ຄວາມຈິງຂອງເງິນກັບເວລາ
ຄົນບາງຄົນ...ມີເງິນ...ແຕ່ບໍ່ມີເວລາຄື ການເຮັດວຽກຫາເງິນຢ່າງດຽວ
ຄົນບາງຄົນ...ມີເວລາ...ແຕ່ບໍ່ມີເງິນ ຄື ບໍ່ມີວຽກເຮັດ
ຄົນບາງຄົນ...ບໍ່ມີທັ້ງເງິນແລະເວລາຄື ມະນຸດເງິນເດືອນ
ແຕ່ຖ້າທ່ານມີທັ້ງ ເງິນແລະເວລາ ຄິດວ່າດີບໍ?
ຖ້າຄິດວ່າດີ...ແລ້ວເຮັດວຽກແບບໃດລ່ະ???
ໃນໜັງສື Rich Dad Poor Dad (ພໍ່ລວຍກັບພໍ່ຈົນສອນລູກ) ຂອງ Rpbert T. kiyosaki
ມະຫາເສດຖີ ຊາວອາເມຣິກາ ໄດ້ກ່າວວ່າຄົນທີ່ລວຍທີ່ສຸດໃນໂລກ
"ສະແຫວງຫາການສ້າງເຄືອຂ່າຍ ໃນຄະນະທີ່ຄົນອື່ນໆກຳລັງຊອກຫາງານທຳ"
ພຶດຕິກຳເງິນ 4 ດ້ານ ຂອງ ໂລເບີດ ຄິໂຍສະກິ ໄດ້ສະເໝີແນວຄວາມຄິດທີ່ເໝາະສົມກ່ວາ
ສຳລັບຄົນທີ່ຢາກຈະລວຍການເປັນລູກຈ້າງເຮັດຈົນຕາຍ ຈັ່ງໃດກໍ່ບໍ່ລວຍ ມີແຕ່ເຮັດໃຫ້ຄົນ
ອື່ນລວຍ ຄົນທີ່ຢາກຈະລວຍທາງເລືອກຄືເປັນເຈົ້າຂອງທຸລະກິດ
E (Employee) - ລູກຈ້າງ

- ໃຊ້ເງິນເຮັດວຽກແທນ
- ບໍ່ໄດ້ເຮັດວຽກເພື່ອເງິນ
- ເບິ່ງຜົນຕອນແທນຈາກການປັນຜົນ
- ຊື້ກິດຈະການມາປັບປຸງແລະຂາຍຕໍ່
ຄວາມແຕກຕ່າງລະຫວ່າງຝັ່ງຊ້າຍແລະຝັ່ງຂວາ
ຄົນຝັ່ງຊ້າຍ
|
ຄົນຝັ່ງຂວາ
|
| ມີຄວາມຢ້ານກົວ ເປັນຕົວຂັບເຄື່ອນ | ມີຄວາມຝັນ (ຄວາມໄຝ່ຝັນความ) ເປັນຕົວຂັບເຄື່ອນ |
| ຍຶດຕິດກັບວຽກປະຈຳ | ພະຍາຍາມສ້າງວຽກ |
| ລາຍໄດ້ຈຳກັດ | ລາຍໄດ້ບໍ່ຈຳກັດ |
| ຄິດເອງເຮັດເອງ | ເຮັດວຽກເປັນທີມ |
| ບໍ່ມີເປົ້າໝາຍໃນຊີວິດ | ມີເປົ້າໝາຍຊັດເຈນ |
| ແນມເຫັນອຸປະສັກ | ແນມເຫັນໂອກາດ |
| ບໍ່ເຂົ້າໃຈຄຳວ່າ ໜີ້ສິນ-ຊັບສິນ | ເຂົ້າໃຈຄຳວ່າ ໜີ້ສິນ-ຊັບສິນ |
| ເຮັດວຽກເພື່ອເງິນ | ໃຊ້ເງິນເຮັດວຽກ |
| ຄິດເຖິງແຕ່ຄວາມສ່ຽງ | ຄິດເຖິງແຕ່ຄວາມໜ່າສ່ຽງ |
| ຍຶດຕິດກັບສິ່ງເກົ່າໆ | ຮຽນຮູ້ສິ່ງໄໝາໆ |
| ລົງທືນໃນສິ່ງທີ່ເຫັນ | ລົງທືນໃນສິ່ງທີ່ຄິດ |
| ບໍ່ມີແຜນງານ | ມີແຜນງານຊັດເຈນ |
| ດຳເນີນຊີວິດດ້ວຍຕົວເອງ | ມີທີ່ປືກສາ |
| ມັກອອກຄຳຄິດເຫັນ | ມັກຫາຄວາມຈິງ |
| ຕ້ອງມີເງິນສົດຫຼາຍໆ | ຕ້ອງມີກະແສເງິນສົດສະໝ່ຳສະເໝີ |
| ມັກເປັນຜູ້ຈັດການ | ມັກເປັນຜູ້ນຳ |
| ມັກສະແດງຕົວວ່າເກັ່ງ | ມັກແນມຫາຄົນເກັ່ງ |
| ມັກວີທີການ | ມັກວີທີຄິດ |
| ມີຄວາມສ່ຽງສູງ | ມີຄວາມສ່ຽງຕ່ຳ |
| ຖືກລະບົບຄວບຄຸມ | ຄວບຄຸມລະບົບ |
| ເປັນສ່ວນໜຶ່ງຂອງລະບົບ | ເປັນເຈົ້າຂອງລະບົບ |
| ຮຽນເພື່ອໃບປະກາດ | ຮຽນເພື່ອຫາຄວາມຮູ້ |
| ມັກເປັນຜູ້ຊ່ຽວຊານ | ມັກເປັນຜູ້ຮອບຮູ້ |
| ທຳງານເພື່ອຄົນອື່ນ | ສ້າງງານເພື່ອຄົນອື່ນ |
| ຢາກເຮັດບຸນຫຼາຍໆແຕ່ບໍ່ມີເງິນ | ເຮັດບຸນທຸກຄັ້ງທີ່ມີໂອກາດ |
ທີ່ເກີດຂື້ນກັບຕົວເອງແລ້ວ ກໍ່ຈົ່ງເກັບມັນເອົາໄວ້ ແລະຈົ່ງໃຊ້ຊີວິດແບບເດີມຕໍ່ໄປ...
ຄົນເຮົາທຸກຄົນເລືອກຢືນຢູ່ ຈຸດໃດຈຸດໜຶ່ງຂອງ ເງິນ 4 ດ້ານ ຂື້ນຢູ່ກັບວ່າ...ລາຍໄດ້ຂອງທ່ານ
ມາຈາກຫຍັງ? ເລື່ອງກ່ຽວກັບກຸ່ມຄົນສີ່ປະເພດ ທີ່ຢູ່ໃນໂລກຂອງທຸລະກິດ ແລະມີອຸປະນິໃສທີ່
ແຕກຕ່າງກັນ ການເຮັດລາຍໄດ້ຂອງຄົນສີ່ປະເພດ ແຕ່ລະຄົນເຮັດວຽກສາມາດ ທີ່ຈະຢູ່ໄດ້ໃນທຸກ
ດ້ານ ບໍ່ແມ່ນດ້ານໃດກໍ່ດ້ານໜຶ່ງ ແລະທ່ານສາມາດທີ່ຈະຫາເງິນ ໄດ້ຈາກເງິນທັ້ງສີ່ດ້ານ ການສ້າງ
ລາຍ ໄດ້ໂດຍວີທີໃດກໍ່ຕາມ ຈາກເງິນສີ່ດ້ານນີ້ ຕົວກຳນົດຂອງມັນຄືຄວາມຄິດແລະຄວາມສົນໃຈ
ຄວາມແຕກຕ່າງຂອງເງິນສີ່ດ້ານອາດຈະກ່າວໄດ້ອີກຢ່າງໜຶ່ງວ່າ ການກະທຳ ບໍ່ສຳຄັນເທົ່າຄວາມ
ຄິດ ບໍ່ມີດ້ານໃດທີ່ດີກ່ວາກັນ ເພາະແຕ່ລະດ້ານ ມີຈຸດອ່ອນແລະຈຸດແຂງ ທີ່ແຕກຕ່າງກັນ
ເປັນຫຍັງຫຼາຍຄົນຈິ່ງເລືອກຄວາມໝັ້ນຄົງ ແທນທີ່ຈະເລືອກຄວາມອິດສະຫຼະ
ສິ່ງເຫຼົ່ານີ້ແຕກຕ່າງກັນຢ່າງໃດ
- ຄວາມໝັ້ນຄົງຂອງງານ ຄົນໃນກຸ່ມນີ້ມີການສືກສາດີ ມີປະສົບການການເຮັດວຽກ
ຄົງທາງການເງິນ ເພາະຖືກສອນໃຫ້ເຮັດວຽກພຽງຢ່າງດຽວເທົ່ານັ້ນ
- ຄວາມໝັ້ນຄົງທາງການເງິນ ເງິນພຽງຢ່າງດຽວບໍ່ສາມາດເຮັດໃຫ້ເກີດຄວາມໝັ້ນຄົງ
- ອິດສະຫຼະພາບທາງການເງິນ ສາມາດໃຊ້ເງິນແທນຕົວເອງ ຈິ່ງມີອິດສະຫຼະທີ່ຈະເລືອກ
ອີກດ້ວຍ
ດ້ານຊ້າຍສ່ຽງກ່ວາ ຄົນເຫຼົ່ານີ້ຍັງຄົງຍຶດຕິດຢູ່ກັບວຽກງານ ແລະ ຕຳແໜ່ງທີ່ໝັ້ນຄົງ
ເມື່ອຮ່າງກາຍບໍ່ສາມາດ ທີ່ຈະເຮັດວຽກໄດ້ ກໍ່ຈະເຮັດໃຫ້ບໍ່ມີລາຍໄດ້
ດ້ານຂວາໝັ້ນຄົງກ່ວາ ເພາະຖ້າມີລະບົບທີ່ດີ ທ່ານກໍ່ບໍ່ຈຳເປັນຕ້ອງໄປເຮັດວຽກ ເພາະລະບົບ
ທີ່ດຳເນີນຢູ່ ກໍ່ສາມາດທີ່ຈະຝັນປ່ຽນ ເງິນເຂົ້າມາສູ່ກະເປົ໋າຂອງທ່ານໄດ້
1. ບໍລິສັດ ເຊິ່ງທ່ານສ້າງລະບົບຂື້ນມາດ້ວຍຕົວທ່ານເອງ
2. ແຟຣນໄຊ ເຊິ່ງທ່ານສາມາດຊື້ລະບົບຈາກຄົນອື່ນ
3. ການຕະຫຼາດແບບເຄືອຂ່າຍ
ແຕ່ລະ ລະບົບ ມີຂໍ້ດີແລະຂໍ້ເສຍແຕກຕ່າງກັນ ທີ່ເໝືອນກັນກໍ່ຄື ຖ້າທ່ານເຮັດສຳເລັດ
ບໍ່ວ່າຈະເລືອກລະບົບໃດ ທ່ານຈະມີລາຍໄດ້ທີ່ແນ່ນອນ ແລະບອກລາຄວາມຈົນໄດ້ເລີຍ
ການກ້າວໄປສູ່ການເປັນເຈົ້າຂອງ ກິດຈະການ ໄດ້ຢ່າງວ່ອງໄວມີ 3 ວີທີຄື
1.ຫາຕົ້ນແບບ ຕົ້ນແບບຄືຄົນເຮັດວຽກທີ່ມີປະສົບການ ເຄີຍເຮັດແລະປະສົບຜົນສຳເລັດມາແລ້ວ
ພໍ່ລວຍສອນເລື່ອງລະບົບ ແລະການເປັນຜູ້ນຳ ບໍ່ແມ່ນເປັນຜູ້ຈັດການ ເພາະຜູ້ຈັດການມັກເບິ່ງ
ລູກນ້ອງ ຫຼື ຜູ້ໃຕ້ບັງຄັບບັນຊາໃນແງ່ທີ່ດ້ອຍກ່ວາ ແຕ່ຜູ້ນຳຕ້ອງຮູ້ຈັກໃຊ້ຄົນເກັ່ງກ່ວາ ສະຫຼາດກ່ວາ
2. ຫາແຟຣນໄຊ ວີທີຮຽນລະບົບທຸລະກິດອີກວີທີໜຶ່ງ ຄືການຊື້ແຟຣນໄຊ ເຊິ່ງທ່ານຈະໄດ້ລະບົບ
ທີ່ຜ່ານການຮັບຮອງວ່າມີ ຄຸນນະພາບແນ່ນອນ ແລະມີແຟຣນໄຊດີໆ ໃຫ້ທ່ານເລືອກອີກຫຼວງຫຼາຍ
3. ຫາການຕະຫຼາດ ແບບເຄືອຂ່າຍ ຫຼື ການຂາຍຕົງ ບາງທ່ານອາດຈະບອກວ່າ ເປັນເລື່ອງຫຼອກ
ລວງ ຫຼັງຈາກໄດ້ສືກສາ ລາຍລະອຽດ ຂອງລະບົບຫຼາຍຮູບແບບ ຈິ່ງມີການປ່ຽນໃຈໃນເວລາຕໍ່ມາ
...ການທີ່ຈະປ່ຽນຕົວເອງເປັນຄົນໄໝ່ ທ່ານຈະຕ້ອງມີວີທີຄິດທີ່ຈະປ່ຽນໄປ ພໍ່ລວຍມັກເນັ້ນຍ້ຳສະເໝີ
ວ່າ ຢ່າເຮັດວຽກເພື່ອເງິນ ເຮົາຕ້ອງຮູ້ຈັກສ້າງລະບົບ ໃຫ້ມັນເຮັດວຽກແລ້ວໄດ້ເງິນເຖິງຈະຖືກຕ້ອງ
ຄວາມຢ້ານກົວເປັນສິ່ທີ່ຫຼາຍຄົນຊ່າງສະຫຼາດ ຫຼາຍຄົນຮຽກຮ້ອງຫາສິ່ງນີ້ແບບ ອັດຕະໂນມັດ
1. ຄວາມໝັ້ນຄົງ ແທນທີ່ອິດສະຫຼະພາບ
2. ຫຼີກລ້ຽງກັບຄວາມສ່ຽງ ແທນທີ່ ຈະຈັດການກັບຄວາມສ່ຽງ
3. ຢູ່ຢ່າງປອດໄຟ ແທນທີ່ ຢູ່ຢ່າງສະຫຼາດ
4. ບໍ່ມີປັນຢາເຮັດ ແທນທີ່ ຈະເຮັດສິ່ງໃດຈັກຢ່າງ
5. ແພງເກີນໄປ ແທນທີ່ ຄຸ້ມຄ່າບໍສຳລັບໄລຍະຍາວ
6. ກະຈາຍຄວາມສ່ຽງ ແທນທີ່ ໂຟກັດ
7. ເພື່ອນໆຄິດວ່າຢ່າງໃດ ແທນທີ່ ຕົວເຮົາເອງຄິດແນວໃດ
...ສຳລັບຄົນທີ່ຢາກຈະຍ້າຍ ຈາກດ້ານຊ້າຍ ໄປສູ່ດ້ານຂວາ ສິ່ງທີ່ສຳຄັນທີ່ສຸດ
ໃນການເດີນທາງ ຫຼື ການຍ້າຍ ບໍ່ແມ່ນການກະທຳ ແຕ່ເປັນວີທີຄິດ ແນວຄວາມຄິດ
ເຮັດໃຫ້ຄົນເຮົາ ເປັນອີຄົນໜຶ່ງທີ່ບໍ່ເຄີຍເປັນ...
ຂ້າພະເຈົ້າກໍ່ເປັນອີກຄົນໜຶ່ງ ທີ່ຢາກຈະຍ້າຍຈາກ...ຝັ່ງຊ້າຍໄປຝັ່ງຂວາ...ເພື່ອອິດສະຫຼະພາບ
ແລະຄວາມສຳເລັດໃຫ້ໄວທີ່ສຸດ ເຮັດວຽກພາຍໃນ 5 ປີ ສ້າງລະບົບຫາເງິນໃຫ້ສຳເລັດ ແລ້ວໄປ
ໃຊ້ຊີວິດທີ່ເຫຼືອໃຫ້ຄຸ້ມຄ່າ ແຕ່ມັນບໍ່ງ່າຍເລີຍ...ເພາະບໍ່ມີເງິນທືນ ແລະ ສະສົມປະສົບການ ທາງ
ດ້ານທຸລະກິດຫຼາຍສິບປີ ແຕ່ມີທາງເລືອກດຽວແລະວຽກດຽວເທົ່ານັ້ນ ທີ່ລົງທືນຕ່ຳ ມີຄວາມສ່ຽງ
ໜ້ອຍ ແຕ່ເງິນປັນຜົນບໍ່ມີຂີດຈຳກັດ ທີ່ມີຄົນສ້າງທຸລະກິດແລະລະບົບໄວ້ໃຫ້ແລ້ວ ເຫຼືອແຕ່ເຮົາ
ເທົ່ານັ້ນ ພຽງແຕ່ປ່ຽນຄວາມຄິດ ແລະ ລົງມືທຳ ເມື່ອປະສົບຄວາມສຳເລັດ ກໍ່ບອກລາຄວາມຈົນ
ໄດ້ເລີຍ...ນັ້ນຄືທຸລະກິດເຄືອຂ່າຍ
ທຸລະກິດເຄືອຂ່າຍໃນປະເທດລາວ ກໍ່ມີຢ່າງຫຼວງຫຼາຍ ຫາກເລືອກຜິດບໍລິສັດ ອາດຈະເຮັດ
ໃຫ້ເຮົາລົ້ມເຫລວ ແລະ ອາດເບື່ອໜ່າຍທຸລະກິດນັ້ນໄປເລີຍກໍ່ໄດ້
ເຮົາຄວນຈະເລືອກບໍລິສັດໃດດີລ່ະ?
1. ບໍລິສັດທີ່ໝັ້ນຄົງ ຕ້ອງເຮັດທຸລະກິດດ້ວຍເງິນສົດ
2. ແນວຄິດຂອງຜູ້ກໍ່ຕັ້ງ
ສຳຄັນທີ່ສຸດ ຜູ້ກໍ່ຕັ້ງບໍລິຫານເອງຫຍິ່ງດີ ຖ້າໃຫ້ຄົນອື່ນມາບໍລິຫານແທນສ່ຽງຫຼາຍ
3. ສິນຄ້າ ເປັນຕົວຂັບເຄື່ອນທຸລະກິດ
4. ແຜນລາຍໄດ້
ທີ່ກະຈ່າຍລາຍໄດ້ທົ່ວເຖິງ ທຸກຄົນສາມາດເຮັດໄດ້ ແລະ ເງື່ອນໄຂການຈ່າຍເງິນທີ່ງ່າຍ
5. ຜູ້ນຳແລະທີມ
ຕ້ອງມີຜູ້ນຳແລະທີມ ທີ່ເປັນມືອາຊີບ ແລະ ມີປະສົບການມາກ່ອນ ສາມາດຊ່ວຍໃຫ້ທຸກ
ຄົນປະສົບຜົນສຳເລັດໄດ້
6. ລະບົບການຈັດການທີ່ເປັນມືອາຊີບ ຜູ້ບໍລິຫານງານຕ້ອງມີປະສົບການ ມາຍາວນານ
ໃນດ້ານທຸລະກິດເຄືອຂ່າຍ
ຂ້າພະເຈົ້າຂໍແນະນຳ >>> Juenesse <<<
18:00
viraded



0 ความคิดเห็น:
แสดงความคิดเห็น