດພາດ ຂາດເປົ້າໝາຍ ໄປດ້ວຍ
ເຊັນ: ໄທເກີ້ວູດ ນັກກັອບມື1 ຂອງໂລກບໍ່ໄດ້ຕັ້ງ ເປົ້າໝາຍ ທີ່ເງິນ ລາງວັນ ແຕ່ເປົ້າໝາຍຂອງ
ເຂົາຢູ່ທີ່ ເຮັດແນວໃດເຖິງ ຈະໄດ້ເປັນທີ1 ໃນກີລາກັອບເຂົາຝືກຜົນ ຢ່າງໜັກ ໃນທີ່ສຸດກໍ່ ຄອງທີ1 
 ຂອງໂລກໄປໄດ້ ຈາກນັ້ນເງິນກໍ່ຫຼັ່ງໄຫຼ ເຂົ້າມາແບບບໍ່ຮູ້ຕົວເລີຍ

2. ສະຫຼາດເລືອກ
ຕ້ອງຮູ້ຈັກເລືອກສິ່ງດີໆ ໃນຕົນເອງ ສົມບັດມີວຽກຢ່າງໜຶ່ງຈະຕ້ອງເຮັດ ເຊິ່ງບໍ່ເຮັດບໍ່ໄດ້ ແຕ່ວຽກ
ອັນນີ້ ບໍ່ໃຫ້ເກີດ ລາຍໄດ້ ຫຼື ເກີດລາຍໄດ້ພຽງເລັກໆ ນ້ອຍໆກໍ່ຕາມ ຖ້າເຊັ່ນນັ້ນຈະເປັນໄປໄດ້ຫຼືບໍທີ່
ຈະມອບ ໝາຍໃຫ້ຄົນອື່ນ (ທີ່ມີລາຍ ໄດ້ຕໍ່ນາທີທີ່ ຕ່ຳ ກ່ວາເຮົາ) ໄປດຳເນີນການແທນ ດ້ວຍວີທີ
ນີ້ເຮົາບໍ່ ຕ້ອງເສຍເວລາກັບ ວຽກດັ່ງກ່າວ ແລະງານນັ້ນກໍ່ບໍ່ ເສຍດ້ວຍ ນີ້ຄືການສະ ຫຼາດ ເລືອກ 
3. ເພີ່ມຜົນຜະລິດຂອງເວລາ
ຊັບພະຍາກອນທີ່ດີທີ່ສຸດຄືເວລາໃນ 1 ວັນ ເຮົາເຮັດວຽກຈັກຊົ່ວໂມງ ນຳວັນເຮັດວຽກທັ້ງໝົດມາຄິດ
ເປັນຈັກຊົ່ວ ໂມງ ຈັກນາທີ ແລ້ວເອົາຈຳນວນ ນາທີທັ້ງໝົດ ໄປຫາລາຍ ໄດ້ໝົດປີ ນີ້ຄືການຫາຄ່າ
ຂອງນາທີວ່າ ນາທີໜຶ່ງຂອງເຮົາ ມີຄ່າເທົ່າໃດ ຈາກນັ້ນກໍ່ໄປ ເພີ່ມຜົນຜະລິດ ຂອງເວລາ ເຊັ່ນວ່າ
ວັນໜຶ່ງ ອ່ານໜັງສືໄດ້ 50 ໜ້າ ແລະຖ້າໃນໜຶ່ງວັນ ເຮົາ ອ່ານໜັງສືໄດ້ຫຼາຍກ່ວາ 100 ໜ້າ ອັນນີ້
ເອິ້ນວ່າການ ເພີ່ມຜົນຜະລິດ ຂອງເວລາ ຖ້າເພີ່ມຜົນຜະລິດ ໄດ້ສູງ ເຮົາກໍ່ ໄດ້ ພັດທະນາວຽກງານ
ຂອງເຮົາໄດ້ສູງ ທີ່ສຳຄັນຄືເຮົາໄດ້ ພັດທະນາ ຕົວເອງໄປນຳດ້ວຍ
4. ຊີວິດ (ຕ້ອງ) ລິຂິດເອງ
ການທີ່ຄົນບໍ່ໃຫ້ຄວາມສຳຄັນ ຂອງຕົວເອງ ແລ້ປ່ອຍ ເວລາໃຫ້ເປັນໄປ ຕາມມີຕາມເກີດແຕ່ພໍ
ເກີດມີບັນຫາຂື້ນມາ ກໍ່ໂທດດວງຊະຕາ ໂທດຟ້າລິຂິດ ເຊິ່ງເປັນຂໍ້ອ້າງ ແລະ ເປັນຈຸດອ່ອນ ທີ່
ເຮັດໃຫ້ບໍ່ ພັດທະນາ ຕົວເອງ ຖ້າຈະເບິ່ງຄວາມ ສຳເລັດຂອງຕົນເອງ ຕ້ອງເບິ່ງການກະທຳຂອງ
ເຮົາໃນປັດຈຸບັນ ວ່າເຮົາດຳເນີນຊີວິດ ສອດຄ່ອງກັບ ເປົ້າໝາຍທີ່ ເຮົາຕັ້ງໄວ້ຫຼືບໍ 
"ເພາະວ່າສິ່ງທີ່ເຮົາມີ ສິ່ງທີ່ເຮົາເປັນໃນ ປັດຈຸບັນນີ້ ເກີດຈາກການ ຕັດສິນໃຈ ຂອງເຮົາໃນ ອາດີດ" 
5. ຕ້ອງກ້າທີ່ຈະປ່ຽນແປງ
ການທີ່ທຸກຄົນປະສົບ ຜົນສຳເລັດ ເພາະພວກເຂົາບໍ່ຍອມຢຸດກັບສິ່ງເດີມໆ ເມື່ອເຫັນໂອກາດ
ເຂົາກ້າທີ່ຈະປ່ຽນແປງ ການປ່ຽນແປງເປັນ ເລື່ອງທີ່ທຸກຄົນຕ້ອງ ສະແດງຄວາມກ້າອອກມາ 5 
 ເລື່ອງໄຫຍ່ທີ່ຄວນປ່ຽນມີດັ່ງນີ້
  1. ຄວາມຄິດ
  2. ພຶດຕິກຳ
  3. ທີ່ຢູ່ອາໃສ
  4. ສະຖານທີ່ເຮັດວຽກ
  5. ແລະສິ່ງແວດລ້ອມ
ວີທີການທີ່ຈະເຮັດໃຫ້ ປະສົບຜົນສຳເລັດ ໃນຊີວິດໄດ້ ເຫຼົ່າເສດຖີທັ້ງຫຼາຍ ໃຊ້ໄດ້ຜົນມາແລ້ວ
ຈົ່ງສືກສາວີທີເຫຼົ່ານີ້ ຄົງບໍ່ ແມ່ນເລື່ອງເສຍຫາຍ ແລະຫວັງວ່າຄົງຈະເປັນ ປະໂຫຍດແກ່ກັບ
ຜູ້ອ່ານ ເຮົາລອງມາເບິ່ງກັນວ່າຄົນ ທີ່ເຂົາປະສົບຜົນສຳເລັດ ກັບ ຄົນທີ່ລົ້ມເຫຼວ ເຂົາມີແນວ
ຄິດ ແຕກຕ່າງກັນແນວໃດ


 

 



ແດ່ຄວາມສຳເລັດຂອງທ່ານ...



 ສະມັກສຳມະຊີກ

0 ความคิดเห็น:

แสดงความคิดเห็น

 
Design by Free WordPress Themes | Bloggerized by Lasantha - Premium Blogger Themes | Free Samples By Mail